ວັນທີ 22 ຕຸລາ 2025 ນີ້,ກອງບັນຊາການ ປກສ ແຂວງ ວຽງຈັນ ໄດ້ຈັດພິທີປາຖະ ກະຖາ 5 ວັນປະຫວັດສາດ ຂອງພັກ, ຂອງຊາດ ຄື: ວັນປະກາດເອກະລາດ ຄົບຮອບ 80 ປີ ( 12 ຕຸລາ 1945 – 12 ຕຸລາ 2025 ), ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ ( 12 ຕຸລາ 1945 -12 ຕຸລາ 2025 ), ວັນຄູແຫ່ງຊາດ ຄົບຮອບ 31 ປີ ( 7 ຕຸລາ 1994 – 7 ຕຸລາ 2025 ), ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 38 ປີ (17 ຕຸລາ 1987-17 ຕຸລາ 2025 ) ແລະ ວັນຊາດ ສປ ຈີນ ຄົບຮອບ 76 ປີ ( 1 ຕຸລາ 1949 – 1 ຕຸລາ 2025 ), ໃຫ້ກຽດເປັນປະທານ ແລະ ປາຖະກະຖາເລົ່າຄືນມູນເຊື້ອ ໂດຍ ພົຈວ ສົມຄິດ ດວງພະຈັນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຄະນະພັກ,ຄະນະບັນຊາ, ພ້ອມດ້ວຍນາຍຕຳຫຼວດຫຼັກແຫຼ່ງ ຈາກຫ້ອງ, ກອງພັນ ແລະ ຄ້າຍຄຸມຂັງດັດສ້າງ ເຂົ້າ ຮ່ວມ.

ໃນພິທີ, ພົຈວ ສົມຄິດ ດວງພະຈັນ ຫົວໜ້າກອງບັນຊາ ການ ປກສ ແຂວງວຽງຈັນ ໄດ້ຍົກໃຫ້ເຫັນ ປະຫວັດມູນເຊື້ອ ແລະ ຄວາມໝາຍຄວາມສໍາຄັນຂອງ 5 ວັນ ດັ່ງກ່າວ, ການປາຖະກະຖາຄັ້ງນີ້ ກໍເພື່ອໂຄສະນາສຶກສາອົບຮົມການເມືອງແນວຄິດໃຫ້ນາຍ ແລະ ພົນຕຳຫຼວດພາຍໃນກອງບັນ ຊາການ ປກສ ແຂວງວຽງຈັນ ເຫັນໄດ້ຄວາມໝາຍຄວາມສຳຄັນ,ມີຄວາມຮັບຮູ້, ມີຄວາມເຂົ້າໃຈເຖິງປະຫວັດຄວາມເປັນມາຂອງ 5 ວັນ ດັ່ງກ່າວ ເພື່ອເປັນບົດຮຽນ ແລະ ໝູນ ໃຊ້ເຂົ້າໃນການປະຕິບັດໜ້າວຽກງານ ໃຫ້ມີຄວາມຈະເລີນກ້າວໜ້າດີຂຶ້ນກວ່າເກົ່າ ໂດຍສະເພາະ ແມ່ນວັນປະ ກາດເອກະລາດ ຄົບຮອບ 80 ປີ ວັນທີ 12 ຕຸລາ 1945 ເຖິງ ວັນທີ 12 ຕຸລາ 2025, ເຊິ່ງໄດ້ກາຍເປັນວັນປະຫວັດສາດທີ່ມີມູນເຊື້ອການຕໍ່ສູ້ບໍ່ຍອມຈໍານົນ ຂອງປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນລຸກຮື້ຂຶ້ນ ຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນ ແລະ ປະກາດເອກະລາດໃຫ້ໂລກຮັບຮູ້ກ່ຽວກັບຄວາມເປັນຊາດລາວ, ຮັບຮູ້ອະທິປະໄຕ, ເຂດນໍ້າແດນດິນຂອງລາວ ແລະ ຢາກມີອິດສະຫຼະພາບ, ເປັນເຈົ້າຊະຕາກໍາຂອງຕົນເອງ, ຢາກມີການພັດທະນາຕົນ ເພື່ອຄວາມຢູ່ດີກິນດີ,ມີຄວາມຈະເລີນວັດທະນາ.

ພ້ອມກັນນັ້ນ, ກໍຮັບຮູ້ລັດຖະບານຂອງລາວ ແລະ ຮັບຮູ້ວ່າຊາດລາວ ຄົນລາວ ກໍເປັນຄົນ ທີ່ມີກຽດສັກສີ ເໝືອນຄົນຊາດອື່ນໆ,ຍ້ອນແນວນັ້ນ ຈຶ່ງຖືເອົາວັນທີ 12 ຕຸລາ 1945 ເປັນວັນປະຫວັດ ສາດ ທີ່ສໍາຄັນຂອງຊາດ,ເປັນວັນແຫ່ງຄວາມເອກອ້າງທະ ນົງໃຈ ຕໍ່ຄວາມອາດຫານຊານໄຊ ໃນການຕໍ່ສູ້ ບົນຈິດໃຈ ຍອມຕາຍດີກວ່າເປັນຂ້ອຍຂ້າ,ຕາຍເພື່ອເອກະລາດດີກວ່າຢູ່ພາຍໃຕ້ແອກປົກຄອງຂອງຕ່າງຊາດ, ຈາກນໍ້າໃຈວັນທີ 12 ຕຸລາ ຈິ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊຂອງຄົນລາວ ຜູ້ຮັກຊາດພາຍໃຕ້ການນໍາພາຂອງພັກ, ສາມາດປົດ ປ່ອຍໄດ້ຢ່າງສົມບູນ ແລະ ໄດ້ສະຖາປະນາ ເປັນສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975.

ຈາກນັ້ນ, ພິທີ ຍັງໄດ້ຮັບຟັງການປາຖະກະຖາ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ, ວັນຄູແຫ່ງຊາດ ຄົບຮອບ 31 ປີ, ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົລລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 38 ປີ ແລະ ວັນຊາດ ສປ ຈີນ ຄົບຮອບ 76 ປີ ຕຶ່ມອີກ.

