
ສະຫາຍ ພົຈວ ຈູມມະນີ ວົງມະນີ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ສັນຕິບານ ໄດ້ມີທິດຊີ້ນຳໃຫ້ຄະນະພັກ-ຄະນະບັນຊາກົມໃຫຍ່ສັນຕິບານຕ້ອງສ້າງກໍາລັງວິຊາສະເພາະໃຫ້ເປັນຫຼັກແຫຼ່ງ ແລະ ເປັນເຈົ້າການຊອກຮູ້, ສະກັດກັ້ນ-ແກ້ໄຂການເຄື່ອນໄຫວມ້າງເພທໍາລາຍຂອງກຸ່ມຄົນບໍ່ຫວັງດີ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ກໍຄືເຮັດໃຫ້ສັງຄົມມີືຄວາມສະຫງົບ-ປອດໂດຍພື້ນຖານ.
ທິດຊີ້ນຳດັ່ງກ່າວມີຂຶ້ນໂອກາດທີ່ ສະຫາຍ ພົຈວ ຈູມມະນີ ວົງມະນີ ໄດ້ເຂົ້າໂອ້ລົມໃນກອງປະຊຸມກາງສະໄໝທີ VI ຂອງຄະນະບໍລິຫານງານພັກກົມໃຫຍ່ສັນຕິບານ ຄັ້ງ ວັນທີ 24 ພຶດສະພາ ພາຍຫຼັງດຳເນີນເປັນເວລາ 2 ວັນ ໃນລະຫວ່າງວັນທີ 23-24 ພຶດສະພາ 2023, ໂດຍມີຄະນະ ພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ແຂກຮັບ ເຊີນເຂົ້າຮ່ວມ; ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ສືບຕໍ່ນໍາພາເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໂດຍທີ່ໃຫ້ຄະນະພັກ ແຕ່ລະຂັ້ນຕ້ອງເປັນຫຼັກແຫຼ່ງໃນການ ນຳພາ, ຄະນະໜ່ວຍພັກແຕ່ລະຮາກຖານພັກ-ກົມກອງຕ້ອງມີຄວາມສາມັກຄີເປັນເອກະພາບ ພາຍໃນໃຫ້ແໜ້ນ, ມີການເຄື່ອນໄຫວຊີ້ນຳ-ນຳພາ, ປະຕິບັດຫຼັກການລວມສູນປະຊາທິປະໄຕໃຫ້ເຂັ້ມງວດ, ເປັນແບບຢ່າງນຳໜ້າທີ່ດີໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດຢ່າງແທ້ຈິງ.

ມີການກຳແໜ້ນສະພາບການຢ່າງຮອບດ້ານ ເພື່ອເປັນເຈົ້າການປ້ອງກັນ, ສະກັດກັ້ນ ແລະ ຕອບຕ້ານທຸກກົນອຸບາຍການເຄື່ອນໄຫວມ້າງເພທຳ ລາຍຂອງກຸ່ມຄົນບໍ່ດີໂດຍມີຈຸດສຸມ, ຖືກທິດ, ຖືກເປົ້າໝາຍ, ພ້ອມທັງແກ້ໄຂໃຫ້ໄດ້ຕໍ່ກັບບັນ ດາໜໍ່ແໜງປັດໄຈກໍຄວາມບໍ່ສະຫງົບທາງດ້ານການເມືອງ ຖືເອົາວຽກງານປ້ອງກັນ, ສະກັດກັ້ນແຕ່ ຫົວທີເປັນຕົ້ນຕໍ, ເດັດດ່ຽວປົກປັກຮັກສາຄວາມສະຫງົບ ທາງການເມືອງ, ຄວາມເປັນລະ ບຽບຮຽບຮ້ອຍທາງສັງຄົມໃນຂອບເຂດທົ່ວປະເທດໃຫ້ໄດ້ຢ່າງໜັກ ແໜ້ນ, ເອົາໃຈໃສ່ຄົ້ນຄວ້າສ້າງບັນດານິຕິກຳ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນ ໄຫວວຽກງານວິຊາສະເພາະ. ໃນນັ້ນ, ເລັ່ງໃສ່ບັນດາວຽກງານທີ່ພົວພັນກັບສັງຄົມ, ພົວພັນກັບຫຼາຍພາກສ່ວນໃຫ້ສອດຄ່ອງ ແລະ ຮັດກຸມ; ຕິດພັນກັບການສືບຕໍ່ຫັນເອົາກຳລັງສັນຕິບານລົງກໍ່ສ້າງຮາກຖານການເມືອງ, ປຸກລະດົມຂົນຂວາຍປະຊາຊົນເຮັດວຽກງານປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ, ຫັນເອົາກໍາລັງລົງຮາກຖານ ຕາມສາຍຕັ້ງວິຊາສະເພາະ ໂດຍມີຈຸດສຸມເລັ່ງໃສ່ພື້ນທີ່ເປົ້າໝາຍຫຼໍ່ແຫຼມ ເປັນຕົ້ນແມ່ນບັນດາແຂວງທີ່ມີເປົ້າໝາຍກຸ່ມຄົນບໍ່ດີທີ່ພະຍາຍາມເຕົ້າໂຮມເປັນກຸ່ມ ເພື່ອກໍ່ຄວາມ ບໍ່ສະຫງົບ.
ພ້ອມນັ້ນ, ຕ້ອງເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ, ນາຍ ແລະ ພົນຕຳຫຼວດໃຫ້ມີນໍ້າໃຈປະຢັດມັດທະຍັດ, ຊຸກຍູ້ຄອບຄົວຜູ້ທີ່ມີເງື່ອນໄຂເຮັດການຜະລິດ, ລ້ຽງສັດ, ປູກ ຝັງ, ຄ້າຂາຍໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ສ້າງຊີວິດຄອບຄົວແບບເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ພາບ-ຂ່າວ: ລັດດາວັນ