ວັນທີ 7 ຕຸລາ 2025 ຢູ່ທີ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳເລັດການດຳເນີນ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ, ເຜີຍແຜ່ເອກະສານໂດຍ ສະຫາຍ ພົຈວ ກອງສະຫວັດ ບຸນລ້ຽງ ຄະນະປະຈຳພັກກະຊວງ ເລຂາຄະນະພັກກົມໃຫຍ່ ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ, ສະຫາຍ ພັອ ລໍາພົງ ໄຊທອງ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະກົມ, ຄະນະພັກຮາກຖານ, ຄະນະພັກຫ້ອງ, ກົມກອງອ້ອມຂ້າງ, ຄະນະພັກກອງບັນຊາການ ປກສ 14 ເມືອງ 1 ນະຄອນ, ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ ເຂົ້າຮ່ວມ.

ສະຫາຍ ພົຈວ ກອງສະຫວັດ ບຸນລ້ຽງ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດດຂຶ້ນໃນຄັ້ງວັນທີ 5-6 ສິງຫາ 2025 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີແຂກຮັບເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ເປັນເອກະສັນຮັບຮອງເອົາທິດທາງ, ຄາດໝາຍ ແລະ ແຜນການວຽກງານ ຈຸດສຸມໃນ 5 ປີຕໍ່ໜ້າ (2025-2030 ) ເປັນຕົ້ນແມ່ນ: ສືບຕໍ່ປະຕິບັດ 4 ແຜນງານ 29 ໂຄງການວຽກງານວິຊາສະເພາະ ເພື່ອຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ, ສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຄາດໝາຍ, ຫັນເອົາການພັດທະນາແບບຍືນຍົງກ້າວຂຶ້ນສູ່ສັງຄົມນິຍົມ, ຮັບປະກັນດ້ານພະລາທິການ, ສະໜອງງົບປະມານດ້ານຕ່າງໆ ຕາມຄວາມຕ້ອງການອັນຈໍາເປັນໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະ ແລະ ການລ້ຽງດູກຳລັງຕາມທິດນໍາຂອງພັກ “ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ພ້ອມດຽວກັນນີ້, ຜູ້ແທນກອງປະຊຸມຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ຊຸດໃໝ່, ບົນພື້ນຖານອັນຖືກຕ້ອງ, ສອດຄ່ອງກັບມາດຖານ-ເງື່ອນໄຂ ທີ່ກຳນົດໄວ້, ໃນນີ້, ມີຜູ້ສະໝັກຮັບເລືອກຕັ້ງ 31 ສະຫາຍ ແລະ ເລືອກເອົາ 27 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເອກະພາບເລືອກເອົາຄະນະປະຈໍາພັກກະຊວງ 9 ສະຫາຍ, ກອງປະຊຸມຍັງໄດ້ເອກະສັນ ເລືອກເອົາສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ເປັນເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນຮອງເລຂາ, ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ເປັນຮອງເລຂາ ແລະ ເລືອກເອົາ ສະຫາຍ ພົຈວ ນາງ ລີວົງ ລາວລີ ເປັນປະທານກວດກາພັກ, ສະຫາຍ ພົຈວ ຊາຍຄອງ ເພັດຊະວົງ, ສະຫາຍ ພັອ ສຸພັນທອງ ໄຄ້ຍະວົງ ແລະ ສະຫາຍ ພັອ ສຸວັນ ທອງຈະເລີນ ເປັນຮອງປະທານກວດກາ. ພ້ອມດຽວກັນນັ້ນ, ໃນກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ-ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈໍານວນ 20 ສະຫາຍ.

ຈາກນັ້ນ, ກໍໄດ້ເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ 6 ອົງຄະນະພັກກະຊວງປ້ອງກັນຄວາມສະ ຫງົບ.
ໃນໂອກາດນີ້, ສະຫາຍ ພົຈວ ກອງສະຫວັດ ບຸນລ້ຽງ ຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ຕະຫຼອດຮອດນາຍ ແລະ ພົນຕຳຫຼວດທົ່ວກຳລັງ ປກສ ແຂວງສະຫວັນນະເຂດ ຈົ່ງເຊີດຊູສະຕິປັນຍາ, ຄວາມເປັນແບບຢ່າງນຳໜ້າ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ, ຍົກສູງບົດບາດຂອງພັກໃນການນຳພາ-ຊີ້ນຳຢູ່ທຸກຂົງເຂດວຽກງານໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ ເພື່ອເຮັດໃຫ້ອົງຄະນະພັກກອງບັນຊາການ ປກສ ແຂວງສະຫວັນນະເຂດ ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ຢ່າງບໍ່ຢຸດຢັ້ງ.
