ພິທີລົງນາມບົດບັນທຶກຂໍ້ຕົກລົງຮ່ວມທຶນ (MOA) ວ່າດ້ວຍການລົງເລິກການຮ່ວມທຶນ ລະຫວ່າງ ວິສາຫະກິດຈີນ ແລະ ລາວ ໃນດ້ານຂົງເຂດພະລັງງານ ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2025 ທີ່ໂຮງແຮມລາດສະວົງ ວັນດ້າ ນິດຕ້າ, ໂດຍເປັນກຽດເຂົ້າ ຮ່ວມຂອງ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຄະນະນໍານະຄອນຫຼວງວຽງຈັນ, ປະທານບໍລິສັດ ດາລາຈະເລີນ ສະຕາອອຍ ຈໍາກັດ, ບໍລິສັດ ຊີໂນເປັກ (SINOPEC) (ຮົງກົງ) ຈໍາກັດ ພ້ອມດ້ວຍແຂກຖືກເຊີນທັງສອງຝ່າຍ ເຂົ້າຮ່ວມ.

ທ່ານ ທ່ານ ອຸຊິງ ກາວ ປະທານບໍລິສັດ ຊີໂນເປັກ (SINOPEC) (ຮົງກົງ) ຈໍາກັດ ໄດ້ກ່າວວ່າ: ຕົນເອງຮູ້ສຶກເປັນກຽດທີ່ໄດ້ເປັນຕົວແທນ ຊີໂນເປັກ ແລະ ສະຕາອອຍ ຮ່ວມກັນ ໂດຍໄດ້ຮັບການສະໜັບສະໜູນຈາກທາງລັດຖະບານລາວ, ສະຖານທູດ ແລະ ທາງລົດໄຟ ລາວ-ຈີນ , ດ້ວຍການຮ່ວມມືຂອງ ຊີໂນເປັນ ແລະ ສະຕາອອຍ ທີ່ແໜ້ນແຟ້ນ ຈົນປະສົບຜົນສໍາເລັດໃນການນໍານໍ້າມັນຜ່ານທາງລົດໄຟເຂົາສູ່ຕະຫຼາດລາວ, ທັງສອງຝ່າຍໄດ້ຮ່ວມກັນສ້າງປໍ້ານໍ້າມັນຊັ່ງຈຽງ ເພື່ອໃຫ້ບໍລິການລູກຄ້າອອກສູ່ພາຍນອກ ແລະ ມື້ນີ້ພວກເຮົາກໍ່ໄດ້ຮ່ວມກັນລົງນາມບົດບັນທຶກຂໍ້ຕົກລົງຮ່ວມທຶນ (MOA) ເພື່ອພັດທະນາການຮ່ວມມືໃຫ້ແໜ້ນແຟ້ນຂື້ນອີກບາດກ້າວໜຶ່ງ, ການເຊັນບົດບັນທຶກຂໍ້ຕົກລົງຮ່ວມທຶນ (MOA) ຄັ້ງນີ້ ໄດ້ສະແດງອອກຢ່າງຊັດເຈນເຖິງການຮ່ວມມືທີ່ເລິກເຊີ່ງ ລະຫວ່າງ ຈີນ-ລາວ ໃນດ້ານຄວາມໝັ້ນຄົງ ແລະ ການຈັດຫາພະລັງງານ. ຊີໂນເປັກ (SINOPEC) ໃນນາມບໍລິສັດອັນດັບ 5 ຂອງ 500 ບໍລິສັດທີ່ແຂງແກ່ງ, ຢືນການ “ທີ່ຈະອອກໄປ” ຍຸດທະສາດການພັດທະນາລະຫວ່າງປະເທດ, ມີໂຄງການ “ເສັ້ນທາງແລວດຽວ” ເປັນຕົວເຊື່ອມໂຍງ, ຊີໂນເປັກ (SINOPEC) ກຳລັງສ້າງຫ່ວງໂຊອຸດສະຫະກຳຕົ້ນ, ກາງ, ປາຍນ້ຳ ຢ່າງຄົບວົງຈອນທົ່ວໂລກ ແລະ ກຳລັງຂະຫຍາຍທຸລະກິດພະລັງງານໃໝ່, ຊີໂນເປັກ (SINOPEC) ຮົງກົງ ມຸ້ງໝັ້ນທີ່ຈະສົ່ງເສີມການຂະຫຍາຍທາງອຸດສາຫະກຳເຊື່ອມໂຍງຊັບພະຍາກອນ ແລະ ສົ່ງເສີມວັດທະນາກຳໃນການຮ່ວມມື ເພື່ອຂະຫຍາຍທຸລະກິດສູ່ລະດັບສາກົນ ແລະ ເປັນຜູ້ປະຕິບັດວຽກທີ່ທຸ່ມເທໃຫ້ໂຄງການ “ເສັ້ນທາງແລວດຽວ”. ສະຕາອອຍ (STAROIL )ດຳເນີນກິດຈະການເລິກເຊິງໃນຕະຫຼາດລາວມາເປັນເວລາຫຼາຍປີ ໂດຍເປັນເຈົ້າຂອງປໍ້ານໍ້າມັນ 219 ແຫ່ງ ແລະ ສາງນ້ຳມັນ 3 ແຫ່ງ, ເຊິ່ງເຄື່ອຂ່າຍທີ່ໝັ້ນຄົງ ແລະ ປະສົບການການດຳເນີນງານທີ່ກວ້າງຂວາງໃນທ້ອງຖິ່ນ.

