ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນຄູ ແຫ່ງຊາດ ຄົບຮອບ 31 (7 ຕຸລາ 1994-7 ຕຸລາ 2025) ໃນວັນທີ 6 ຕຸລາ 2025 ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ, ປາຖະກະຖາໂດຍ ພົຈວ ປອ ບຸນຊະນະ ສິມມາລາວົງ ຫົວໜ້າອໍານວຍການ ວສປ, ມີຄະນະພັກ-ຄະນະອໍານວຍການ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພົຈວ ປອ ບຸນຊະນະ ສິມມາລາວົງ ກ່າວວ່າ: ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງເສດໄດ້ມາຍຶດຄອງລາວໃນປີ ຄ.ສ 1893 ເປັນຕົ້ນມາ ພວກເຂົາເຈົ້າບໍ່ໄດ້ເອົາໃຈໃສ່ເຖິງການຂະຫຍາຍໂຮງຮຽນຢູ່ໃນປະເທດລາວພໍເທົ່າໃດ. ມາເຖິງປີ ຄ.ສ 1905 ທົ່ວປະເທດມີໂຮງຮຽນພຽງແຕ່ 2 ແຫ່ງ ຄື: ຫຼວງພະບາງ ແລະ ວຽງຈັນ ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍເຕັມທີ່ໃນຈໍານວນດັ່ງກ່າວໄດ້ມີຄົນລາວຊື່ ທ້າວຄໍາ ໄດ້ຮຽນຈົບຫ້ອງທີ I (ປ6), ປີ ຄ.ສ 1907 ທ້າວຄໍາ ໄດ້ເຂົ້າຮ່ວມຮັບການອົບຮົມຄູ ຊຶ່ງຖືວ່າເປັນຄັ້ງທໍາອິດໃນປະຫວັດສາດຂອງຊາດລາວທີ່ໄດ້ມີການຈັດອົບຮົມຄູ ພາຍຫຼັງການອົບຮົມສໍາເລັດ ມາເຖິງວັນທີ 7 ຕຸລາ 1907 ທ້າວຄໍາ ເລີ່ມເປັນຄູສອນ. ຍ້ອນພວກລ່າເມືອງຂຶ້ນຝຣັ່ງເຫັນອິດທິພົນຂອງພະສົງໃນວຽກງານການສຶກສາ ພວກເຂົາຈຶ່ງຫັນນະໂຍບາຍເພື່ອຜັນຂະຫຍາຍໂຮງຮຽນໃຫ້ກວ້າງອອກກວ່າເກົ່າດ້ວຍຮູບການເປີດໃຫ້ມີໂຮງຮຽນສ້າງຄູສົງຂຶ້ນໃນປີ 1907 ທີ່ວັດຈັນ, ຊຶ່ງປະກອບມີພະສົງ 50 ກວ່າອົງໄດ້ເຂົ້າຮຽນ, ທ້າວ ຄໍາ ກໍເປັນຄູສອນຢູ່ໂຮງຮຽນສ້າງຄູສົງແຫ່ງນັ້ນ. ຍ້ອນຈິດໃຈ ຮັກຊາດຂອງນາຍຄູຄໍາ, ໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງ ນາຍຄູຄໍາ ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພະສົງທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ ເພື່ອບໍ່ໃຫ້ຊາດລາວເສື່ອມເສຍເປັນຊາດຝຣັ່ງ ຍ້ອນພະສົງ ໄດ້ຮັບການສຶກສາອົບຮົມຢູ່ໃນໂຮງຮຽນຄືເຊັ່ນນັ້ນ ພາຍຫຼັງທີ່ພວກເພິ່ນຈົບການອົບຮົມຄູແລ້ວ, ກໍໄດ້ມີພະສົງຫຼາຍອົງບໍ່ຍອມໄປເປັນຄູ ເພື່ອຮັບໃຊ້ນະໂຍບາຍການສຶກສາຂອງພວກລ່າເມືອງຂຶ້ນຝຣັ່ງ. ປີ ຄ.ສ 1913 ນາຍຄູຄໍາ ໄດ້ສອນຢູ່ໂຮງຮຽນ ຕັບໂຟແຣງ (ປີແອ ຕັບໂຟແຣງ) ລວມມີຄູລາວ 3 ຄົນ, ມາເຖິງກາງເດືອນພະຈິກ ປີ ຄ.ສ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວ ນໍາໂດຍ ນາຍຄູຄຳ ໄດ້ລະເບີດຂຶ້ນຢູ່ວຽງຈັນ, ການຕໍ່ສູ້ໄດ້ດໍາເນີນໄປຢ່າງຮຸນແຮງ ນາຍຄູຄຳ ໄດ້ຖືກພວກຝຣັ່ງຈັບ ແລະ ນໍາຕົວໄປຂັງຄຸກ, ພາຍຫຼັງຖືກຄຸມຂັງໄດ້ໄລຍະໜຶ່ງ ນາຍຄູຄຳ ໄດ້ໂຕນອອກຈາກຄຸກ ແລ້ວ ຂ້າມແມ່ນໍ້າຂອງໄປອາໄສຢູ່ນຳພີ່ນ້ອງທີ່ບາງກອກ (ປະເທດໄທ), ປີ 1949 ນາຍຄູຄໍາ ໄດ້ເຈັບປ່ວຍ ແລະ ໄດ້ເສຍຊີວິດຍ້ອນພະຍາດຂອງເພິ່ນຢູ່ທີ່ວັດສີ ທາຣາມ (ປະເທດໄທ).

