ໃນວັນທີ 24 ຕຸລາ 2025, ພົຈວ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູກວຽກງານຢູ່ໂຮງຮຽນວັດທະນະທໍາ ປກສ ແລະ ກອງຜະລິດ ຫຼັກ 67, ມີຫົວໜ້າຫ້ອງການກົມໃຫຍ່ການເມືອງ, ຄະນະພັກ-ຄະນະອໍານວຍການ, ຫົວໜ້າກອງຜະລິດ, ພະນັກງານຄູ-ອາຈານ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.

ພັອ ບຸນຕອມ ຈັນທະວົງ ຮອງຫົວໜ້າອໍານວຍການໂຮງຮຽນວັດທະນະທໍາ ປກສ ໄດ້ລາຍງານໂດຍຫຍໍ້ ການເຄື່ອນໄຫວວຽກງານຂອງໂຮງຮຽນ ປະຈໍາສົກຮຽນ 2025-2026 ວ່າ: ໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ໄດ້ໄຂສົກຮຽນໃໝ່ ໃນວັນທີ 1 ກັນຍາ 2025, ກ່ອນການເປີດການຮຽນ-ການສອນ ຄະນະພັກ-ຄະນະອໍານວຍການໂຮງຮຽນຮ່ວມກັບຄູ-ອາຈານ ໄດ້ເປີດຝຶກອົບຮົມວິທີການສອນແບບໃໝ່ໃຫ້ຄູ-ອາຈານ ແລະ ໄດ້ນໍາພາຄູ-ອາຈານປັບປຸງພື້ນຖານ ໂຄງລ່າງເປັນຕົ້ນແມ່ນຫໍພັກ, ຫ້ອງຮຽນ, ຫ້ອງນໍ້າ, ອ່າງອາບນໍ້າ ແລະ ໂຕະຕັ່ງ ເພື່ອຮັບປະກັນໃຫ້ແກ່ ການຮຽນ-ການສອນໃຫ້ມີຄຸນນພາບ, ນໍາພາສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ໃຫ້ມີບັນຍາກາດ ແລະ ມີສ່ວນຮ່ວມຂອງ ພໍ່ແມ່ນັກຮຽນ, ອະດີດນັກຮຽນເກົ່າ ແລະ ບໍລິສັດຫ້າງຮ້ານຊຸກຍູ້ ເປັນເງິນອຸປະກອນກິລາ ແລະ ອື່ນໆ ເວົ້າລວມແລ້ວເລີ່ມແຕ່ໄຂສົກຮຽນໃໝ່ມາຮອດປັດຈຸບັນສາມາດເວົ້າໄດ້ວ່າຂະບວນການຮຽນ-ການສອນມີຫຼາຍດ້ານມີຜົນສໍາເລັດເປັນຢ່າງດີ.



ໂອກາດນີ້, ພົຈວ ຄອນສະຫວັນ ສົມພາໄຊ ໄດ້ ເນັ້ນໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນການຮຽນ-ການສອນ, ສອນດີ-ສອນເກັ່ງ , ສ້າງໃຫ້ນັກຮຽນມີລະບຽບວິໄນຮຽນດີ-ຮຽນເກັ່ງ; ສ້າງໃຫ້ໄດ້ຫຼານນ້ອຍນັກຮຽນ ກໍຄືກໍາລັງປ້ອງກັນຄວາມສະຫງົບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.



ຈາກນັ້ນ, ທ່ານຮອງລັດຖະມົນຕີກະຊວງ ປກສ ໄດ້ມອບຄອມພິວເຕີ ຈໍານວນ 10 ຊຸດ ໃຫ້ໂຮງຮຽນວັດທະນະທໍາ ປກສ, ຕາງໜ້າຮັບໂດຍ ພັອ ມິ່ງແກ້ວ ວົງຄໍາພາ ຫົວໜ້າອໍານວຍການໂຮງຮຽນວັດທະນະທໍາ ປກສ ພ້ອມຄະນະ. ວາລະຕໍ່ມາ ພົຈວ ຄອນສະຫວັນ ສົມພາໄຊ ພ້ອມຄະນະຕິດຕາມ ໄດ້ຢ້ຽມຫຼານນ້ອຍນັກຮຽນທີ່ ພ້ອມທັງໃຫ້ກໍາລັງໃຈຫຼານນ້ອຍ ໃຫ້ເອົາໃຈໃສ່ໃນການສຶກສາຮໍ່າຮຽນ ເພື່ອໃຫ້ກາຍເປັນພະນັກງານສືບທອດປ່ຽນແທນຂອງກໍາລັງປ້ອງກັນຄວາມສະຫງົບຢ່າງມີຄຸນນະພາາບ.

ໂອກາດດັ່ງກ່າວ, ພົຈວ ຄອນສະຫວັນ ສົມພາໄຊ ພ້ອມຄະນະ ຍັງໄດ້ລົງຢ້ຽມຢາມຊຸກຍູ້ກອງຜະລິດ ຫຼັກ 67 ແລະ ຫຼັກ 62 ຂອງຫ້ອງການກົມໃຫຍ່ການເມືອງ ປກສ ເພື່ອກວດກາສະຖານທີ່ທໍາການຜະລິດ ເປັນຕົ້ນແມ່ນ ການລ້ຽງໄກ່ພັນໄຂ່, ລ້ຽງປາ. ທັງນີ້ກໍເພື່ອກໍານົດທິດທາງແຜນການທີ່ຈະສ້າງແຫ່ງລາຍຮັບເພີ່ມ ຕາມທິດເພິ່ງຕົນເອງ ກຸ້ມຄົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

