ວັນທີ 14 ຕຸລາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດລາວ-ຫວຽດນາມ-ກຳປູເຈຍ ໃນລະຫວ່າງ 14-15 ຕຸລາ 2025.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ພົນເອກ ຟານ ວັນ ຢາງ ທີ່ໄດ້ນໍາພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້ ໂດຍສະເພາະ ເຂົ້າຮ່ວມກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດລາວ-ຫວຽດນາມ-ກຳປູເຈຍ ແລະ ເຂົ້າຮ່ວມຮັບຊົມ ຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ໂດຍສະເພາະ ເປັນການຮັດແໜ້ນການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງກອງທັບລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດໄປ ແນໃສ່ເຮັດໃຫ້ວຽກງານຂອງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.
ໂອກາດດັ່ງກ່າວ, ທ່ານ ພົນເອກ ຟານ ວັນ ຢາງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕິຈິດມິດຕະພາບແບບດູດດື່ມ, ພ້ອມທັງໄດ້ລາຍງານໃຫ້ຊາບກ່ຽວກັບຈຸດປະສົງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້.
