Skip to content

ເມນູລັດ

  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວ ປກສ, ປກຊ
  • ຂ່າວການເຄື່ອນໄຫວວິຊາສະເພາະ ວິທະຍຸ ປກສ
  • ຂ່າວເດັ່ນ
  • ນິຕິກຳ
  • ບົດຄວາມ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
  • ໂທລະພາບ ປກສ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ກົມໃຫຍ່ການເມືອງ
      • ວິທະຍຸ ປກສ
        • ຂ່າວ ປກສ, ປກຊ
        • ບົດຄວາມ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ພະລາທິການ
    • ກົມກວດກາ-ກວດການ
    • ກົມສື່ສານ
      • ກົງຈັການຈັດຕັ້ງ
        • ຫ້ອງການກົມ
        • ພະແນກການເມືອງ
        • ພະແນກພະລາ
        • ພະແນກຄຸ້ມຄອງລະບົບຄອມພີວເຕີ
        • ພະແນກຕິດຕັ້ງ-ສ້ອມແປງ
        • ພະແນກຮັບ-ສົ່ງຂ່າວສານ
        • ພະແນກເຕັກນິກ
        • ພະແນກໂທລະສັບ
        • ພະແນກໂທລະເລກ
      • ພາລະບົດບາດ
      • ມູນເຊື້ອ
      • ກອງປະຊຸມ
      • ນິຕິກຳ
      • ພົວພັນ
      • ການເຄື່ອນໄຫວວິຊາສະເພາະ
    • ກົມ504
    • ກົມຄຸ້ມຄອງສຳມະໂນຄົວ
    • ກົມຄົ້ນຄວ້າ ວທສ-ປວສ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
    • ການເຄື່ອນໄຫວວຽກງານການນຳ
    • ການເມືອງ-ສັງຄົມ
    • ຂ່າວ ປກສ
    • ປະກົດການຫຍໍ້ທໍ້
    • ໂທລະພາບ ປກສ
  • ແຈ້ງການ
  • Home
  • ອວຍພອນອະດີດການນຳ ກົມໃຫຍ່ພະລາທິການ ປກສ ເນື່ອງໃນໂອກາດ ວັນສ້າງຕັ້ງກຳລັງ 52 ປີ
  • ຂ່າວ ປກສ
  • ຂ່າວເດັ່ນ

ອວຍພອນອະດີດການນຳ ກົມໃຫຍ່ພະລາທິການ ປກສ ເນື່ອງໃນໂອກາດ ວັນສ້າງຕັ້ງກຳລັງ 52 ປີ

ກົມສື່ມວນຊົນ 02/05/2023

ໃນລະຫວ່າງວັນທີ 26-27 ເມສາ 2023 ຜ່ານມາ, ຄະນະນໍາ ກົມໃຫຍ່ພະລາທິການ ປກສ ນໍາໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຫົວໜ້າກົມໃຫຍ່ພະລາທິການ ປກສ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ອະດີດການນໍາ ກົມໃຫຍ່ພະລາທິການ ປກສ ເນື່ອງໃນໂອກາດ ວັນສ້າງຕັ້ງກໍາລັງພະລາທິການ ປກສ ຄົບຮອບ 52 ປີ (2 ພຶດສະພາ 1971-2 ພຶດສະພາ 2023).

ເຊິ່ງການອວຍພອນໃນຄັ້ງນີ້ ໄດ້ແບ່ງອອກເປັນສອງຈຸ, ຈຸທີ 1 ນໍາໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຫົວໜ້າກົມໃຫຍ່ພະລາທິການ ປກສ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ພົຈວ ຄໍາໄຕ ຄໍາແພງເພັດ ອະດີດຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ພັອ ສົມຄິດ ສິລິພັນ ອະດີດຫົວໜ້າກົມພະລາທິການ ປກສ.

ຈຸທີ 2 ນໍາໂດຍ ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ພັອ ວັນທອງ ປັນຍາມະຫາໄຊ ອະດີດຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ພົຈວ ກິແກ້ວ ເນົາວະລັດ ອະດີດຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ພົຈວ ຄໍາແພງ ລາວລີ ອະດີດຮອງຫົວໜ້າກົມໃຫຍ່ພະລາທິການ ປກສ.

