ພົຈວ ຄອນສະຫວັນ ສົມພາໄຊ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວ ໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ໂອ້ລົມຕໍ່ ຄະນະພັກ, ຄະນະບັນຊາ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ກົມສື່ມວນຊົນ ປກສ, ໃນໂອກາດທີ່ໄດ້ເຂົ້າຮ່ວມ ພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ຫົວໜ້າກົມສື່ມວນຊົນ ປກສ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຄື: ພັອ ເພີນຄໍາ ແສງດາລາ ຫົວໜ້າກົມສື່ມວນຊົນ ປກສ ຜູ້ເກົ່າ ແລະ ພັອ ພອນພິລຸນ ປັນຍາສິລິ ຫົວໜ້າກົມສື່ມວນຊົນ ປກສ ຜູ້ໃໝ່. ໃນວັນທີ 14 ຕຸລາ 2025 ນີ້.

ໃນພິທີດັ່ງກ່າວ, ທ່ານ ໄດ້ສະແດງຄວາມຍ້ອງຍໍສັນລະ ເສີນ ແລະ ຊົມເຊີຍຕໍ່ຜົນງານ, ຜົນສໍາເລັດ ໃນການນໍາພາ-ຊີ້ນໍາ ຂອງຄະພັກ, ຄະນະບັນຊາ ກົມສື່ມວນຊົນ ປກສ, ເວົ້າສະເພາະ ຫົວໜ້າກົມສື່ມວນຊົນ ປກສ ຜູ້ເກົ່າ ພ້ອມດ້ວຍຄະນະ ທີ່ຍາດມາໄດ້ ໄລຍະ 5 ປີ ຜ່ານມາ, ພ້ອມທັງເນັ້ນໜັກ ແລະ ມີທິດຊີ້ນໍາ ບາງບັນຫາໃຫ້ຫົວໜ້າກົມສື່ມວນຊົນ ປກສ ຜູ້ໃໝ່, ຈົ່ງເປັນເຈົ້າການນໍາພາເສີມຂະ ຫຍາຍມູນເຊື້ອອັນດີງາມຂອງກົມສື່ມວນຊົນ ປກສ ໃຫ້ດີກວ່າເກົ່າ, ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໃຫ້ເປັນປຶກແຜ່ນ, ມີຄວາມສາມັກຄີກົມກຽວ; ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ຫຼັກການ, ລະບອບ ແບບແຜນວິທີນໍາພາ ຂອງພັກ; ຮັບຜິດຊອບໂດຍກົງຕໍ່ຜົນໄດ້-ຜົນເສຍ ຂອງວຽກງານທີ່ຖືກມອບໝາຍ; ເດັດຂາດແກ້ໄຂແບບແຜນວິທີເຮັດວຽກທີ່ບໍ່ທັນໂລ່ງລ່ຽນ, ຊັກຊ້າ ທີ່ເປັນການກົດໜ່ວງຖ່ວງດຶງ ຂອງວຽກງານ, ເອົາໃຈໃສ່ ຖືສໍາຄັນ ແລະ ຍົກລະດັບຢ່າງສຸດຂີດ ຕໍ່ການນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດພາຍໃນກົມກອງ ໂດຍສະເພາະ ໃຫ້ສືບຕໍ່ນໍາພາເຊື່ອມຊຶມ-ກໍາແໜ້ນ ແນວທາງ ກໍຄືມະຕິ, ຄໍາສັ່ງຕ່າງໆ ຂອງຂັ້ນເທິງວາງອອກໃນແຕ່ລະໄລຍະ; ການນໍາພາແນວຄິດທີ່ດີ ຕ້ອງຕິດພັນກັບການແກ້ໄຂບັນຫາຕົວຈິງ; ຄາດໝາຍໃຫຍ່ໃນຕໍ່ໜ້າ ຕ້ອງສ້າງໃຫ້ນາຍ ແລະ ພົນຕໍາຫຼວດ ກົມສື່ມວນຊົນ ປກສ ມີຈິດໃຈຫ້າວຫັນ, ບຸກບືນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ແກ້ໄຂສະພາບແນວຄິດ ບໍ່ອຸ່ນອ່ຽງທຸ່ນທ່ຽງຂອງນາຍ ແລະ ພົນຕຳຫຼວດຈຳນວນໜຶ່ງ, ເອົາໃຈໃສ່ນໍາພາກໍ່ສ້າງ-ຝຶກອົບຮົມ ສ້າງຮັບຮູ້-ເຂົ້າໃຈແຈ້ງຕໍ່ພາລະບົດບາດ ແລະ ວິຊາສະເພາະຂອງຕົນ ເປັນຕົ້ນການກໍາແໜ້ນແນວທາງ, ມະຕິ, ຄໍາສັ່ງ ຂອງພັກ-ລັດ, ກໍຄື ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ກໍາລັງສື່ມວນຊົນ ທີ່ເຮັດໜ້າທີ່ເຜີຍແຜ່ໂຄສະນາ-ດຶງ ດູດມະຫາຊົນ ເວລາໃດກໍຕ້ອງເປັນຜູ້ຮູ້ກ່ອນ, ເຂົ້າໃຈກ່ອນ ແລະ ເປັນແບບຢ່າງ ຈຶ່ງຈະສາມາດເຮັດໜ້າທີ່ດັ່ງກ່າວໄດ້ດີ, ເອົາໃຈໃສ່ນໍາພາ-ຊີ້ນໍາ ການປະຕິບັດໜ້າທີ່ວິຊາສະເພາະ ໃຫ້ແຂງແຮງ, ແຫຼມຄົມ, ວ່ອງໄວ ແລະ ມີປະສິດທິຜົນ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ເອົາໃຈໃສ່ປັບປຸງເນື້ອໃນ, ລາຍການ, ການນໍາສະເໜີຂ່າວ ໃຫ້ຖືກຕ້ອງ, ຊັດເຈນ; ສ້າງບຸກຄະລາກອນ ທີ່ພຽບພ້ອມໄປດ້ວຍຄວາມຮູ້-ຄວາມສາມາດ ແລະ ມີຄວາມຊຳນິຊຳນານດ້ານວິຊາສະເພາະ; ຄົ້ນຄວ້າ, ຊອກຫາ, ສູ້ຊົນປະກອບວັດຖຸ, ອຸປະກອນ ເຕັກ ນິກທີ່ທັນສະໄໝ ເຂົ້າໃນວຽກງານສື່ມວນຊົນ ປກສ ຕາມທິດຫັນເປັນທັນສະໄໝເທື່ອລະກ້າວ.

ພ້ອມນັ້ນ, ໃຫ້ເອົາໃຈໃສ່ໃນການປະຕິບັດນະໂຍບາຍດ້ານຕ່າງໆ ຕໍ່ນາຍ ແລະ ພົນຕໍາຫຼວດ ຕາມແນວທາງນະໂຍ ບາຍຂອງລັດ ແລະ ຄວາມສາມາດຂອງກົມກອງ ເປັນຕົ້ນແມ່ນການເບິ່ງແຍງຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ເອົາໃຈໃສ່ວຽກງານແກ້ໄຂຊີວິດການເປັນຢູ່ ແລະ ຊຸກຍູ້ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ກໍຄືກົມກອງໃຫ້ດີຂຶ້ນ.


