ວັນທີ 2 ຕຸລາ 2025, ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ເຜີຍແຜ່ຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ທີ່ກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະພັກ – ຄະນະບັນຊາກອງບັນຊາການ, ຫ້ອງອ້ອມຂ້າງ, ປກສ 11 ເມືອງ, ດ່ານ ຕມ ພ້ອມດ້ວຍນາຍຕໍາຫຼວດເຂົ້າຮ່ວມ.

ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດຂຶ້ນໃນວັນທີ 5 ສິງຫາ ແລະ ສໍາເລັດລົງໃນວັນທີ 6 ສິງຫາ 2025 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງປ້ອງກັນ ຄວາມສະຫງົບ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີແຂກຮັບເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ເປັນເອກະສັນຮັບຮອງເອົາທິດທາງ, ຄາດໝາຍ ແລະ ແຜນການວຽກງານ ຈຸດສຸມໃນ 5 ປີຕໍ່ໜ້າ ( 2025-2030 ) ເປັນຕົ້ນແມ່ນ: ສືບຕໍ່ປະຕິບັດ 4 ແຜນງານ 29 ໂຄງການວຽກງານວິຊາສະເພາະ ເພື່ອຮັບປະກັນໃຫ້ປະເທດຊາດມີ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ, ສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຄາດໝາຍ, ຫັນເອົາການພັດທະນາແບບຍືນຍົງກ້າວຂຶ້ນສູ່ສັງຄົມນິຍົມ, ຮັບປະກັນດ້ານພະລາທິການ, ສະໜອງງົບປະມານດ້ານຕ່າງໆ ຕາມຄວາມຕ້ອງການອັນຈໍາເປັນໃຫ້ແກ່ການເຄື່ອນໄຫວວິຊາສະເພາະ ແລະ ການລ້ຽງດູກຳລັງຕາມທິດນໍາຂອງພັກ “ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ພ້ອມດຽວກັນນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບຊຸດໃໝ່, ບົນພື້ນຖານການໃຊ້ສິດປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຖານ-ເງື່ອນໄຂ ທີ່ກຳນົດໄວ້, ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ 31 ສະຫາຍ ແລະ ເລືອກໄດ້ 27 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເອກະພາບເລືອກເອົາຄະນະປະຈໍາພັກກະຊວງ 9 ສະຫາຍ ແລະ ກອງປະຊຸມຍັງໄດ້ເອກະສັນເລືອກເອົາ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ເປັນເລຂາຄະນະບໍລິຫານງານພັກກະຊວງປ້ອງກັນ ຄວາມສະຫງົບ, ສະຫາຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ, ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ເປັນຮອງເລຂາ ແລະ ກອງປະຊຸມໄດ້ເປັນເອກະສັນເລືອກເອົາ ສະຫາຍ ພົຈວ ນາງ ລີວົງ ລາວລີ ເປັນປະທານກວດກາພັກ, ສະຫາຍ ພົຈວ ຊາຍຄອງ ເພັດຊະວົງ, ສະຫາຍ ພັອ ສຸພັນທອງ ໄຄ້ຍະວົງ ແລະ ສະຫາຍ ພັອ ສຸວັນ ທອງຈະເລີນ ເປັນຮອງປະທານກວດກາ. ພ້ອມດຽວກັນນັ້ນ, ໃນກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ-ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈໍານວນ 20 ສະຫາຍ.
ໃນໂອກາດດັ່ງກ່າວ, ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ ຍັງໄດ້ເຜີຍແຜ່ບົດໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະ ຫງົບ; ທັງນີ້ ກໍເພື່ອເປັນທິດຊີ້ນໍາໃຫ້ຄະນະພັກ, ຄະນະບັນຊາ, ນາຍຕຳຫຼວດ ປກສ ແຂວງໄຊຍະບູລີ ນຳໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.
ປກສ ແຂວງໄຊຍະບູລີ
