ວັນທີ 11 ກັນຍາ 2025, ພົຈວ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີກະຊວງ ປກສ, ຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມດວ້ວຍຄະນະ ລົງຕິດຕາມການຝຶກຊ້ອມສວນສະໜາມກ້ອນກຳລັງ ປກສ ໃນການກະກຽມຄວາມພ້ອມເພື່ອຮັບໃຊ້ງານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຢຸ່ວິທະຍາຄານສັນຕິບານປະຊາຊົນ ໂດຍມີຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງກະຊວງ, ຄະນະອຳນວຍການ 2 ວິທະຍາຄານ, ຄູຝຶກ ແລະ ນັກສຶກສາ ເຂົ້າຮ່ວມ.

ພັອ ເຫວີຍສຸກ ພົມມະຈັນ ຮອງຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ ທັງເປັນຜູ້ຊີ້ນຳໃນການຝຶກຊ້ອມສວນສະໜາມ ໃຫ້ຮູ້ວ່າ: ການຝຶກຊ້ອມສວນສະໜາມກ້ອນກຳລັງ ປກສ ໃນຄັ້ງນີ້ເພື່ອເປັນການກະກຽມຄວາມພ້ອມຮັບໃຊ້ງານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ( 2 ທັນວາ 1975-2 ທັນວາ 2025) ທີ່ຈະຈັດຂຶ້ນໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງມີກ້ອນກຳລັງສວນສະໜາມທັງໝົດ 6 ກ້ອນຄື: ກ້ອນທຸງຊາດທຸງພັກ, ກ້ອນທຸງໄຊ ປກສ, ກ້ອນກຳລັງຕຳຫຼວດ, ກ້ອນກຳລັງປ້ອງກັນເຄື່ອນ ທີ່, ກ້ອນກຳລັງປ້ອງກັນສູນກາງ ແລະ ກ້ອນຈະລາຈອນຍິງ ລວມກຳລັງພົນທັງໝົດ 926 ສະຫາຍ ຍິງ 145 ສະຫາຍ, ໄດ້ເລີ່ມຝຶກຊ້ອມມາແຕ່ວັນທີ 28 ເມສາ 2025 ຈົນເຖິງປັດຈຸບັນ.

ໃນໂອກາດດັ່ງກ່າວ, ພົຈວ ຄອນສະຫວັນ ສົມພາໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄູ-ອາຈານ ແລະ ນັກສຶກສາທຸກສະຫາຍທີ່ໄດ້ສຸມສະຕິປັນຍາ, ເຫື່ອແຮງ ໃນການຝຶກຊ້ອມ ເຖິງວ່າຈະພົບຄວາມຫຍຸ້ງຍາກທາງດ້ານເວລາ, ອຸປະກອນ ແລະ ສະພາບດິນຟ້າອາກາດແຕ່ກໍໄດ້ເອົາໃຈໃສ່ຝຶກຊ້ອມຢ່າງຕັ້ງໜ້າ; ພ້ອມທັງໄດ້ເນັ້ນໜັກໃນການປັບປຸງ ແກ້ໄຂຂໍ້ຄົງຄ້າງຕ່າງໆ ເພື່ອໃຫ້ທ່ວງທັນກັບເວລາ ແລະ ຮັບປະກັນໄດ້ຄຸນນະພາບທີ່ວາງໄວ້.

ຈາກນັ້ນ, ທ່ານ ຮອງລັດຖະມົນຕີ ປກສ ພ້ອມຄະນະ ກໍໄດ້ລົງເຄື່ອນໄຫວຕິດຕາມການກໍ່ສ້າງໂຄງການສະໜາມຫຼວງຂອງກະຊວງປ້ອງກັນຄວາມສະຫງົບ ເຊິ່ງມາຮອດປັດຈຸບັນໂຄງການດັ່ງກ່າວໄດ້ສ້າງສຳເລັດແລ້ວ 50%.

ພາບ-ຂ່າວ: ກະແຕ
