ໃນອາທິດຜ່ານມາ, ຢູ່ທີ່ສະໂມສອນ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຝຶກອົບຮົມນຳໃຊ້ໂປຣແກຣມໂຄງສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວດິຈິຕ໋ອນໃຫ້ກອງນາຍ ແລະ ພົນຕຳຫຼວດ ກອງບັນຊາການ ປກສ ແຂວງເຊກອງ ແລະ ສາລະວັນ, ເປັນປະທານໂດຍ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີບັນດາ ຄະນະ ພັກ-ຄະນະກົມ, ຄູອາຈານ ແລະ ນັກສໍາມະນາກອນ ຈາກສອງ ປກສ ແຂວງ ເຂົ້າຮ່ວມ 70 ສະຫາຍ ຍິງ 15 ສະຫາຍ.

ການຝຶກອົບຮົມຄັ້ງນີ້, ນັກສຳມະນາກອນຈະໄດ້ຮູ້ວິທີການນໍາໃຊ້ລະບົບໂປຣແກຣມໂຄງການສ້າງຖານຂໍ້ມູນ ພົນລະເມືອງ ແລະ ບັດປະຈຳຕົວ ເປັນຕົ້ນແມ່ນ: 1). ລະບົບຊອບແວຄຸ້ມຄອງ ພົນ ລະເມືອງ ແລະ ຊອບແວລະບຸຕົວຕົນເອເລັກໂຕຣນິກ, 2). ການ ນໍາໃຊ້ລະບົບຊອບແວ ຂອງພົນລະເມືອງ, ການຢັ້ງຢືນແບບເອເລັກໂຕຣນິກ ແບບດີຈີຕ້ອນ ແລະ ການເກັບກຳຂໍ້ມູນພົນລະ ເມືອງ, 3). ລະບົບຊອບແວສໍາລັບທີ່ຢູ່ອາໄສຂອງພົນລະເມືອງ ແລະ ການຄຸ້ມ ຄອງນໍາໃຊ້ລະບົບລາຍເຊັນດີຈິຕ້ອນ, 4). ພື້ນ ຖານໂຄງລ່າງການດໍາເນີນງານ, 5). ການຈັດການ ແລະ ການດໍາ ເນີນງານ ABIS, 6). ການຈັດການລະບົບຂໍ້ມູນຂ່າວສານ ICT, 7). ຝນິຕິກໍາກ່ຽວກັບໂຄງການ, ແລະ ໄດ້ສົນທະນາ ແລກປ່ຽນຄໍາຄິດຄໍາເຫັນພ້ອມທັງມີການປະເມີນຜົນ.

ພາຍຫຼັງສຳເລັດການຮຽນຮູ້ວຽກງານດັ່ງກ່າວແລ້ວ, ກໍໄດ້ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນທີ່ເຂົ້າຝືກອົບຮົມໃນຄັ້ງນີ້, ເປັນກຽດມອບໂດຍ ພົຈວ ແກ່ນຈັນ ພົມມະຈັກ.

