ວັນທີ 9 ກັນຍາ 2025, ຢູ່ທີ່ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດກອງປະ ຊຸມແລກປ່ຽນບຢດຮຽນ ປະຈຳປີ 2025 ລະຫວ່າງ ກອງບັນຊາການ ປກສ ແຂວງຄຳມ່ວນ, ກອງບັນຊາການ ປກສ ແຂວງບໍລິຄຳໄຊ ສປປ ລາວ ກັບກອງບັນຊາການ ປກສ ແຂວງຮ່າຕິ້ງ ສສ ຫວຽດນາມ, ຝ່າຍ ປກສ ແຂວງຄຳມ່ວນ ນຳໂດຍ ພັອ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ປກສ ແຂວງບໍລິຄຳໄຊ ນຳໂດຍ ພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ຝ່າຍຫວຽດນາມນຳໂດຍ ພົຈວ ຫງວຽນຊວັນທາວ ຫົວໜ້າກອງບັນຊາການ ປກສ ແຂວງຮ່າຕິ້ງ, ມີ ພັອ ຫງວຽນດືກຕວັ໋ນ ຮອງຫົວໜ້າກົມ ອົງການຜູ້ຕາງໜ້າກະຊວງ ປກສ ຫວຽດນາມ ປະຈຳ ສປປ ລາວ, ມີຄະນະກອງບັນຊາການ, ຫົວຫນ້າ ຄະນະຫ້ອງວິຊາສະເພາະ ແລະ ນາຍຕໍາຫຼວດ ຜູ້ແທນທັງສາມຝ່າຍເຂົ້າຮ່ວມ.



ໃນພິທີຕາງໜ້າຄະນະຜູ້ແທນທັງສາມຝ່າຍກໍ່ໄດ້ ຜ່ານບົດລາຍງານ ແລກປ່ຽນສະພາບໃນການເຄື່ອນໄຫວເຮັດໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ , ພ້ອມກັນສັງເກດຕີລາຄາຄືນໝາກຜົນການຮ່ວມມືຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ລຽບຕາມຊາຍແດນລາວ-ຫວຽດນາມຕະຫຼອດໃນໄລຍະ 1 ປີຜ່ານມາ ໂດຍສະເພາະເເມ່ນວຽກງານປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ເເລະ ວຽກງານການຮ່ວມມືຂອງ 2 ປະເທດ ລາວ – ຫວຽດນາມ ກໍ່ຄື: ເເຂວງຄຳມ່ວນ, ແຂວງ ບໍລິຄຳໄຊ ສປປລາວ ແລະ ແຂວງ ຮ່າຕິ່ງ ສສ ຫວຽດ ນາມ, ທີ່ໄດ້ມີຊາຍແດນຕິດຈອດກັນ. ເປັນເຈົ້າການປະສານສົມທົບກັນທາງດ້ານການເເລກປ່ຽນຂໍ້ມູນຂ່າວສານທີ່ສໍາຄັນ, ຮ່ວມມືກັນ ຕ້ານ ເເລະ ສະກັດກັ້ນບັນຫາອາດຊະຍາກໍາຂ້າມຊາດ, ບັນຫາຢາເສບຕິດ, ຄ້າຂາຍເຖື່ອນ, ການລີ້ຊ່ອນຕັ້ງພູມລໍາເນົາເເບບບໍ່ຖືກຕ້ອງ, ບັນຫາການເຂົ້າ-ອອກເມືອງຜິດກົດໝາຍ ເເລະ ບັນຫາສໍາຄັນອື່ນໆ ທີ່ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ ເເລະ ຄວາມໝັ້ນຄົງຂອງທັງ 2 ປະເທດ ກໍ່ຄື 3 ແຂວງ.



ຈາກນັ້ນ, ຜູ້ແທນກອງປະຊຸມກໍ່ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນແລກປ່ຽນສະພາບພາຍໃນແຂວງຂອງຕົນ ພ້ອມທັງເປັນເອກະພາບກັນຫາວິທີແກ້ຕ້ານສະກັດກັ້ນ, ປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ສືບຕໍ່ຮ່ວມມືປະສານສົມທົບສົ່ງຂໍ້ມູນ, ຂ່າວສານສະພາບການຕ່າງໆ ໃຫ້ກັນ ແລະ ກັນຊາບເປັນປະຈໍາ. ແລະ ພ້ອມກັນລົງນາມເຊັນບົດບັນທືກຊ່ວຍຈໍາເພື່ອສືບຕໍ່ຂະຫຍາຍສາຍພົວພັນການຮ່ວມມືກັນຮອບດ້ານ ແນ່ໃສ່ ຕ້ານ, ສະກັດກັ້ນ ເເລະ ເເກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂື້ນ ເຮັດໃຫ້ຂອບເຂດບໍລິເວນຊາຍແດນຂອງ 03 ແຂວງ ກໍ່ຄື 02 ປະເທດ ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ.



