ແຫຼ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ພະແນກຄຸ້ມ ຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງສາລະວັນ ຈັດກອງປະຊຸມ ຄົ້ນຄວ້າ-ປືກສາຫາລື ວຽກງານວິຊາສະເພາະຄຸ້ມຄອງຄົນຕ່າງປະເທດກັບກອງບັນຊາການ ປກສ 8 ເມືອງ ເມື່ອບໍ່ດົນມານີ້, ທີ່ກອງບັນຊາການ ປກສ ແຂວງສາລະວັນ ໂດຍມີທ່ານ ພົຈວ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ພັທ ເກດ ມະນີ ພົມມະສິງ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ ພ້ອມດ້ວຍກອງບັນຊາການ ປກສ 8 ເມືອງ, ຫ້ອງຕຳຫລວດ, ພະແນກ, ດ່ານຊາຍແດນ, ພະແນກຄຸ້ມຄອງຄົນຕ່າງປະເທດ ນາຍ ແລະ ພົນຕໍາຫຼວດທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ສຸລີຍາ ດ້ວງໂພໄຊ ຮອງຫ້ອງສັນຕິບານ ໄດ້ຜ່ານນິຕິກຳ ສະບັບເລກທີ 02/ຈຂ.ສວ ຄຳແນະນຳກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາແຮງງານຕ່າງປະເທດທີ່ຜິດກົດໝາຍ, ເອກະສານເລກທີ 184/ລບ ວ່າດ້ວຍ ການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ແລະ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄົນຕ່າງປະເທດ ໃນໄລ ຍະຜ່ານມາ ສາມາດຕິດຕາມ ກວດກາ ເກັບກຳຂໍ້ມູນສະຖິ ຕິຄົນຕ່າງປະເທດທີ່ເຂົ້າມາພັກເຊົາ ແລະ ເຄື່ອນໄຫວປະ ກອບອາຊີບ ຢູ່ແຂວງສາລະວັນ ມີ 1.255 ຄົນ ຍິງ 328 ຄົນ, ມີ 12 ສັນຊາດ, ມີເອກະສານຖືກຕ້ອງຄົບຖ້ວນຕາມເງື່ອນໄຂ 679 ຄົນ ຍິງ 148 ຄົນ, ເອກະສານບໍ່ຖືກຕ້ອງ 385 ຄົນ ຍິງ 104 ຄົນ, ສຶກສາອົບຮົມຄົນຕ່າງປະເທດລະເມີດລະບຽບກົດໝາຍ ສປປ ລາວ ມີ 25 ຄົນ 5 ສັນ ຊາດ, ຄົ້ນຄວ້າເອກະສານແຕ່ງດອງ 30 ຄູ່ ມີ 6 ສັນຊາດ, ຂຶ້ນທະບຽນ ກຳນົດ 3 ເດືອນ ມີ 5 ຄົນ ຍິງ 1 ຄົນ ມີ 02 ສັນຊາດ, ອອກບັດອະນຸຍາດພັກເຊົາຊົ່ວຄາວ 286 ບັດ ມີ 6 ສັນຊາດ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງ ໄປກົງມາ ໃນການຄຸ້ມຄອງຄົນຕ່າງປະເທດ ໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ຫັນເຂົ້າສູ່ລະບົບເທື່ອລະກ້າວ ເຮັດໃຫ້ວຽກງານວິຊາສະເພາະຄຸ້ມຄອງຄົນຕ່າງປະເທດ ເປັນວຽກງານຈຸດສຸມສໍາຄັນ ແນໃສ່ເຮັດໃຫ້ການຄຸ້ມຄອງຄົນຕ່າງປະເທດ, ການເກັບກໍາສະຖິຕິ, ການຄຸ້ມຄອງການເຄື່ອນໄຫວ, ການອອກບັດອະນຸຍາດພັກເຊົາຊົ່ວຄາວ, ການຂໍແຕ່ງດອງ ແລະ ຂໍຢູ່ລາວຖາວອນຂອງຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດຢູ່ແຂວງສາລະວັນ ໃຫ້ມີຄວາມຖືກຕ້ອງຕາມລະບຽບຫຼັກ ການ ແລະ ກົດໝາຍຢ່າງເຂັ້ມງວດ.

ໃນໂອກາດນີ້, ທ່ານ ພົຈວ ສີເສີດ ສອນດາລາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄະນະຮັບຜິດຊອບແຕ່ລະຂັ້ນທີ່ກ່ຽວຂ້ອງ ໄດ້ມີຄວາມເອົາໃຈໃສ່ສູງຕໍ່ກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄົນຕ່າງປະເທດທີ່ມີຜົນສໍາເລັດຫລາຍດ້ານ ພ້ອມທັງເນັ້ນໃຫ້ບັນດາຫ້ອງສັນຕິບານ, ກອງບັນຊາການ ປກສ 08 ເມືອງ ແລະ ພະແນກການ, ພະນັກ ງານວິຊາສະເພາະທີ່ກ່ຽວຂ້ອງ ສືບຕໍ່ເພີ່ມທະວີເຄື່ອນໄຫວຈັດຕັ້ງປະຕິບັດ ໃນການຕິດຕາມ ກວດກາ ເກັບກໍາສະຖິຕິ, ການຄຸ້ມຄອງການເຄື່ອນໄຫວ, ການອອກບັດອະນຸຍາດພັກເຊົາຊົ່ວຄາວ, ການຂໍແຕ່ງດອງ ແລະ ຂໍຢູ່ລາວຖາວອນຂອງຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດໃຫ້ມີຄວາມຖືກຕ້ອງຕາມຫລັກການ ແລະ ລະບຽບກົດໝາຍ, ເອົາໃຈໃສ່ເຮັດໜ້າທີ່ວຽກງານການເມືອງນໍາພາ-ແນວຄິດ ໃນຖັນແຖວນາຍ ແລະ ພົນຕໍາຫລວດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ໃຫ້ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ, ບໍລິສຸດສັດຊື່ຕໍ່ໜ້າທີ່ວິຊາສະເພາະ ສາມາດນໍາໄປຈັດຕັ້ງວຽກງານໃຫ້ມີປະສິດທິຜົນສູງ.