ພາຍຫຼັງປະຊາຊົນລາວໄດ້ລຸກຮື້ຂຶ້ນຍຶດອໍານາດ ໃນວັນທີ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາມີລັກສະນະຊາດ ຈຶ່ງຄ່ອຍໆປະກົດຕົວເປັນຮູບເປັນຮ່າງຂຶ້ນມາ, ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ຂອງຈັກກະພັດພາຍນອກ ແລະ ຜູ້ຮຸກຮານ ໄດ້ຮັບໄຊຊະນະ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປານາຂຶ້ນໃນວັນທີ 2 ທັນວາ 1975 ເຫດການປະຫວັດສາດ ດັ່ງກ່າວກໍໄດ້ເປັນເງື່ອນໄຂເອື້ອອໍານວຍໃຫ້ແກ່ການສຶກສາຂອງລາວໄດ້ຮັບການພັດທະນາ, ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ, ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮໍ່າຮຽນຢູ່ໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູທີ່ມີນໍ້າໃຈຮັກຫອມປະເທດຊາດ, ມີຄວາມຮູ້ຄວາມສາມາດ ຊຶ່ງໄດ້ຜ່ານການອົບຮົມມາຈາກຫຼາຍປະເທດ ໃນພາກພື້ນແຫ່ງໂລກຕາເວັນຕົກ, ຕາເວັນອອກ ແລະ ຈາກການຊຸບຫຼໍ່ກໍ່ສ້າງຢູ່ພາຍໃນປະເທດຢ່າງພຽງພໍເຂົາເຈົ້າເຫຼົ່ານັ້ນໄດ້ນໍາເອົາຄວາມຮູ້ຄວາມສາມາດປະກອບສ່ວນກໍ່ສ້າງປະເທດຊາດ ເພື່ອນໍາເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ, ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດ ມາແຕ່ລະສະໄໝ. ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສໍານຶກເຖິງຄຸນງາມຄວາມດີຂອງຄູໃນສັງຄົມໄດ້ກາຍເປັນພືດຕິກຳໃນຕົວຈິງຈຶ່ງເຫັນມີຄວາມຈຳເປັນຈະຕ້ອງກໍານົດໃຫ້ມີວັນຄູ ແຫ່ງຊາດລາວ ໂດຍກໍານົດເອົາວັນເຂົ້າຮັບລາຊະການ ເພື່ອເປັນຄູຂອງນາຍຄູຄໍາ ຊຶ່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ແລະ ກຳນົດວັນທີ 7 ຕຸລາ ເພື່ອເປັນວັນຄູແຫ່ງຊາດລາວ, ວັນຄູແຫ່ງຊາດລາວ ໄດ້ຖືກປະກາດໃຊ້ຕັ້ງແຕ່ວັນທີ 7 ຕຸລາ ປີ 1994 ເປັນຕົ້ນມາ ຈົນຮອດປັດຈຸບັນ ເມື່ອຮອດວັນທີ 7 ຕຸລາ ທຸກປີ ຈະມີພິທີການເລົ່າປະຫວັດ ແລະ ອວຍພອນຄູ ຂຶ້ນໃນທຸກໂຮງຮຽນ ແລະ ທຸກສະຖາບັນການສຶກສາທົ່ວປະເທດ.
