ເນື່ອງໃນໂອກາດທີ່ ພັອ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ( ກົມ 509 ) ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານ ຢູ່ແຂວງໄຊສົມບູນ ໄດ້ເຂົ້າພົບປະ ທ່ານ ພອຍຄຳ ຮຸ່ງບຸນຍວງເຈົ້າແຂວງໄຊສົມບູນ ໃນວັນທີ 20 ສິງຫາ ນີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ ເພື່ອແຈ້ງຈຸດປະສົງການລົງເຄື່ອນໄຫວວຽກງານ ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ.

ການລົງເຄື່ອນໄຫວວຽກງານຂອງໃນຄັ້ງນີ້, ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນ ແຈ້ງ ການຂອງຄະນະຈັດຕັ້ງສູນກາງພັກ ເລື່ອງການໂອນວຽກຄຸ້ມຄອງ ພົນລະເມືອງ ພ້ອມທັງຍົກຍ້າຍບຸກຄະລາກອນ ໄປຂຶ້ນກັບກະຊວງປ້ອງກັນຄວາມສະຫງົບ ໂຮມເຂົ້າກົມຄຸ້ມຄອງ ສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ໄດ້ຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ສອດຄ່ອງກັບວຽກງານຕົວຈິງ ແນໃສ່ປະສານສົມທົບກັບບັນດາກອງບັນຊາການ ປກສ ຂັ້ນແຂວງ, ພະແນກພາຍໃນແຂວງ, ກອງ ບັນຊາການ ປກສ ຂັ້ນເມືອງ, ຫ້ອງການພາຍໃນເມືອງ ແລະພາກສ່ວນກ່ຽວຂ້ອງ ປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນ ແລະ ວຽກຄຸ້ມຄອງພົນລະເມືອງ ຢູ່ທ້ອງຖິ່ນໃນຂອບເຂດທົ່ວປະເທດ ໃຫ້ໄດ້ຮັບຜົນສໍາເລັດໂດຍໄວ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນປັດຈຸບັນ, ສະເພາະໜ້າ ແລະຍາວນານ.

ໃນໂອກາດດັ່ງກ່າວ, ທ່ານເຈົ້າແຂວງ ກໍໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາສູງ ຕໍ່ການເຄື່ອນໄຫວຄະນະດັ່ງກ່າວ ພ້ອມທັງ ໄດ້ລາຍງານການ ຈັດຕັ້ງປະຕິບັດວຽກງານໂດຍຫຍໍ້ໃຫ້ ທ່ານ ພັອ ສົມສະນິດ ຈັນທະວົງພ້ອມດ້ວຍຄະນະ ໄດ້ຮັບຊາບ ຕື່ມອີກ.