ເຮັດໃຫ້ສະຕາອອຍ (STAROIL) ເປັນແບຣນຊັ້ນນຳໃນດ້ານພະລັງງານ. ການຮ່ວມມືລະຫວ່າງ ຊີໂນເປັກ (SINOPEC) ແລະ ສະຕາອອຍ (STAROIL) ຖືເປັນການດຳ ເນີນການທີ່ຈິງຈັງ ເພື່ອສະໜັບສະໜຸນກົນລະຍຸດຂອງລາວ ໃນການປ່ຽນຜ່ານຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດທີ່ເຊື່ອມໂຍງທາງບົກ, ເສີມສ້າງຄວາມເຂັ້ມແຂງໃນການສ້າງປະຊາຄົມ ຈີນ-ລາວ ທີ່ມີອານາຄົດຮ່ວມກັນໄວ້ເຊິ່ງຈິດວິນຍານຂອງ “ເພື່ອນບ້ານທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ພັນທະມິດທີ່ດີ”.

ຈາກນັ້ນ, ທ່ານ ບຸນຈອນ ແສງດາລາ ປະທານບໍລິສັດ ດາລາຈະເລີນ ສະຕາອອຍ ຈໍາກັດ ໄດ້ກ່ວວ່າ: ການເຊັນບົດບັນທຶກຂໍ້ຕົກລົງຮ່ວມທຶນຄັ້ງນີ້ ເປັນບາດກ້າວໜຶ່ງຂອງການຮ່ວມມືທາງທຸລະກິດລະຫວ່າງສອງບໍລິສັດ ແລະ ຈະເປັນຮາກຖານທີ່ແຂງແຮງ ສໍາລັບການພັດທະນາອຸດສາຫະກໍາພະລັງງານຂອງລາວ ໃນອະນາຄົດ; ພວກເຮົາເຊື່ອ ໝັ້ນວ່າ ການປະສານຊັບພະຍາກອນ ແລະ ຄວາມເຊື່ອຖືທາງເທັກໂນໂລຢີຂອງທັງ ສອງຝ່າຍ ຈະເຮັດໃຫ້ເກີດຜົນປະໂຫຍດຮ່ວມກັນ ແລະ ສ້າງໂອກາດໃໝ່ໃນຕະຫຼາດພະລັງງານຂອງລາວ, ການຮ່ວມມືຄັ້ງນີ້ ທັງສອງຝ່າຍຈະຮ່ວມກັນພັດທະນາ ໂຄງ ການຈັດການຈັດຫານໍ້າມັນເຊື້ອໄຟ, ການກໍ່ສ້າງປໍ້ານໍ້າມັນ ແລະ ໂຄງການພະລັງງານໃໝ່ໃນລາວ ໃຫ້ມີຄຸນນະພາບ ແລະ ມາດຕະຖານສາກົນ; ເປັນການຊຸກຍູ້ທີ່ສໍາຄັນ ໃນການພັດທະນາພະລັງງານຢ່າງຍືນຍົງ ແລະ ເປັນສະພາເຊື່ອມຄວາມຮ່ວມມືຂອງ ບໍລິສັດ ລາວ-ຈີນ ໃຫ້ແຂງແຮງຍິ່ງຂຶ້ນ.

ຈາກນັ້ນ, ໃນພິທີ ກໍ່ໄດ້ລົງນາມເຊັນບົດບັນທຶກຂໍ້ຕົກລົງຮ່ວມທຶນ ວ່າດ້ວຍການລົງເລິກການຮ່ວມທຶນ ລະຫວ່າງ ທ່ານ ບຸນຈອນ ແສງດາລາ ປະທານບໍລິສັດ ດາລາຈະເລີນ ສະຕາອອຍ ຈໍາກັດ ແລະ ທ່ານ ອຸຊິງ ກາວ ປະທານບໍລິສັດ ຊີໂນເປັກ (SINOPEC) (ຮົງກົງ) ຈໍາກັດ, ໂດຍມີ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
