
ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ ນາຍ ແລະ ພົນຕໍາຫຼວດ ໃນວັນທີ 24 ພຶດສະ ພາ 2023, ປະດັບຊັ້ນ ໂດຍ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດ ສາດ, ມີຄະນະພັກ-ຄະນະກົມ, ພະ ແນກ, ນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ນາງ ເພັດສະຫວັນ ຈັນທະວົງ ຫົວໜ້າພະແນກການເມືອງ ກົມຄົ້ນຄວ້າວິທະ ຍາສາດ ແລະ ປະຫວັດສາດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດ ຖະມົນຕີກະຊວງ ປກສ ເລກທີ 983/ປກສ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາ ຫຼວດກົມຄົ້ນຄວ້າວິທະຍາ ສາດ ແລະ ປະຫວັດສາດ. ຈາກຊັ້ນຮ້ອຍ ໂທ ຂຶ້ນເປັນຊັ້ນ ຮ້ອຍເອກ ຈໍານວນ 2 ສະ ຫາຍ ຍິງ 1 ສະຫາຍ, ພ້ອມທັງຜ່ານຂໍ້ຕົກລົງຂອງຫົວ ໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ເລກທີ 636/ ກວປ ວ່າດ້ວຍການເລື່ອນຊັ້ນໃຫ້ ພົນຕໍາຫຼວດກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ຈາກຊັ້ນ ສິບໂທ ຂຶ້ນເປັນຊັ້ນ ສິບເອກ ຈໍາ ນວນ 6 ສະຫາຍ ຍິງ 2 ສະຫາຍ.

ໂອກາດນີ້, ພົຈວ ສະແຫວງ ພົມມະລີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີຄວາມບຸກບືນຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເປັນແບບຢ່າງຮອບດ້ານ, ທະຍາສາດ, ມີຄວາມສາມັກຄີເປັນປຶກແຜນ, ຊອກຮູ້ຮໍ່າຮຽນນໍາການຈັດຕັ້ງ, ວຽກງານຕົວຈິງ ແລະ ບຸກຄົນທີ່ມີປະສົບການ ເພື່ອເປັນການເສີມສ້າງຄວາມຮູ້-ຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ເວົ້າສະເພາະ ກໍຄືກົມຄົ້ນຄວ້າວິທະຍາສາດ ແລະ ປະ ຫວັດສາດໃຫ້ເຕີບໃຫຍ່ ເຂັ້ມແຂງຂຶ້ນເລື້ອຍໆ.

ພາບ-ຂ່າວ: ແກ້ວ