
ໃນວັນທີ 5 ພຶດສະພາ 2023, ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການ ກົມການເມືອງສູນກາງພັກ ປະທານສະ ພາແຫ່ງຊາດ, ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ ເຄື່ອນໄຫວຕິດຕາມກວດກາໂຄງການ ຫຼ່ໍຮູບປັ້ນ ປະທານ ໄກສອນ ພົມວິຫານ ທີ່ຈະນຳໄປປະດິດສະຖານຢູ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ.ທ່ານ ບຸນສະໜອງ ສີຫາລາດ ຄະນະ ອໍານວຍການໂຮງປັ້ນ ຫຼື ປັບເປຸງແກ້ໄຂແບບທີ່ມີຄວາມສູງ 7,5 ແມັດ.

ມາຮອດປັດຈຸບັນ, ຄະນະກວດກາກໍໄດ້ເຫັນດີໃຫ້ກ໋ອບປີ້ແບບ, ເຊິ່ງໄດ້ນໍາເຜິ້ງມາ ກ໋ອບປີ້ໃສ່ແບບ ແລະ ມີຢູ່ 6 ສ່ວນຄື ສ່ວນສຽນ, ສ່ວນເອິກ, ສ່ວນຂາ, ສ່ວນ ຕີນ, ສ່ວນແຂນ ແມ່ນສໍາເລັດແລ້ວ ແລະ ອີກສ່ວນໜຶ່ງແມ່ນ ສ່ວນມືທີ່ກໍາລັງຈັບປຶ້ມ ເມື່ອປັ້ນເຜິ້ງໃສ່ແບບກ໋ອບປີ້ແລ້ວ ແມ່ນ ຈະໄດ້ຫຼ່ໍໃສ່ແບບໃຫ້ສໍາເລັດຄາດກະ ເດືອນມິຖຸນາ ຈະປະກອບໃຫ້ສໍາເລັດ.

ເຊິ່ງຮູບປັ້ນປະທານ ໄກສອນ ພົມວິຫານ ຈະຫຼ່ໍດ້ວຍທອງສໍາລິດມີ ຄວາມສູງ 7,5 ແມັດ, ຄວາມກວ້າງໜ້າເອິກປະມານ 1,98 ແມັດ, ຄວາມກວ້າດ້ານຫຼັງ 1,44 ແມັດ ເພື່ອໄປປະດິດສະຖານໄວ້ທີ່ວິທະຍາຄານການເມືອງ ປກສ, ການປັ້ນຫຼ່ໍຄັ້ງນີ້ ແມ່ນໃຊ້ວິຊາການທີ່ຈົບ ຈາກຂະແໜງວິຈິດສິນ ທີ່ມີພອນສະ ຫວັນທາງດ້ານສີໄມ້ລາຍມື ແລະ ຊ່າງທີ່ມີຄວາມຊໍານານໃນການປັ້ນຫຼ່ໍ ຄາດວ່າໃນທ້າຍເດືອນມິຖຸນາ 2023 ຈະໃຫ້ສໍາເລັດ.

ພາບ-ຂ່າວ: ຄຳໂຖ