
ກົມໃຫຍ່ຕຳຫຼວດ ກະຊວງ ປກສ ປະກາດແຕ່ງຕັ້ງຫົວໜ້າພະແນກ-ຮອງພະແນກ, ກົມ, ຫ້ອງທີ່ຂຶ້ນກັບກົມໃຫຍ່ຕຳຫຼວດ ຈຳນວນ 94 ສະຫາຍ ຍິງ 12 ສະຫາຍ ໃນວັນ ທີ 20 ເມສາ 2023, ເປັນປະທານໂດຍ ພົຈວ ນິລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ມີຄະນະພັກ, ຄະນະກົມ, ຫ້ອງ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍນາຍຕໍາຫຼວດອ້ອມຂ້າງກົມໃຫຍ່ຕໍາຫຼວດ ເຂົ້າຮ່ວມ.

ພັອ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ກົມໃຫຍjຕຳຫຼວດ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ຕໍາຫຼວດ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກົມໃຫຍ່ຕຳ ຫຼວດ ຈຳນວນ 94 ສະຫາຍ ຍິງ 12 ສະຫາຍ; ໃນນີ້, ແຕ່ງຕັ້ງຮອງຫົວໜ້າພະແນກທີ່ຂຶ້ນກັບຫ້ອງການເມືອງ ມີ 3 ສະ ຫາຍ ຍິງ 1 ສະຫາຍ, ກົມຕໍາຫຼວດສືບສວນ-ສອບສວນ ມີ 3 ສະຫາຍ, ກົມຕໍາຫຼວດເສດຖະກິດ ມີ 4 ສະຫາຍ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ມີ 2 ສະຫາຍ, ກົມຕໍາຫຼວດຈະລາຈອນ ມີ 21 ສະຫາຍ ຍິງ 2 ສະຫາຍ, ກົມຕໍາຫຼວດສິ່ງແວດລ້ອມ ມີ 4 ສະຫາຍ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ມີ 16 ສະຫາຍ ຍິງ 2 ສະຫາຍ, ກົມຕໍາຫຼວດນິຕິວິທະຍາ ມີ 13 ສະ ຫາຍ ຍິງ 4 ສະຫາຍ, ກົມຕໍາຫຼວດສາກົນ ຍິງ 1 ສະຫາຍ, ກົມຕໍາຫຼວດຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະ ມີ 14 ສະຫາຍ ຍິງ 4 ສະຫາຍ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ມີ 13 ສະຫາຍ ຍິງ 1 ສະຫາຍ; ທັງນີ້ ກໍເພື່ອເປັນການປັບປຸງການຈັດຕັ້ງຂອງກົມໃຫຍ່ຕໍາຫຼວດຢູ່ແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ພົຈວ ນິລະວົງ ເຈືອງຕະວະລາດ ໄດ້ໂອ້ລົມວ່າ: ການປະກາດການຈັດຕັ້ງຄັ້ງນີ້ແມ່ນການມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ສູງຂຶ້ນກວ່າເກົ່າ; ເຊິ່ງສະແດງໃຫ້ເຖິງຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນເທິ່ງຕໍ່ກຳລັງ ປກສ ເວົ້າລວມ ເວົ້າສະເພາະແມ່ນກຳລັງກົມໃຫຍ່ຕຳຫຼວດ ເພື່ອເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ຕ້ອງເພີ່ມທະວີຄວາມສາມັກຄີໃນໝູ່ຄະນະ, ຍົກສູງສະຕິຄວາມຮັບ ຜິດຊອບ ແລະ ເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ ເປັນຕົ້ນແມ່ນຄວາມເປັນແບບຢ່າງໃນການເຮັດໜ້າທີ່ວຽກງານຄົ້ນຄວ້າຊອກຮູ້ຮ່ຳຮຽນຍົກລະດັບຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນເພື່ອເຮັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສຳເລັດ.

ພາບ-ຂ່າວ: ຄຳໂຖ