ສະຫາຍ ພຈົວ ໜູຈອນ ກ້ອນທອງດຳ ຄະນະປະຈຳພັກ ຫົວ ໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ພ້ອມຄະນະ ໄດ້ເຄື່ອນໄຫວເຜີຍແຜ່ຜົນສໍາເລັດ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ເອກະສານສຳຄັນອື່ນໆທີ່ກ່ຽວຂ້ອງ ຢູ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ໃນ ວັນທີ 26 ກັນຍາ 2025, ໂດຍມີ ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ, ຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ປກສ 5 ເມືອງ ແລະ ນາຍຕຳຫຼວດທົ່ວ ປກສ ແຂວງ ເຂົ້າຮ່ວມຮັບຟັງ.

ໂອກາດນີ້, ສະຫາຍ ພົຈວ ໜູຈອນ ກ້ອນທອງດຳ ໄດ້ ຍົກໃຫ້ເຫັນຜົນສຳເລັດຂອງການດຳເນີນກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ອົງຄະນະພັກກະຊວງ ປກສ ໂດຍມີເນື້ອໃນສຳຄັນບາງ ຕອນວ່າ: ກອງປະຊຸມໃຫຍ່ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 5-6 ສິງຫາ 2025 ໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ບົນພື້ນຖານຄວາມສາ ມັກຄີເປັນເອກະພາບສູງ, ກອງປະຊຸມໄດ້ຮັບຮອງເອົາຢ່າງເປັນເອກະສັນ ຕໍ່ລາຍງານການເມືອງ ຂອງຄະນະບໍລິຫານງານຄະນະພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ V ທີ່ສະເໜີຕໍ່ກອງປະຊຸມໃຫຍ່ໃນ ຄັ້ງທີ VI; ກອງປະຊຸມໃຫຍ່ໄດ້ເປັນເອກະສັນຮັບ ຮອງເອົາທິດທາງ, ຄາດໝາຍ ແລະ ແຜນວຽກງານຈຸດຊຸມໃນ 5 ປີຕໍ່ໜ້າ (2025-2030) ແລະ ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ V, ໂດຍຕີລາຄາສູງຕໍ່ຄວາມພະຍາຍາມອັນຕັ້ງໜ້າ. ພ້ອມດຽວກັນນີ້, ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດ ເລືອກເອົາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບຊຸດໃໝ່, ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງທັງໝົດມີ 31 ສະຫາຍ ແລະ ເລືອກໄດ້ 27 ສະຫາຍ; ກອງປະຊຸມປະຖົມມະລຶກຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ໄດ້ເປັນເອກະສັນຢ່າງສົມບູນ ປ່ອນບັດຄັດເລືອກເອົາ ຄະນະປະຈໍາພັກກະຊວງ 9 ສະຫາຍ ແລະ ເລືອກເອົາ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ເປັນເລຂາຄະນະພັກກະຊວງ, ສະຫາຍ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ແລະ ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ເປັນຮອງເລຂາຄະນະພັກກະຊວງ.

ໃນໂອກາດນີ້, ພົຈວ ໜູຈອນ ກ້ອນທອງດຳ ຍັງໄດ້ເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນການພັກຕໍ່ກອງ ປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ ມະຕິຕົກລົງ ຂອງຄະນະເລຂາທິການສູກນາງພັກ ປະຊາຊົນ ປະຕິວັດລາວ ວ່າດ້ວຍການຮັບຮອງເອົາ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI.

ທັງນີ້, ກໍເພື່ອເຮັດໃຫ້ພະນັກງານຂັ້ນນຳພາ-ບັນຊາ, ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ຢູ່ແຕ່ລະກົມກອງ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ຮັບຮູ້, ເຊື່ອມຊຶມບັນດາເນື້ອໃນຜົນສຳເລັດຂອງ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງ ປກສ ຢ່າງທົ່ວເຖິງ, ເຮັດໃຫ້ເນື້ອໃນມະຕິຂອງກອງປະຊຸມໃຫຍ່ ຖືກຈັດຕັ້ງຜັນຂະຫຍາຍເຂົ້າໃນແຜນວຽກ, ໂຄງການຂອງແຕ່ລະກົມກອງ ຂອງກຳລັງປ້ອງກັນຄວາມສະຫງົບໃນຂອບເຂດທົ່ວປະເທດ ທັງຮັບປະກັນໃຫ້ເນື້ອໃນການໂອ້ລົມຂອງ ສະຫາຍເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ໜ້າວຽກ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ໃຫ້ປະກົດຜົນເປັນຈິງ.

