ກອງປະຊຸມພົບປະແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ລະຫວ່າງ ກອງບັນຊາການ ປກສ ແຂວງສາລະວັນ ແລະ ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດຂຶ້ນວັນທີ 23 ຕຸລາ 2025 ທີ່ກອງບັນຊາການ ປກສ ແຂວງສາ ລະວັນ,ໂດຍການເປັນປະທານຮ່ວມ ຂອງ ພົຈວ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ ແລະ ພົຈວ ຄໍາບານ ພົມມະນີວົງ ຫົວໜ້າກອງບັນຊາ ການ ປກສ ແຂວງເຊກອງ,ມີຄະນະຜູ້ແທນທັງສອງ ຝ່າຍເຂົ້າຮ່ວມ.


ໃນກອງປະຊຸມ,ຄະນະທັງສອງຝ່າຍ ໄດ້ມີຄໍາຄິດເຫັນ ແລະ ແລກປ່ຽນວຽກງານກ່ຽວກັບກໍາລັງປ້ອງກັນຄວາມສະຫງົບ ເຊີ່ງກັນແລະກັນ; ຈາກການແລກປ່ຽນໃນຄັ້ງນີ້ ທັງສອງຝ່າຍ ໄດ້ເຫັນດີ ແລະ ເປັນເອກະພາບກັນໃນຫຼາຍດ້ານ ເຊັ່ນ: ພ້ອມທັງສະເໜີແລກປ່ຽນວຽກງານກ່ຽວກັບການເປັນເຈົ້າພາບໃນງານມະຫາກໍາກິລາ ນັກຮຽນທົ່ວປະ ເທດ ທີ່ແຂວງເຊກອງເປັນເຈົ້າພາບ ໃນປີ 2027 ທີ່ຈະມາເທີງນີ້, ພ້ອມທັງໄດ້ເປີດກອງປະຊຸມປືກສາຫາລືການເປັນເຈົ້າພາບຈັດກອງປະຊຸມ ປະຈໍາປີ 2025 ລະຫວ່າງ ປກສ ແຂວງສາລະວັນ, ປກສ ແຂວງເຊກອງ (ສປປ ລາວ) ແລະ ປກສ ແຂວງເທືອທຽນເຫວ້ (ສສ ຫວຽດນາມ) ເຊີ່ງໄດ້ມອບໃຫ້ແຂວງສາລະວັນ ເປັນເຈົ້າພາບ ໃນປີ 2025 ນີ້.

ພ້ອມນີ້, ຍັງໄດ້ແລກປ່ຽນກ່ຽວກັນວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍ ໃນແຂວງ ແລະ ລຽບຕາມຊາຍແດນ ລະຫວ່າງ ແຂວງເຊກອງ ແລະ ສາລະວັນ ໃຫ້ມີຄວາມສະຫງົບໂດຍພື້ນຖານ; ພ້ອມທັງສ້າງສາຍພົວພັນຮ່ວມມື ໃຫ້ແໜ້ນແຟ້ນໃຫ້ດີຂຶ້ນເລື່ອຍໆ ເຊີ່ງເປັນການສ້າງສາຍພົວພັນແບບພິເສດໃນການຮ່ວມມືຮອບດ້ານ ລະຫວ່າງສອງແຂວງ ເວົ້າລວມ,ເວົ້າສະ ເພາະ ແມ່ນກອງບັນຊານການ ປກສ ແຂວງເຊກອງ ແລະ ກອງບັນຊາການ ປກສ ແຂວງສາລະວັນ ໃຫ້ມີຄວາມແໜ້ນແຟ້ນ ຢ່າງບໍ່ຢຸດຢັ້ງ.