ການເຂົ້າອວຍພອນໃນຄັ້ງນີ້ ເພື່ອເປັນການຢ້ຽມຢາມຖາມຂ່າວອະດີດການນໍາ, ວຽກງານພະລາທິການ, ເນື່ອງໃນໂອກາດ ວັນສ້າງຕັ້ງກໍາລັງພະລາທິການ ປກສ ທີ່ໄດ້ໝູນວຽນມາເຖິງນີ້ ຂໍອວຍພອນໃຫ້ບັນດາທ່ານຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ. ພ້ອມ ນັ້ນ, ຍັງເປັນການສະແດງຄວາມຮູ້ບຸນຄຸນທີ່ໄດ້ອຸທິດສະຕິປັນຍາ ໃນການຊີ້ນໍາ-ນໍາພາວຽກງານພະລາທິການ ຈົນໄດ້ຮັບຜົນສໍາເລັດ ໃນແຕ່ລະໄລຍະ.

ພ້ອມດຽວກັນນີ້, ອະດີດການນໍາທັງ 5 ທ່ານ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ການນໍາກົມໃຫຍ່ພະລາທິການ ປກສ ທີ່ມີຄວາມເປັນຫ່ວງເປັນໃຍ ແລະ ຄວາມເອົາໃຈໃສ່ໃກ້ສິດຕິດແທດ ທີ່ມີຕໍໍ່ພະນັກງານອາວຸໂສບໍານານ, ພ້ອມທັງອວຍພອນໃຫ້ ການນໍາກົມໃຫຍ່ພະລາທິການ ປກສ ຕະຫຼອດນາຍ ແລະ ພົນຕໍາຫຼວດ ໃຫ້ມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ເອົາໃຈໃສ່ນໍາພານາຍ ແລະ ພົນຕໍາຫຼວດແຕ່ລະສະຫາຍ ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ຂັ້ນເທິງມອບໝາຍໃຫ້ສໍາເລັດ.

Continue Reading

Previous: ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງ ພົບປະໂອ້ລົມ ປກສ ເມືອງ
Next: ກົມໃຫຍ່ການເມືອງ ປກສ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ

ຂ່າວທີ່ຄ້າຍຄືກັນ

ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ເຄື່ອນໄຫວຢ້ຽມຢາມ-ຊຸກຍູ້ຄອບຄົວຕົວແບບດ້ານເສດຖະກິດ
  • ຂ່າວ ປກສ

ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ເຄື່ອນໄຫວຢ້ຽມຢາມ-ຊຸກຍູ້ຄອບຄົວຕົວແບບດ້ານເສດຖະກິດ

09/06/2023
ກອງປະຊຸມຄົບຄະນະກາງສະໄໝທີ I ຂອງຄະນະພັກຮາກຖານກົມ 512
  • ຂ່າວ ປກສ
  • ຂ່າວເດັ່ນ

ກອງປະຊຸມຄົບຄະນະກາງສະໄໝທີ I ຂອງຄະນະພັກຮາກຖານກົມ 512

09/06/2023
ນັກຮຽນນາຍສິບປ້ອງກັນທີ່ຕັ້ງ ຮຸ່ນທີ XI ສອບເສັງມວຍວິຊາສະເພາະ
  • ຂ່າວ ປກສ

ນັກຮຽນນາຍສິບປ້ອງກັນທີ່ຕັ້ງ ຮຸ່ນທີ XI ສອບເສັງມວຍວິຊາສະເພາະ

08/06/2023

ຄົ້ນຫາ

ອ່ານຂ່າວຍ້ອນຫຼັງ

  • ເດືອນມີນາ 2023
  • ເດືອນພຶດສະພາ 2023
  • ເດືອນເມສາ 2023
  • ເດືອນມີນາ 2023
  • ເດືອນກຸມພາ 2023
  • ເດືອນມັງກອນ 2023
  • ເດືອນທັນວາ 2022
  • ເດືອນພະຈິກ 2022
  • ເດືອນຕຸລາ 2022
  • ເດືອນກັນຍາ 2022
  • ເດືອນສິງຫາ 2022
  • ເດືອນກໍລະກົດ 2022
  • ເດືອນມີນາ 2022
  • ເດືອນພຶດສະພາ 2022
  • ເດືອນເມສາ 2022
  • ເດືອນມີນາ 2022
  • ເດືອນກຸມພາ 2022
  • ເດືອນທັນວາ 2021
  • ເດືອນມີນາ 201

ການເມືອງ-ສັງຄົມ

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

30/05/2023
ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

27/01/2023
ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

26/01/2023
ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

01/12/2022
ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

29/11/2022
ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

27/10/2022
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
  • ແຈ້ງການ
ສະຫງວນລິຂະສິດ: © 2014 ກະຊວງປ້ອງກັນຄວາມສະຫງົບ