
ກອງປະຊຸມພົບປະແລກປ່ຽນລະຫວ່າງ ກົມສື່ສານ ແລະ ກົມກົດລັບ ກະຊວງປ້ອງ ກັນຄວາມສະຫງົບ ສປປ ລາວ ແລະ ຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ກ່ຽວກັບລະບົບເຕັກໂນໂລຊີສື່ສານ, ໂຄງລ່າງສາຍສົ່ງ, ໂຄງລ່າງພື້ນ ຖານວັດຖຸ ຈັດຂຶ້ນໃນວັນທີ 25 ເມສາ 2023, ຝ່າຍລາວນຳ ໂດຍທ່ານ ພົຈວ ແສງປະເສີດ ສຸທຳມະວົງ ຫົວໜ້າກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ຝ່າຍ ສສ ຫວຽດນາມ ນຳໂດຍທ່ານ ພັທ ເລ ແມັງ ຕຽນ ຮອງຫົວໜ້າພະແນກກົມເຕັກໂນໂລຊີສື່ສານ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດ ນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ລາຍງານກ່ຽວກັບວຽກງານສື່ສານ ແລະ ຄວາມຮັບຊອບໃຫ້ກັນຊາບ, ເຊິ່ງກົມສື່ສານ ກໍແມ່ນກົມວິຊາສະ ເພາະໜຶ່ງທີ່ນອນໃນກົງຈັກການຈັດຕັ້ງຂອງກະຊວງ ປກສ ທີ່ຂຶ້ນກັບລັດຖະມົນຕີ ຊີ້ນຳໂດຍກົງ; ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ໃນການຄົ້ນຄວ້າ, ວາງແຜນຍຸດທະສາດ, ປັບປຸງ ແລະ ພັດທະນາຮອບດ້ານຂອງລະບົບເຄືອຂ່າຍຕິດຕໍ່ສື່ສານ, ເຕັກນິກ, ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານຂອງກຳລັງປ້ອງກັນຄວາມສະຫງົບ ໃນທົ່ວປະເທດໃຫ້ມີຄວາມຮັບປະກັນຄວາມວ່ອງໄວຊັດເຈນ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.

ສ່ວນກົມກົດລັບແມ່ນກົມວິຊາສະເພາະໜຶ່ງທີ່ຂຶ້ນກັບຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ. ໂດຍປະຕິບັດຕາມແນວທາງປ່ຽນແປງໃໝ່ ແລະ ມີຫຼັກການຂອງພັກ, ລັດຖະບານ ສປປ ລາວ ໄດ້ມີນະໂຍບາຍເປີດກວ້າງການລົງທຶນໃນຂະແໜງການຕ່າງໆ. ໃນນັ້ນ, ຂະແໜ່ງການໂທ ລະຄົມມະນາຄົມ ກໍແມ່ນຂະແໜງການໜຶ່ງທີ່ລັດຖະບານ ຖືເປັນບູລິມະສິດໃນການພັດທະນາ ສປປ ລາວ ໄດ້ມີແຜນຍຸດທະສາດຫັນເປັນລັດຖະ ບານ ດີຈີຕອນ ນັບແຕ່ປີ 2025-2030 ເພື່ອຂັບເຄື່ອນການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດໃຫ້ກ້າວເປັນທັນສະໄໝ; ມາເຖິງປັດຈຸ ບັນໄດ້ມີ 4 ບໍລິສັດທີ່ໄດ້ໃຫ້ການບໍລິການທາງດ້ານໂທລະຄົມມະນາຄົມ, ທັງໝົດນັ້ນແມ່ນການລົງທຶນຂອງລັດຮ່ວມກັບເອກກະຊົນ; ເຊິ່ງລັດຖື 51%, ບໍລິສັດຖື 49%, ເຄືອຂ່າຍໂທລະຄົມໄດ້ກວມເອົາ 97% ໃນຂອບເຂດທົ່ວປະເທດ ປະຊາຊົນພົນລະເມືອງລວມ 95%, ຮູ້ນໍາໃຊ້ໂທລະສັບ 90% ຮູ້ນຳໃຊ້ອີນເຕີເນັດເທິງມືຖື ສະເພາະກຳລັງປ້ອງກັນຄວາມສະ ຫງົບ ການຕິດຕໍ່ສື່ສານກໍໄດ້ມີຄວາມຮັບປະກັນໂດຍພື້ນຖານ ເພື່ອຮັບໃຊ້ໃຫ້ແກ່ການຊີ້ນຳ-ບັນຊາ ນັບທັງສູນກາງລົງຮອດທ້ອງຖິ່ນ.
ປັດຈຸບັນ, ນໍາໃຊ້ລະບົບທາງອາກາດ (ເປັນລະບົບ HF ປະກອບໃຫ້ ປກສ ແຂວງ, ປກສ ເມືອງ, ປກສ ກຸ່ມບ້ານ, ດ່ານສາກົນ, ດ່ານທ້ອງຖິ່ນ ແລະ ເຂດຈຸດສຸມຈຳນວນໜຶ່ງ ) ແລະ ການນໍາໃຊ້ທາງສາຍສົ່ງ ເພື່ອເຊື່ອມຕໍ່ລະບົບ UHF, (DMR ເຊື່ອມຕໍ່ໃຫ້ ປກສ ແຂວງ, ປກສ ເມືອງ ສ່ວນສາຍສົ່ງ ຫຼື ສາຍໄຍແກ້ວທີ່ເຊື່ອມຕໍ່ແມ່ນນໍາໃຊ້ຂອງໂຄງການສື່ສານຮັບໃຊ້ການນໍາ ແລະ ຂອງບໍລິສັດຢູນີເທວ).
ນອກນັ້ນ, ຍັງມີລະບົບໂທລະສັບ, ແຟັກ ທີ່ຮັບໃຊ້ໃຫ້ແກ່ການຕິດຕໍ່ສື່ສານຂອງກຳລັງ ປກສ ມີຄວາມທັນສະໄໝຮັບປະກັນໄດ້ຄວາມປອດໄພ, ຮັກສາໄດ້ຄວາມລັບມີລະຫັດສະເພາະຂອງກໍາລັງປ້ອງກັນຄວາມສະຫງົບ. ໃນນັ້ນ, ລວມທັງການນຳໃຊ້ສາຍສົ່ງຂອງກົມຄຸ້ມຄອງພົນລະເມືອງ.ໃນໄລຍະຜ່ານມາ, ແມ່ນກົມສື່ສານ ເປັນຜູ້ຮັບຜິດ ຊອບທາງດ້ານການປະສານ, ກວດກາ ແລະ ຕິດຕັ້ງສາຍສົ່ງໃຫ້ບັນດາແຕ່ລະຈຸດຂອງໂຄງການຄຸ້ມຄອງສຳມະໂນຄົວລວມທັງໝົດມີ 150 ຈຸດ, ມີ 300 ແມັກ.
ພາບ-ຂ່າວ: ບຸນພະຈັນ