ໃນວັນທີ 14 ຕຸລາ 2025, ພົຈວ ໜູຈອນ ກ້ອນທອງດໍາ ຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມ ຂອງກະຊວງປ້ອງກັນຄວາມສະຫງົບ ໃນການເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ຫຼື ວຽງຈັນເກມ ໄດ້ລົງເຄື່ອນໄຫວຕິດຕາມການຝຶກຊ້ອມຂອງນັກກິລາເປຕັງ ປກສ ທີ່ຈະເຂົ້າຮ່ວມແຂ່ງຂັນກິລາຄັ້ງນີ້ ໂດຍມີຄະນະຊອບຜິດຊອບ, ຄູຝຶກ ແລະ ນັກກິລາ ໃຫ້ການຕ້ອນຮັບ.


ພັທ ຄໍາໝັ້ນ ສີສົມບັດ ຜູ້ຊ່ວຍຄູຝຶກກິລາເປຕັງ ໃຫ້ສໍາພາດວ່າ: ສໍາລັບກິລາເປຕັງຂອງ ປກສ ໄດ້ເລີ່ມເຂົ້າສູນຝຶກຊ້ອມແຕ່ວັນທີ 1 ຕຸລາ 2025 ເປັນຕົ້ນມາ ມີນັກກິລາເຂົ້າຮ່ວມຈໍານວນ 12 ສະຫາຍ ຍິງ 6 ສະຫາຍ ແລະ ໄດ້ສົ່ງຊີງໄຊມີ 11 ປະເພດ ຕັ້ງເປົ້າໝາຍບໍ່ໃຫ້ຫຼຸດ 1 ຫຼຽນຄໍາ; ມາເຖິງປັດຈຸບັນ ບັນດານັກກິລາເປຕັງ ແມ່ນມີຄວາມພ້ອມ 70%.


ໂອກາດດັ່ງກ່າວ, ພົຈວ ໜູຈອນ ກ້ອນທອງດໍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະຮັບຜິດຊອບ, ຄູຝຶກ, ນັກກິລາທີ່ ໄດ້ເອົາໃຈໃສ່ສຸມສະຕິປັນຍາ, ເຫື່ອແຮງເຂົ້າໃນການຝຶກຊ້ອມ; ພ້ອມທັງຮຽກຮ້ອງໃຫ້ນັກກິລາຈົ່ງຕັ້ງໃຈຝຶກຊ້ອມໃຫ້ມີຄວາມຊໍານິຊໍານານ ເປັນຕົ້ນແມ່ນ ການເຂົ້າ, ການຕີ ເພື່ອໃຫ້ມີຄວາມພ້ອມ 100% ແລະ ສາມາຍາດໄດ້ໄຊຊະນະ.

