ວັນທີ 9 ສິງຫາ 2025, ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດພິທີລະນຶກວັນສາກົນເພື່ອຕ້ານການຄ້າມະນຸດ ( 30 ກໍລະກົດ ) ທີ່ ສູນການຄ້າລາວ-ໄອເຕັກ ນະຄອນ ຫຼວງວຽງຈັນ ເປັນປະທານໂດຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ(ຜູ້ປະຈຳການ), ມີບັນດາສະມາຊິກກອງເລຂາຂອງແຕ່ລະກະຊວງ, ປກສ 9 ຕົວເມືອງ, ຜູ້ປະກອບການໂຮງແຮມ-ເຮືອນພັກ, ອົງການຈັດຕັ້ງສາກົນ, ຄູ-ອາຈານ, ນ້ອງນັກຮຽນເຂົ້າຮ່ວມ.

ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ກ່າວວ່າ: ສປປ ລາວ ກໍເປັນອີກປະເທດໜຶ່ງ ທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍກົງ ແລະ ທາງອ້ອມ ກໍລະນີທີ່ພົ້ນເດັ່ນເກີດຂຶ້ນຫຼາຍກວ່າໝູ່ແມ່ນ ການແຕ່ງດອງແອບແຝງ, ການຖ່າຍຮູບພາບ, ສະແດງ, ເຜີຍແຜ່ສິ່ງລາມົກ, ການຄ້າປະເວນີຂອງຜູ້ອື່ນ ແລະ ບັງຄັບໃຫ້ເປັນໂສເພນີ, ການໃຫ້ຖືພາແທນ ແລະ ການຂູດຮີດແຮງງານ.



ຍ້ອນເຫັນໄດ້ຄວາມເປັນອັນຕະລາຍຂອງການຄ້າມະນຸດ, ໃນ 1 ປີຜ່ານມາ ລັດຖະບານ ໄດ້ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ຢ່າງຈິງຈັງ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 3 (2021-2025) ຢ່າງເປັນຮູບປະທຳ ເຊິ່ງໃນປີ 2025 ນີ້ ແມ່ນປີສຸດທ້າຍຂອງໄລຍະການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ໂດຍຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ສະຫຼຸບການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ພ້ອມທັງກະກຽມສ້າງແຜນງານແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 4 (ແຕ່ປີ 2026-2030) ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ສືບຕໍ່ຢ່າງເປັນປົກກະຕິ ແລະ ໄດ້ຮັບປະສິດທິພາບສູງກ່າວເກົ່າ, ໄດ້ເອົາໃຈໃສ່ວຽກໂຄສະນາເຜີຍແຜ່ບັນດາວຽກງານຕ້ານການຄ້າມະນຸດ, ຜົນຮ້າຍຂອງການຄ້າມະນຸດ ຜ່ານຫຼາຍຊ່ອງທາງ ເປັນຕົ້ນແມ່ນ ຜ່ານສື່ສັງຄົມອອນລາຍ, ວິທະຍຸ, ໂທລະພາບ, ໜັງສືພິມ, ລົງໂຄສະນາຕາມບ່ອນທີ່ມີຄວາມສ່ຽງເພື່ອໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ, ເອົາໃຈໃສ່ໃນການປະຕິບັດມາດຕະການທາງດ້ານກົດໝາຍ ຕິດຕາມເປົ້າໝາຍ ແລະ ນຳຈັບຕົວຜູ້ກະທຳຜິດ ມາດຳເນີນການສືບສວນ-ສອບສວນ ດຳເນີນຄະດີຕາມລະບຽບກົດໝາຍ ຂອງ ສປປລາວ ຢ່າງເຂັ້ມງວດ. ນອກນັ້ນ ຍັງໄດ້ ເຮັດວຽການປົກປ້ອງຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າມະນຸດ ທັງພາຍໃນ ແລະ ຈາກຕ່າງປະເທດ ຕາມລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ.



ການຈັດງານໃນຄັ້ງນີ້ ກໍເພື່ອເປັນການໂຄສະນາແນວທາງນະໂຍ ບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດກ່ຽວກັບການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ລວມທັງຜົນສຳເລັດຂອງການເຄື່ອນໄຫວວຽກງານດັ່ງກ່າວ, ເພື່ອເປັນການໂຄສະນາປູກຈິດສຳນຶກໃຫ້ແກ່ສັງຄົມຮັບຮູ້ ຄວາມໝາຍ, ຄວາມສຳຄັນ, ຜົນຮ້າຍ ເພື່ອມີສະຕິປ້ອງກັນຕົວບໍ່ໃຫ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ເພື່ອປະຕິບັດພັນທະຂອງ ສປປ ລາວ ໃນນາມເປັນພາຄີຂອງອະນຸສັນຍາວ່າດ້ວຍການສະກັດກັ້ນ, ປາບປາມ ແລະ ລົງໂທດການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ.

ໃນພິທີໄດ້ມີຫຼາຍຈັດກິດຈະກໍາເປັນຕົ້ນ: ສະແດງສິນລະປະ, ສໍາມະນາກ່ຽວກັບວຽກງານຕ້ານການຄ້າມະນຸດ, ກິດຈະກໍາຖາມ-ຕອບ ເພື່ອແລກຂອງລາງວັນ ແລະ ໄດ້ມີການແຈກຢາຍສື່ໂຄສະນາຕ້ານການຄ້າມະນຸດ ເພື່ອໃຫ້ຜູ້ເຂົ້າຮ່ວມໃນງານໄດ້ຮັບຮູ້, ເຂົ້າໃຈກ່ຽວກັບຜົນຮ້າຍຂອງການຄ້າມະນຸດ ແລະ ຮູ້ວິທີປ້ອງກັນຕົວເອງຈາກຂະບວນການຄ້າມະນຸດ.
