ໃນວັນທີ 8 ສິງຫາ 2025, ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອີລິສະເບດ ຕັນ ເຕ (ELIZABETH T. TE) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຟີລິບປິນ ປະຈໍາ ສປປ ລາວ ພ້ອມຄະນະ ໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ຄົນໃໝ່.

ໂອກາດນີ້, ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາງ ອີລິສະເບດ ຕັນເຕ (ELIZABETH T. TE) ທີ່ໄດ້ຮັບການແຕ່ງ ຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຟີລິບປິນ ປະຈໍາ ສປປ ລາວ ຜູ້ໃໝ່ ພ້ອມທັງກ່າວຊົມເຊີຍຕໍ່ການມາປະຕິບັດວຽກງານຂອງ ທ່ານ ເອກອັກຄະລັດຖະທູດ ແລະ ຍັງໄດ້ຕີລາຄາສູງໃນການຮ່ວມມືໃນຕໍ່ໜ້າ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາປະເທດ ຊາດ ເວົ້າສະເພາະ ກໍຄື ປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນ ລາວ-ຟີລິບປິນ ໃຫ້ນັບມື້ນັບມີການຂະຫຍາຍຕົວຍິ່ງໆຂຶ້ນ.

ພ້ອມກັນນີ້, ຍັງໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນໃນດ້ານວຽກງານຕ່າງໆ ເຊິ່ງທັງສອງຝ່າຍໄດ້ເຫັນດີເປັນເອກະພາບໃນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ໂດຍສະເພາະ ຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃຫ້ນັບມືແໜ້ນແຟ້ນຍິ່ງຂຶ້ນ.

ໃນໂອກາດນີ້, ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ອວຍພອນໄຊໃຫ້ ທ່ານ ນາງ ອີລິສະເບດ ຕັນເຕ (ELIZABETH T. TE) ທີ່ໄດ້ຮັບແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງໃໝ່ນີ້ ຈົ່ງປະ ຕິບັດໜ້າທີ່ອັນມີກຽດທີ່ ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້ມີຜົນສໍາເລັດອັນຈົບງາມ ແລະ ຂໍອວຍພອນໃຫ້ສາຍພົວພັນຮ່ວມມືລະຫວ່າງ ລາວ-ຟີລິບປິນ ທີ່ມີມາແຕ່ດົນນານນັ້ນ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.

ໂອກາດດຽວກັນນີ້, ທ່ານ ນາງ ອີລິສະເບດ ຕັນເຕ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ພົນເອກ ວິໄລ ຫຼ້າຄໍາຟອງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ໂດຍສະເພາະ ກໍຄື ກະຊວງປ້ອງກັນຄວາມສະຫງົບ ເພື່ອປະກອບສ່ວນຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນຂົງເຂດວຽກງານດ້ານຕ່າງໆ ໃຫ້ແຕກດອກອອກຜົນໃນອະນາຄົດ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ລາວ-ຟີລິບປິນ.
