ວັນທີ 9 ຕຸລາ 2025, ສະຫາຍ ພົຈວ ແອນ ອຸ່ນອານົງນຸດ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ລົງມາຢ້ຽມຢາມ ແລະ ເຜີຍແຜ່ຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ທີ່ກອງບັນຊາການ ປກສ ແຂວງໄຊສົມບູນ, ມີຄະນະພັກ – ຄະນະບັນຊາກອງບັນຊາການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ບັນດາຫ້ອງ, ກອງພັນປ້ອງ ກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ປກສ 5 ເມືອງ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ.

ສະຫາຍ ພົຈວ ແອນ ອຸ່ນອານົງນຸດ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເອກະສັນຮັບຮອງເອົາທິດທາງ, ຄາດໝາຍ ແລະ ແຜນການວຽກງານ ຈຸດສຸມໃນ 5 ປີຕໍ່ໜ້າ ( 2025-2030 ) ໃນການສືບຕໍ່ປະຕິບັດ 4 ແຜນງານ 29 ໂຄງການວຽກງານວິຊາສະເພາະ ເພື່ອຮັບປະກັນໃຫ້ປະ ເທດຊາດມີ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ, ສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຄາດໝາຍ, ຫັນເອົາການພັດທະນາແບບຍືນຍົງກ້າວຂຶ້ນສູ່ສັງຄົມນິຍົມ, ຮັບປະກັນດ້ານພະລາທິການ, ສະໜອງງົບປະມານດ້ານຕ່າງໆ ຕາມຄວາມຕ້ອງການອັນຈໍາເປັນໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະ ແລະ ການລ້ຽງດູກຳລັງຕາມທິດ “ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ພ້ອມດຽວກັນນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບຊຸດໃໝ່, ບົນພື້ນຖານການໃຊ້ສິດປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດ ຖານ-ເງື່ອນໄຂ ທີ່ກຳນົດໄວ້, ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ 31 ສະຫາຍ ແລະ ເລືອກໄດ້ 27 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເອກະພາບເລືອກເອົາຄະນະປະຈໍາພັກກະຊວງ 9 ສະຫາຍ ແລະ ກອງປະຊຸມຍັງໄດ້ເອກະສັນເລືອກເອົາ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ເປັນເລຂາຄະນະບໍລິຫານງານພັກກະຊວງປ້ອງກັນ ຄວາມສະຫງົບ, ສະຫາຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ, ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ເປັນຮອງເລຂາ; ພ້ອມນັ້ນ, ກອງປະຊຸມໄດ້ເປັນເອກະສັນເລືອກເອົາ ສະຫາຍ ພົຈວ ນາງ ລີວົງ ລາວລີ ເປັນປະທານກວດກາພັກ, ສະຫາຍ ພົຈວ ຊາຍຄອງ ເພັດຊະວົງ, ສະຫາຍ ພັອ ສຸພັນທອງ ໄຄ້ຍະວົງ ແລະ ສະຫາຍ ພັອ ສຸວັນ ທອງຈະເລີນ ເປັນຮອງປະທານກວດກາ. ພ້ອມດຽວກັນນັ້ນ, ໃນກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ-ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈໍານວນ 20 ສະຫາຍ.
ໃນໂອກາດດັ່ງກ່າວ, ສະຫາຍ ພົຈວ ແອນ ອຸ່ນອານົງນຸດ ຍັງໄດ້ເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ.

ທັງນີ້, ກໍເພື່ອເປັນທິດຊີ້ນໍາໃຫ້ຄະນະພັກ, ຄະນະບັນຊາ ແລະ ນາຍຕຳຫຼວດ ປກສ ແຂວງໄຊສົມບູນ ໄດ້ຮັບຮູ້, ເຂົ້້າໃຈ ແລະ ພ້ອມກັນນໍາເອົາເນື້ອໃນດັ່ງກ່າວ ໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.
ໂອກາດດັ່ງກ່າວ, ສະຫາຍ ພົຈວ ແອນ ອຸ່ນອານົງນຸດ ຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕະຫຼອດນາຍແລະພົນຕຳຫຼວດ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ ສຶບຕໍ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ໃນກົມກອງຂອງຕົນຢ່າງເປັນປົກກະຕິຕໍ່ເນື່ອງ, ເຊີດຊູສະຕິປັນຍາ, ຄວາມເປັນແບບຢ່າງນຳໜ້າ ແລະ ຄວາມຮັບຜິດຊອບດ້ານການເມືອງ ຂອງຕົນໃຫ້ສູງຂື້ນເລື້ອຍໆ, ຍົກສູງບົດບາດການນຳພາຂອງພັກໃນການນຳພາ-ຊີ້ນຳ ທຸກຂົງເຂດວຽກງານ ໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ, ມີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ປຶກສາຫາລືເປັນໝູ່ຄະນະ ເພື່ອເຮັດໃຫ້ອົງຄະນະພັກກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ ມີຄວາມປອດໃສເຂັ້ມແຂງ ໜັກແໜ້ນ ຢ່າງບໍ່ຢຸດຢັ້ງ.
