ໃນທ້າຍອາທິດທີ່ຜ່ານມາ, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີເຊື່ອມຊຶມເຜີຍແຜ່ເອກະສານ ຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງ ປກສ ເພື່ອໃຫ້ນາຍຕໍາຫຼວດພາຍໃນກົມໃຫຍ່ພະລາທິການ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນງານ ແລະ ບັນດາທິດທາງທີ່ຈະຕ້ອງໄດ້ສຸມໃສ່ໃນການຈັດຕັ້ງປະຕິ ບັດວຽກງານຂອງຄະນະພັກກະຊວງ ປກສ ໃນຊຸມປີຕໍ່ໜ້າໂດຍມີ ສະຫາຍ ພົຈວ ໜູຈອນ ກ້ອນທອງດໍາ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຄະນະພັກ-ຄະນະກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ສະມາຊິກພັກພາຍໃນກົມ ເຂົ້າຮ່ວມ.

ພົຈວ ໜູຈອນ ກ້ອນທອງດໍາ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງ ປກສ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5-6 ສິງຫາ 2025, ໄດ້ດໍາເນີນເປັນເວລາ 1 ວັນເຄິ່ງ ພາຍໃຕ້ການເປັນປະທານຂອງ ສະ ຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນ ກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກກະຊວງ ປກສ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍພະນັກງານປະຕິວັດອາວຸໂສ, ແຂກຮັບເຊີນ, ຜູ້ແທນສົມບູນ ເຊິ່ງເປັນຕົວແທນໃຫ້ແກ່ສະຫາຍສະມາຊິກພັກ ທົ່ວອົງຄະນະພັກກະຊວງ ປກສ.

ກອງປະຊຸມ, ໄດ້ຮັບຟັງລາຍງານການເມືອງຂອງ ຄະນະບໍລິຫານງານພັກກະຊວງ ປກສ ເຊິ່ງຍົກໃຫ້ເຫັນໃນໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ, ຄະນະພັກຂັ້ນຕ່າງໆຂອງກໍາລັງ ປກສ ໄດ້ຜ່ານຜ່າສິ່ງທ້າ ທາຍທົດສອບນາໆປະການ ແລະ ພ້ອມກັນສູ້ຊົນຍາດໄດ້ຜົນງານໃຫຍ່ຫຼວງໃນຫຼາຍດ້ານ ເປັນຕົ້ນວຽກງານປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທາງສັງຄົມ, ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ, ວຽກງານນໍາພາປັບປຸງພື້ນຖານວັດຖຸເຕັກນິກ ແລະ ແກ້ໄຂຊີວິດການເປັນຢູ່ ຂອງກໍາລັງ ປກສ, ວຽກງານພົວພັນຮ່ວມມືກັບຕ່າງປະເທດ ຕາມແນວທາງການຕ່າງປະເທດຂອງພັກ ແລະ ວຽກງານສໍາຄັນອື່ນໆ.

ກອງປະຊຸມໃຫຍ່ ໄດ້ເປັນເອກະສັນຮັບຮອງເອົາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ຈໍານວນ 27 ສະຫາຍ ຍິງ 1 ສະຫາຍ, ຮັບຮອງເອົາ ຄະນະປະຈໍາພັກກະຊວງ ປກສ ຈໍານວນ 9 ສະຫາຍ ຍິງ 1 ສະຫາຍ, ຮັບຮອງເອົາ ເລຂາ-ຮອງເລຂາ ຄະນະບໍລິຫານງານພັກກະຊວງ ປກສ ຈໍານວນ 3 ສະຫາຍ, ຮັບຮອງເອົາ ປະທານກວດກາ ແລະ ຮອງປະທານກວດກາພັກ ຈໍານວນ 4 ສະຫາຍ.
