ໃນລະຫວ່າງວັນທີ 25 – 26 ຕຸລາ 2025 ທີ່ ນະຄອນ ຫຼວງຮ່າໂນ້ຍ ສສ ຫວຽດນາມ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ ແທນຂັ້ນສູງ ເຂົ້າຮ່ວມພິທີລົງນາມໃນ ສົນທິສັນຍາອົງ ການ ສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ແລະ ກອງປະຊຸມສາກົນລະດັບສູງ

ພິທີລົງນາມດັ່ງກ່າວ, ຈັດຂື້ນໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ອັນໂຕນີໂອ ກູເຕເຣສ ເລຂາທິ ການໃຫຍ່ ສປຊ. ທ່ານ ປະທານປະເທດ ແຫ່ງ ສສ ຫວຽດ ນາມ ໄດ້ຂຶ້ນກ່າວເປີດພິທີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍສໍາຄັນຂອງ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ, ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີເປັນເອກະພາບກັນ ຂອງບັນດາປະເທດສະມາຊິກ ສປຊ ໃນການສ້າງສະພາບແວດລ້ອມທາງໄຊເບີ ທີ່ມີຄວາມປອດໄພ,ມີສະຖຽນລະພາບ ແລະ ຮັບໃຊ້ຜົນປະ ໂຫຍດດ້ານການພັດທະນາທີ່ຍືນຍົງ. ການຮັກສາຄວາມປອດໄພທາງໄຊເບີ ປຽບເໝືອນການປົກປ້ອງອຳນາດອະ ທິປະໄຕ ແລະ ຜົນປະໂຫຍດແຫ່ງຊາດ ທີ່ຕິດພັນໂດຍກົງກັບການພັດທະນາແບບຍືນຍົງ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ມີການຄຸ້ມຄອງທີ່ດີ, ເປັນລະບົບ, ມີຄວາມປອດໄພ ແລະ ສາມາດເຊື່ອຖືໄດ້. ພິທີລົງນາມທີ່ຈັດຂຶ້ນ ຢູ່ ສສ ຫວຽດ ນາມ ໃນຄັ້ງນີ້ ມີຫຼາຍກວ່າ 110 ປະເທດ ເຂົ້າຮ່ວມ, ເຊິ່ງໃນໂອກາດນີ້ ມີ 63 ປະເທດ ແລະ ສະຫະພາບເອີຣົບ ໄດ້ຮ່ວມລົງນາມໃນສົນທິສັນຍາດັ່ງກ່າວ, ເຊິ່ງເປັນການສະ ແດງໃຫ້ເຫັນເຖິງຄວາມມຸ່ງມາດປາດຖະນາ ຂອງວົງຄະນະ ຍາດສາກົນ ໃນການຮ່ວມມືກັນ ເພື່ອສະກັດກັ້ນ ແລະ ຕ້ານອາຊະຍາກໍາທາງໄຊເບີ.

ໃນພິທີຄັ້ງນີ້, ທ່ານ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະ ຫງົບ, ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ລົງນາມໃນສົນທິສັນຍາດັ່ງກ່າວ ພ້ອມທັງຂຶ້ນກ່າວຄໍາເຫັນໃນກອງປະ ຊຸມຂັ້ນສູງ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ສສ ຫວຽດນາມ ທີ່ເປັນເຈົ້າການໃນຕະຫຼອດຂະບວນຮ່າງສົນທິສັນຍາສະບັບນີ້, ເຊິ່ງເລີ້ມແຕ່ປີ 2019 ເປັນຕົ້ນມາ ທັງເປັນເຈົ້າພາບຈັດພິທີລົງນາມ, ເຊິ່ງເປັນເຄື່ອງມືດ້ານກົດ ໝາຍສາກົນ ເພື່ອຕ້ານກັບອາຊະຍາກໍາທາງໄຊເບີ. ເຫດ ການດັ່ງກ່າວ, ຍັງເປັນການພິສູດໃຫ້ເຫັນເຖິງຄວາມເຊື່ອ ໝັ້ນຂອງວົງຄະນະຍາດສາກົນ ທີ່ມີຕໍ່ປະເທດເພື່ອນມິດອາຊຽນ,ເຊິ່ງສອດຄ່ອງກັບຍຸດທະສາດ ວ່າດ້ວຍການຫັນເປັນ ດິຈິຕອນຂອງພາກພື້ນ ແລະ ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຮ່ວມກັນຂອງວົງຄະນະຍາດສາກົນ ໃນການສົ່ງ ເສີມການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ທີ່ມີຄວາມປອດໄພ ເພື່ອຮັບໃຊ້ການພັດທະນາເສດ ຖະກິດ-ສັງຄົມ, ພ້ອມທັງຮ່ວມກັນສະກັດກັ້ນອາຊະຍາກຳທາງໄຊເບີ ແລະ ຮັບປະກັນຄວາມໝັ້ນຄົງ ຂອງບັນດາປະ ເທດໃນພາກພື້ນ ແລະ ໃນໂລກ.

ສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍການຕ້ານອາຊະຍາກໍາທາງໄຊເບີ (United Nations Convention against Cybercrime) ແມ່ນເປັນຜົນຂອງການເຈລະຈາແບບເປີດກວ້າງຂອງຄະນະກຳມະການ ລະຫວ່າງ ລັດຖະ ບານ ເພື່ອສ້າງສົນທິສັນຍາສາກົນ ໂດຍພາຍໃຕ້ຂອບສະ ມັດຊາໃຫຍ່ ສປຊ ໂດຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກທັງໝົດຂອງອົງການ ສປຊ ລວມທັງ ສປປ ລາວ, ໂດຍຈັດຕັ້ງການເຈລະຈາທາງການລວມທັງໝົດ 8 ຄັ້ງ ຈົນສາມາດຮັບຮອງເອົາເນື້ອໃນຂອງສົນທິສັນຍາ ຢ່າງເປັນເອກະສັນ ໃນປີ 2024.


ການເຂົ້າຮ່ວມໃນພິທີລົງນາມ ສົນທິສັນຍາ ສປຊ ວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ ແລະ ກອງປະຊຸມສາກົນລະດັບສູງ ຂອງການນໍາສູງສຸດຂອງ ສປປ ລາວ ໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງເຈດຕະນາລົມທາງການເມືອງ ເພື່ອສ້າງພື້ນຖານດ້ານກົດຫມາຍທີ່ສໍາຄັນ ເພື່ອຮັບ ປະກັນໃຫ້ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ຮັບໃຊ້ຜົນປະໂຫຍດທາງດ້ານເສດຖະກິດ, ການຄ້າ,ການລົງທຶນ, ສົ່ງເສີມການທ່ອງທ່ຽວ ແລະ ຮັບປະ ກັນຄວາມປອດໄພໃຫ້ແກ່ປະຊາຊົນ. ພ້ອມນີ້, ຍັງເປັນການສົ່ງເສີມຄວາມສຳຄັນຂອງວຽກງານຫັນເປັນດິຈິຕອນ, ເຊິ່ງເປັນໜຶ່ງໃນບຸລິມະສິດແຫ່ງຊາດ ເພື່ອຂັບເຄື່ອນການພັດ ທະນາເສດຖະກິດ-ສັງຄົມ ແລະ ບັນລຸເປົ້າໝາຍການພັດ ທະນາແບບຍືນຍົງ ລວມທັງການສ້າງສະພາບແວດລ້ອມທີ່ມີຄວາມປອດໄພ ຈາກອາຊະຍາກຳທາງໄຊເບີ. ສປປ ລາວ ເປັນໜຶ່ງໃນບັນດາປະເທດສະມາຊິກ ສປຊ ທີ່ໄດ້ລົງນາມຕໍ່ສົນທິສັນຍາສະບັບນີ້, ເຊິ່ງຈະເປັນພື້ນຖານສໍາຄັນໃຫ້ແກ່ການສ້າງ ແລະ ປັບປຸງບັນດາລະບຽບການ ແລະ ກົດໝຍພາຍໃນປະເທດທີ່ມີຢູ່ ໃຫ້ສອດຄ່ອງເພື່ອສະໜັບສະໜູນຂອບການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ແນໃສ່ໃຫ້ສາມາດປົກປ້ອງສິດຜົນປະໂຫຍດ ອັນຊອບທໍາຂອງປະຊາຊົນລາວ ຈາກໄພຂົ່ມຂູ່ທາງໄຊເບີ.

ນອກຈາກການເຂົ້າຮ່ວມໃນພິທີລົງນາມ ແລະ ກອງປະ ຊຸມລະດັບສູງແລ້ວ, ພະນະທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບ ປະກັບ ພະນະທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ທີ່ມີມູນເຊື້ອ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ການນຳຂັ້ນສູງຂອງ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບ ບັນດາຜູ້ນໍາຂອງບາງປະເທດທີ່ເຂົ້າຮ່ວມໃນພິທີດັ່ງກ່າວ ເພື່ອແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຮັບປະກັນຄວາມປອດໄພທາງໄຊເບີ.

