ວັນທີ15 ຕຸລາ ນີ້, ກອງສິລະປະກອນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຝຶກຊ້ອມການສະແດງຟ້ອນ ທີ່ເດີ່ນກິລາກະຊວງ ປກສ ( ສະໜາມມ້າ ) ເພື່ອຮັບໃຊ້ໃນພິທີເປີດ-ປິດ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດຂຶ້ນໃນເດືອນພະຈິກນີ້, ມີຄະນະຮັບຜິດຊອບ, ພ້ອມດ້ວຍຄະນະຄູຝຶກ ແລະ ນ້ອງນັກຮຽນ ມສ ໂນນສະຫວ່າງ ຈຳນວນ 350 ນ້ອງ ເຂົ້າຮ່ວມການຝຶກຊ້ອມລາຍການຟ້ອນເຊີ້ງຊ່ວງເຮືອ.

ພັອ ນາງ ໄລທອງ ໄຊຍະສອນ ຮອງຫົວໜ້າກົມໂຄສະນາອົບຮົມ ປກສ ອະນຸກຳມະການສິລະປະ-ວັດທະນະທຳ, ບຸກຄະລາກອນ, ແສງ, ສີ,ສຽງ ພິທີເປີດ-ປິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ໄດ້ໃຫ້ສໍາພາດວ່າ: ມື້ນີ້, ກອງສິ ລະປະກອນ ກົມໂຄສະນາອົບຮົມ ປກສ ໄດ້ຈັດຝຶກຊ້ອມລາຍການສະແດງຟ້ອນເຊີ້ງຊ່ວງເຮືອ ເພື່ອກຽມຄວາມພ້ອມຮັບໃຊ້ໃນພິທີເປີດ-ປິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII, ເຊິ່ງນັກສະແດງ ທີ່ໄດ້ປະກອບສ່ວນ ມີ 2 ພາກ ສ່ວນ ຄື: ນັກສະແດງຈາກກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ ຈຳນວນ 50 ສະຫາຍ ແລະ ນ້ອງນັກຮຽນ ທີ່ມາຈາກ ມສ ໂນນສະຫວ່າງ ເມືອງໄຊເສດຖາ ຈຳນວນ 350 ນ້ອງ. ການຝຶກຊ້ອມຄັ້ງນີ້, ແມ່ນເລີ່ມລົງສະໜາມຝຶກຊ້ອມຕົວຈິງຄັ້ງທຳອິດ ແຕ່ເຫັນໄດ້ວ່າ ຄະ ນະຮັບຜິດຊອບ, ພ້ອມດ້ວຍຄະນະຄູຝຶກ ໄດ້ເອົາໃຈໃສ່ປະຕິບັດຕາມແຜນການທີ່ໄດ້ກຳນົດໄວ້ ແລະ ນ້ອງນັກຮຽນ ກໍເອົາໃຈໃສ່ໃນການຝຶກຊ້ອມ ພ້ອມທັງຮັກສາໄດ້ລະບຽບວິໄນ ເປັນຢ່າງດີ.
ພັອ ນາງ ໄລທອງ ໄຊຍະສອນ ຍັງໃຫ້ຮູ້ອີກວ່າ: ນັບແຕ່ນີ້ ເປັນຕົ້ນໄປ ແມ່ນຈະໄດ້ເລີ່ມຝຶກຊ້ອມ ໃຫ້ບັນດານ້ອງນັກຮຽນ ຟ້ອນໃຫ້ມີຄວາມຄ່ອງແຄ້ວ, ມີຄວາມພ້ອມພຽງ ຖືກຈັງຫວະ ແລະ ໃຫ້ມີຄວາມສວຍງາມ ເພື່ອກຽມພ້ອມເຂົ້າ ຮ່ວມຊ້ອມລວມລາຍການເປີດ ຢູ່ເດີ່ນສະໜາມກິລາແຫ່ງ ຊາດ ຫຼັກ 16 ໃນວັນທີ 29 ຕຸລາ ແລະ ໃນວັນທີ 3 ພະຈິກ 2025 ຈະໄດ້ສະແດງຜ່ານຄະນະນໍາ ຄັ້ງທີ1 ແລະ ຊ້ອມຜ່ານຄະນະນໍາ ຄັ້ງທີ 2 ໃນວັນທີ13 ພະຈິກ ໃຫ້ມີຜົນສໍາເລັດຢ່າງຈົບງາມ ເພື່ອກຽມສະແດງຮັບໃຊ້ໃນມື້ເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຢ່າງເປັນທາງການໃນວັນທີ 15 ພະຈິກນີ້.
