
ພິທີມອບໃບຢັ້ງຢືນຂະບວນການແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນ ປະ ຕິວັດລາວ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 27 ເມສາ 2023, ເປັນປະທານໂດຍ ພັອ ບຸນຈັນ ອິນພົມມາ ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມກະ ຊວງ ປກສ, ມີ ທ່ານ ມອນໄຊ ລາມົວຊົງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າ ກົມໃຫຍ່ການເມືອງ ປກສ ຜູ້ຊີ້ນໍາວຽກ ງານອົງການຈັດຕັ້ງມະຫາຊົນ, ຄະນະເລຂາຊາວໜຸ່ມ, ສະມາຊິກຊາວໜຸ່ມ 15 ກົມກອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.


ພັອ ບຸນຈັນ ອິນພົມມາ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງສູນກາງຊາວໜຸມປະຊາຊົນ ປະຕິວັດລາວ ຕິດພັນກັບ 15 ຂໍ້ແຂ່ງຂັນຂອງຊາວ ໜຸ່ມກະຊວງ ປກສ ປະຈຳປີ 2022 ວ່າ: ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ -ແນວຄິດເປັນກົກ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີຢ່າງໜັກແໜ້ນໃຫ້ແກ່ສະມາ ຊິກຊາວໜຸ່ມໃນກຳລັງ ປກສ ເວົ້າສະເພາະ ກໍຄືຖັນແຖວສະມາຊິກຊາວໜຸ່ມ 15 ກົມກອງອ້ອມຂ້າງກະຊວງ.


ຜ່ານການຈັດຕັ້ງປະຕິບັດດ້ານການເມືອງ-ແນວຄິດສາມາດຕີລາຄາໄດ້ 95%, ໃນສົກປີ 2022 ສະມາຊິກຊາວໜຸ່ມໄດ້ຮັບການໄປຍົກລະດັບດ້ານຕ່າງໆທັງພາຍໃນ ແລະ ຕ່າງປະເທດ ຈຳນວນ 530 ສະຫາຍ ຍິງ 210 ສະ ຫາຍ, ເຂົ້າຮ່ວມຝຶກອົບຮົມຜູ້ນຳຊາວໜຸ່ມລາວນຳສູນກາງຊາວໜຸ່ມຢູ່ ສສ ຫວຽດນາມ ຈຳນວນ 3 ຄັ້ງ ຈຳນວນ 3 ສະຫາຍ.


ດ້ານການຝຶກຝົນຫຼ່ໍຫຼອມຮ່ຳຮຽນສາມາດຕີລາຄາໄດ້ 90%, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ມີຄະນະຊາວໜຸ່ມ 4 ບຸກ 15 ກົມກອງ, ໜ່ວຍຊາວໜຸ່ມ 4 ບຸກ 179 ໜ່ວຍ ເທົ່າກັບ 89,5% ຈາກທັງໝົດ 200 ໜ່ວຍ, ຜ່ານການຈັດຕັ້ງປະຕິບັດດ້ານການຈັດຕັ້ງ ສາມາດຕີລາຄາໄດ້ 90%, ສະມາຊິກຊາວໜຸ່ມແຕ່ລະສະຫາຍແມ່ນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນເອງຢ່າງຕັ້ງໜ້າ ໂດຍສະເພາະວຽກງານປ້ອງກັນຜູ້ນຳພັກ-ລັດ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນກອງປະຊຸມໃຫຍ່, ປ້ອງກັນງານບຸນວັນສຳຄັນຂອງພັກ-ຂອງຊາດ, ປ້ອງກັນສຳນັກ ງານອົງການຂອງພັກ-ລັດ, ອົງການຈັດຕັ້ງສາກົນ ແລະອື່ນໆຕາມການມອບໝາຍຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ດ້ວຍຄວາມຮັບຜິດຊອບສູງ, ເປັນເຈົ້າການຊອກຮູ້ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມທີ່ຈະເກີດຂຶ້ນພາຍໃນຖັນແຖວສະມາຊິກຊາວ ໜຸ່ມໄດ້ດີ.

ນອກຈາກການປະຕິບັດໜ້າທີ່ວຽກງານວິຊາສະເພາະແລ້ວ, ສະມາຊິກຊາວໜຸ່ມ ຫຼາຍສະຫາຍກໍ ໄດ້ມີຄວາມບຸກບືນຫ້າວ ຫັນໃນການພັດທະນາດ້ານການສ້າງເສດ ຖະກິດຄອບຄົວເຮັດໃຫ້ມີຄວາມເຂັ້ມແຂງດ້ວຍການສ້າງອາຊີບເສີມ ເປັນຕົ້ນແມ່ນການທຳການຜະລິດປູກຝັງ-ລ້ຽງສັດ, ຄ້າຂາຍ ແລະ ການບໍລິການອື່ນໆທີ່ຖືກຕ້ອງຕາມລະບຽບກົດໝາຍຂອງພັກລັດ.

ໃນພິທີ, ໄດ້ມີການມອບໃບຢັ້ງຢືນ 4 ບຸກໃຫ້ຄະນະຊາວໜຸ່ມ 15 ກົມກອງອ້ອມຂ້າງກະຊວງ ປະຈຳປີ 2022 ໃຫ້ກຽດມອບໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການ ເມືອງ ປກສ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມອບໃບຢັ້ງ ຢືນ 4 ບຸກໃຫ້ຄະນະຊາວໜຸ່ມ ປະຊາ ຊົນ ປະຕິວັດລາວ ກະຊວງ ປກສ ທີ່ໄດ້ສຳເລັດໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄັ້ງທີ II ປະຈຳປີ 2022 ໃຫ້ກຽດມອບໂດຍ ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍ ລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ.
ພາບ-ຂ່າວ: ສົມສະໄຫວ