ໃນວັນທີ 24 ຕຸລາ 2025,ພົຈວ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ຄະນະຮັບຜິດຊອບສວນສະໜາມກ້ອນກໍາລັງກະຊວງ ປກສ ໄດ້ລົງຕິດຕາມ- ຊຸກຍູ້ການຝຶກຊ້ອມເດີນສວນສະໜາມຂອງກ້ອນກຳລັງ ໃນການກະກຽມຄວາມພ້ອມ ເພື່ອຮັບໃຊ້ພິທີສະເຫຼີມສະ ຫຼອງວັນຊາດ ຄົບຮອບ 50 ປີ ຢູ່ວິທະຍາ ຄານສັນຕິບານປະຊາຊົນ,ມາຮອດປັດຈຸບັນ ກ້ອນກໍາລັງ ປກສ ແມ່ນມີຄວາມພ້ອມໃນການເຂົ້າຮ່ວມພິທີດັ່ງກ່າວ,ເຊິ່ງມີຕາງໜ້າຄະນະຮັບຜິດຊອບຂັ້ນກະຊວງ, ຮອງຫົວໜ້າກົມໃຫຍ່, ກອງບັນຊາການ, ພ້ອມດ້ວຍ 2 ວິທະຍາຄານ, ຄູຝຶກ ແລະ ນັກສຶກສາ ເຂົ້າຮ່ວມ.

ການຝຶກຊ້ອມສວນສະໜາມກ້ອນກຳລັງ ປກສ ໃນຄັ້ງນີ້ແມ່ນເລີ່ມຕົ້ນເວລາ 7:30 ໂມງ ເພື່ອຮັບປະກັນຄວາມພ້ອມໃຫ້ແກ່ການເດີນສວນສະໜາມຮັບໃຊ້ພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ (2 ທັນວາ 1975-2 ທັນ ວາ 2025) ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກ້ອນກຳ ລັງ ປກສ ມີທັງໝົດ 6 ກ້ອນກໍາລັງ ຄື: ກ້ອນທຸງຊາດ-ທຸງພັກ, ກ້ອນທຸງໄຊ ປກສ, ກ້ອນກຳລັງຕຳຫຼວດ, ກ້ອນກຳລັງປ້ອງກັນເຄື່ອນທີ່,ກ້ອນກຳລັງປ້ອງກັນສູນກາງ ແລະ ກ້ອນ ກໍາລັງຕໍາຫຼວດຈະລາຈອນຍິງ ລວມກຳລັງພົນ ທັງໝົດ 926 ສະຫາຍ ຍິງ 145 ສະຫາຍ ແລະ ໄດ້ເລີ່ມຝຶກຊ້ອມມາແຕ່ທ້າຍເດືອນເມສາ 2025 ເປັນຕົ້ນມາ.


ພາຍຫຼັງຝຶກຊ້ອມສວນສະໜາມສໍາເລັດ.ໃນພິທີ, ພົຈວ ອານຸເດດ ຄູນຄໍາ ໄດ້ມີຄໍາເຫັນວ່າ: ຜ່ານການຕິດຕາມ, ສັງ ເກດສວນສະໜາມຄັ້ງນີ້ເຫັນໄດ້ວ່າພວກເຮົາມີຄວາມພ້ອມໃນການສວນສະໜາມ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ຂໍສະແດງຄວາມຊົມເຊີຍມາຍັງ ຄະ ນະ ຮັບຜິດຊອບ, ຜູ້ອໍານວຍການ, ຄູ-ອາຈານ, ຄູຝຶກ ລວມທັງນັກສຶກສາ ທີ່ໄດ້ເອົາໃຈໃສ່ໃນການຝຶກຊ້ອມ ໂດຍສະ ເພາະ ໃນມື້ນີ້ໄດ້ຝຶກຊ້ອມ 5 ຮອບ ໃຫ້ຄະນະຮັບຜິດຊອບໄດ້ສັງເກດການ, ສັງລວມແລ້ວການຝຶກຊ້ອມແມ່ນມີຄວາມສວຍສົດງົດງາມ ຖ້າທຽບໃສ່ໃນໄລຍະທີ່ຜ່ານມາ, ໃນຕໍ່ໜ້າພວກເຮົາ ຍັງຈະໄດ້ໄປຝຶກຊ້ອມປະສານສົບທົບກັບກ້ອນກໍາລັງປ້ອງກັນຊາດ ຢູ່ທີ່ວິທະຍາຄານກົມມາດໍາ ຕາມແຜນການແມ່ນ 2 ຄັ້ງ, ແຕ່ກ່ອນຈະນໍາກ້ອນກໍາລັງສວນສະໜາມ 6 ກ້ອນຂອງກໍາລັງ ປກສ ໄປປະສານກັບກະຊວງປ້ອງກັນປະເທດ ຄະນະນໍາກະຊວງ ປກສ ໂດຍສະເພາະ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີ ກະຊວງ ປກສ ຈະໄດ້ລົງຕິດຕາມການສວນສະໜາມຂອງກ້ອນກໍາລັງ ປກສ ອີກ 1 ຄັ້ງ ແລະ ຂໍຮຽກຮ້ອງມາຍັງບັນດາຄູ-ອາຈານ ກໍຄື ຄູຝຶກ ພ້ອມນັກສຶກສາ ເພີ່ມທະວີຄວາມເອົາໃຈໃສ່ໃນການຝຶກຊ້ອມເພື່ອຮັບປະກັນ 100% ໃນມື້ເຂົ້າຮ່ວມພິທີດັ່ງກ່າວ.



ຫຼັງຈາກນັ້ນ, ຄະນະຮັບຜິດຊອບນໍາພາ-ຊີ້ນໍາການຝຶກຊ້ອມສວນສະໜາມກ້ອນກຳລັງ ປກສ ນໍາໂດຍ ພົຈວ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການກະຊວງ ທັງເປັນຄະ ນະຮັບຜິດຊອບສວນສະໜາມກ້ອນກໍາລັງ ປກສ ພ້ອມດ້ວຍຄະນະ ສົມທົບກັບບັນດາຄູຝຶກ ຮ່ວມກັນ ປຶກສາຫາລືຖອດຖອນບົດຮຽນ ແລະ ວາງແຜນການຝຶກຊ້ອມກະ ກຽມວັນສະຖາປະນາ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ ຮອບ 50 ປີທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນ ເພື່ອຮັບໃຊ້ໜ້າທີ່ຢ່າງຕັ້ງໜ້າ, ທັງຮັບປະກັນຄວາມເປັນເອກະພາບ, ຮັກສາເວລາ, ຄວາມເຂັ້ມແຂງ-ຫ້າວຫັນໃນແຕ່ລະຈັງຫວະການເດີນຂອງແຕ່ລະກ້ອນໃຫ້ພ້ອມພຽງ, ຮັກສາໄດ້ຄວາມເປັນລະບຽບຮຽບ ຮ້ອຍ ແລະ ຈົບງາມ.


