ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະ ເທດ ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 7 ສິງຫາ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກນະຄອນຫຼວງວຽງຈັນ, ຄະນະພັກກະຊວງປ້ອງກັນຄວາມສະ ຫງົບ, ຄະນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ບັນດາຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາ ຊິກພັກທັງໝົດໃນທົ່ວກອງທັບເຂົ້າຮ່ວມ.


ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະ ເທດ ຄັ້ງນີ້ ເປັນກອງປະຊຸມສຸດທີ່ມີຄວາມໝາຍສໍາຄັນໃນຊີວິດການເມືອງຂອງກອງທັບປະຊາຊົນລາວ, ເປັນການປະຕິບັດຕາມຫຼັກການນໍາພາ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກ ແນໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນໍາພາ-ວິທີເຮັດວຽກທີ່ມີວິທະຍາສາດ, ເປັນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກໃນທົ່ວກອງທັບ ເຊິ່ງຜ່ານກອງປະ ຊຸມໃຫຍ່ຄັ້ງນີ້ ຈະເຮັດໃຫ້ຄຸນນະພາບ, ບົດບາດ, ຄວາມສາມາດການນໍາພາ ຂອງຄະນະພັກໃນກອງທັບໄດ້ຮັບການເຊີດຊູສູງຂຶ້ນ.



ໃນວາລະການດໍາເນີນກອງປະຊຸມໃຫຍ່, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ມີຄໍາເຫັນກ່າວໄຂກອງປະຊຸມໃຫຍ່ ພ້ອມທັງ, ຜ່ານບົດລາຍງານການເມືອງ ການນໍາພາ ຂອງຄະນະພັກ ກະຊວງປ້ອງກັນປະເທດ ໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການນໍາພາ 5 ປີຕໍ່ໜ້າ (2025-2030).

ໃນກອງປະຊຸມໃຫຍ່, ບັນດາຜູ້ແທນທີ່ເຂົ້າຮ່ວມ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນໃນການຄົ້ນຄວ້າເຊື່ອມຊຶມ ສ້າງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງທັງສອງພາກ ບົນພື້ນຖານໄຈ້ແຍກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານ, ດ້ານຫຍໍ້ທໍ້ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍສະເພາະຕໍ່ຂົງເຂດວຽກງານປ້ອງກັນຊາດ, ການກໍ່ສ້າງກໍາລັງໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ຕາມທິດສ້າງກອງທັບ ເປັນກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໝ ແລະ ຂົງເຂດວຽກງານອື່ນໆ. ພ້ອມກັນນັ້ນ, ຈະໄດ້ຮັບຟັງການປະກອບຄໍາເຫັນ ຂອງບັນດາສະຫາຍຕາງໜ້າຄະນະພັກອົງການ-ກົມກອງຈໍານວນໜຶ່ງ ກ່ຽວກັບການປະຕິບັດໜ້າທີ່ປ້ອງກັນຊາດ ແລະ ປັບປຸງກໍ່ສ້າງກໍາລັງຢູ່ອົງການ-ກົມກອງຂອງຕົນ.


ກອງປະຊຸມໃຫຍ່ ຍັງຈະໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ກະ ຊວງປ້ອງກັນປະເທດຊຸດໃໝ່, ປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ພ້ອມທັງ, ຈະໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຕື່ມອີກ.
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ຈະໄດ້ດໍາເນີນເປັນເວລາ 2 ວັນຈຶ່ງສໍາເລັດ.
