ໃນວັນທີ 26 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລ ເຊຍ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26-28 ຕຸລາ 2025.

ໃນການພົບປະ,ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ຕ່າງກໍສະ ແດງຄວາມປິຕິຍິນດີ ທີ່ໄດ້ພົບປະກັນອີກຄັ້ງໜຶ່ງ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຢູ່ມາເລເຊຍໃນຄັ້ງນີ້ ຊຶ່ງເປັນການສະແດງ ໃຫ້ເຫັນຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ກໍຄື ສາຍພົວພັນແບບພິເສດ ລະຫວ່າງ ສອງປະເທດ ທີ່ມີໜຶ່ງ ບໍ່ມີສອງໃນໂລກນີ້. ພ້ອມກັນນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບ ໃຈຢ່າງຈິງ ໃຈມາຍັງ ສະຫາຍ ຟ້າມ ມິງ ຈິງ ກໍຄື ພັກ,ລັດ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ ທີ່ໄດ້ແບ່ງເບົາ ແລະ ສະແດງຄວາມເຫັນໃຈຕໍ່ກັບສະພາບການນໍ້າຖ້ວມ ຢູ່ ສປປ ລາວ, ພ້ອມທັງສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຕໍ່ຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ພາຍຸ ທີ່ພັດເຂົ້າຫວຽດນາມໃນໄລຍະຜ່ານມາ ຊຶ່ງໄດ້ສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມອ້າຍນ້ອງ ຈຳນວນຫຼາຍຫຼວງ.

ໃນໂອກາດດຽວກັນນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຕໍ່ການພົວພົນຮ່ວມມືຂອງສອງປະເທດ ໂດຍໄດ້ສະ ແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບຕີ ລາຄາສູງຕໍ່ຜົນສຳເລັດໃນການຮ່ວມມືລະຫວ່າງ ສອງປະເທດ ທີ່ສືບຕໍ່ມີກາຂະຫຍາຍຕົວ ແລະ ຫຼາຍໂຄງການຮ່ວມມືທີ່ສຳຄັນ ໄດ້ດຳເນີນໄປດ້ວຍຜົນສຳເລັດ ຢ່າງຈົບງາມ. ພ້ອມທັງວາງທິດທາງໃນການຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະສອງນາຍົກລັດຖະມົນຕີ ໄດ້ເນັ້ນການຈັດຕັ້ງປະຕິບັດບັນ ດາໂຄງການຮ່ວມມືຍຸດທະສາດ ເພື່ອແນໃສ່ການເຊື່ອມໂຍງທາງດ້ານພື້ນຖານເສດຖະກິດຂອງສອງປະເທດ ໂດຍຜ່ານການເຊື່ອມໂຍງທາງດ້ານຄົມມະນາຄົມ, ການເຊື່ອມໂຍງທາງດ້ານພະລັງງານ ແລະອື່ນໆ.ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ການພົບປະສອງກົມການເມືອງ ທີ່ຈະມີຂຶ້ນໃນໂອກາດທີ່ການນໍາຂັ້ນສູງຂອງ ສສ ຫວຽດນາມ ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະ ຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ທີ່ຈະມາ ເຖິງນີ້, ລວມທັງການກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ລັດຖະບານ ຫວຽດນາມ.

ພິເສດ, ສອງຝ່າຍ ຍັງໄດ້ຕີລາຄາວ່າ ການພົບປະຄັ້ງນີ້, ເຖິງເວລາຈະສັ້ນ ແຕ່ກໍມີເນື້ອໃນອຸດົມສົມບູນ ແລະ ເປັນການສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່,ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ ແລະ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂອງສອງປະເທດ ນຳເອົາຜົນການພົບປະຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່,ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກຍິ່ງໆຂຶ້ນ.
