ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານຕິດຕາມ, ກວດກາຂອງພັກ ປະຈຳໄຕມາດ lll ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2025 ໃນວັນທີ 9 ຕຸລາ 2025, ເປັນປະທານໂດຍ ສະຫາຍ ພົຈວ ນາງ ລີວົງ ລາວລີ ກໍາມະການສາໍຮອງສູນກາງພັກ ຄະນະປະຈໍາພັກ ປະທານກວດກາພັກກະຊວງ ຮອງລັດຖະມົນຕີກະຊວງ ປກສ, ມີຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່, ຫ້ອງວ່າການກະຊວງ, ຮອງປະທານກວດກາພັກກະຊວງ, ກອງບັນຊາການ, ວິທະຍາຄານ, ປະທານ-ຮອງກວດກາພັກ ແລະ ກົມກອງທີ່ຂຶ້ນກັບກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.

ພັອ ສຸພັນທອງ ໄຄ້ຍະວົງ ຄະນະພັກກະຊວງ ຮອງປະທານກວດກາພັກກະຊວງ ຫົວໜ້າກົມກວດກາ-ກວດການ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຍົກໃຫ້ເຫັນດ້ານດີຜົນງານ, ຜົນສໍາເລັດ ເປັນຕົ້ນ: ຄະນະພັກແຕ່ລະຂັ້ນໄດ້ເປັນເຈົ້າການຕິດຕາມກຳສະພາບ ພົ້ນເດັ່ນບັນດາການຈັດຕັ້ງພັກ, ຄະນະພັກ, ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃຫ້ກົມກວດກາ-ກວດການ ຮັບຊາບເປັນປົກກະຕິ, ການຈັດຕັ້ງພັກທຸກຂັ້ນໄດ້ເປັນເຈົ້າການນໍາເອົາແນວທາງນະໂຍບາຍຂອງພັກ, ກົດລະບຽບຂອງພັກ, ມະຕິ, ຄໍາສັ່ງຕ່າງໆໄປຈັດຕັ້ງຜັນຂະຫຍາຍຢູ່ບັນດາຮາກຖານພັກ, ກົມກອງວິຊາສະເພາະຂອງຕົນໄດ້ຢ່າງທົ່ວເຖິງເຮັດໃຫ້ ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ຍັງມີແນວຄິດອຸ່ນອຽນທຸ່ນທ່ຽງ, ຫ້າວຫັນປະຕິບັດໜ້າທີ່ວິຊາສະເພາະ ຮັກສາໄດ້ຄວາມເປັນແບບຢ່າງນໍາໜ້າ ແລະ ຮັກສາໄດ້ບົດບາດນໍາພາຂອງພັກກຳອຳນາດ ເປັນຕົ້ນ ການປະຕິບັດ ມະຕິ, ຄໍາສັ່ງ, ບັນດາຂໍ້ຫ້າມຕ່າງໆໄດ້ດີສົມຄວນ ເຊັ່ນ: ໄດ້ນໍາພາຮ່ວມຊີວິດພັກ, ເສຍເງິນບຳລຸງ, ນໍາພາເປັນໝູ່ຄະນະປະຕິບັດຫຼັກການລວມສູນປະຊາທິປະໄຕ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດຈະແຈ້ງ, ນໍາພາການກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍສຸມໃສ່ແກ້ໄຂຈຸດອ່ອນຄົງຄ້າງຂອງ ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ຫຼຸດລົງເທື່ອລະກ້າວທັງຮັກສາໄດ້ຄວາມສາມັກຄີເປັນປຶກແຜນແໜ້ນໜາ.

ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການປະຈຳໄຕມາດ IV ປີ 2025 ດ້ວຍຄວາມຮັບຜິດຊອບສູງ, ມີເນື້ອໃນເລິກເຊິ່ງ ເພື່ອພ້ອມກັນປັບປຸງດ້ານອ່ອນຂໍ້ຄົງຄ້າງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງສຸດ.

ໃນກອງປະຊຸມ, ສະຫາຍ ພົຈວ ນາງ ລີວົງ ລາວລີ ໄດ້ເນັ້ນຫຼາຍວຽກງານ ໃຫ້ນາຍຕໍາຫຼວດຂັ້ນນໍາພາ, ບັນຊາ ກົມກອງທີ່ຂຶ້ນກັບກະຊວງປ້ອງກັນຄວາມສະຫງົບ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ ເປັນຕົ້ນແມ່ນການຕິດຕາມ, ກວດກາການນໍາພາຂອງຄະນະພັກແຕ່ລະຂັ້ນໃນການນໍາເອົາແນວທາງນະ ໂຍບາຍ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ລະບຽບ ແລະ ຂໍ້ຫ້າມຂອງກໍາລັງປ້ອງກັນຄວາມສະຫງົບ ເປັນເນື້ອໃນສຶກສາອົບຮົມສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃຫ້ເປັນປົກກະຕິຕໍ່ເນື່ອງ, ຕິດຕາມການຈັດຕັ້ງຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃຫ້ລົງສູ່ທ້ອງຖິ່ນຮາກຖານ, ສຸມໃສ່ຕິດຕາມ, ກວດກາການຈັດຕັ້ງພັກ-ລັດແຕ່ລະຂັ້ນ, ປະຕິບັດຕາມຫຼັກການຂອງພັກໃຫ້ ເຂັ້ມງວດ, ມີປະຊາທິປະໄຕ, ໂປ່ງໃສສາມາດກວດກາໄດ້, ນໍາພາ-ຊີ້ນໍາການຈັດຕັ້ງພັກ, ການຈັດຕັ້ງລັດໃຫ້ເປັນປົກກະຕິ ເພື່ອຮັບປະກັນການຈັດຕັ້ງປະຕິບັດຕາມພາລະບົດບາດໜ້າທີ່, ຂອບເຂດສິດຂອງຕົນໃຫ້ເຂັ້ມງວດ ເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນກົມກອງຂອງຕົນໃຫ້ຖືກຕ້ອງ, ວ່ອງໄວ ແລະ ຂາດຕົວ.

