– ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!.
ເນື່ອງໃນໂອກາດ ວັນສາກົນ ເພື່ອຕ້ານການຄ້າມະນຸດ ວັນທີ 30 ເດືອນ ກໍລະກົດ ປີ 2025 ໄດ້ໝູນ ວຽນມາອີກວາລະໜຶ່ງ; ຕາງໜ້າໃຫ້ການນໍາພັກ, ລັດຖະບານ ແລະ ໃນນາມສ່ວນຕົວ; ຂ້າພະເຈົ້າຂໍຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງທຸກພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ.
ດັ່ງທີ່ຮູ້ນໍາກັນແລ້ວວ່າ ບັນຫາການຄ້າມະນຸດເປັນອາຊະຍາກຳທີ່ຮ້າຍແຮງ, ໄດ້ລະເມີດ ສິດທິພື້ນຖານຂອງພົນລະເມືອງ ຕາມທີ່ໄດ້ກຳ ນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ກໍຄືສົນທິສັນຍາສາກົນທີ່ລາວເປັນພາຄີ, ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ຮ່າງກາຍ, ຊີວິດ, ກຽດສັກ ສີ, ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຄອບຄົວ, ການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ.

ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ, ເນື່ອງຈາກທີ່ຕັ້ງ ແລະ ພູມສັນຖານຂອງປະເທດທີ່ມີຊາຍແດນຕິດຈອດກັບຫຼາຍປະເທດ, ເຊິ່ງເປັນເງື່ອນໄຂເອື້ອອໍານວຍຄວາມສະດວກໃນການເຂົ້າ-ອອກປະ ເທດ; ໃນນັ້ນ, ສ່ວນຫຼາຍກໍເຂົ້າ-ອອກຖືກຕ້ອງຕາມລະບຽບກົດໝາຍ ແລະ ຈຳນວນໜຶ່ງກໍມີການລັກລອບເຂົ້າ-ອອກຜິດກົດໝາຍ, ເຊິ່ງມີຄວາມສ່ຽງກໍ່ໃຫ້ເກີດມີການຄ້າມະນຸດໃນລະດັບທີ່ ແຕກຕ່າງກັນ.
ໃນຊຸມປີຜ່ານມາ, ບັນຫາການຄ້າມະນຸດທີ່ ເກີດຂຶ້ນຢູ່ ສປປ ລາວ ມີຫຼາຍກໍລະນີ ເຊິ່ງກໍລະນີພົ້ນເດັ່ນທີ່ເກີດຂຶ້ນຫຼາຍກວ່າໝູ່ ແມ່ນ:
ໜຶ່ງ: ບັນຫາການແຕ່ງດອງແອບແຝງ ເກີດຂຶ້ນນັບທັງສູນກາງ ແລະ ທ້ອງຖິ່ນ, ໂດຍມີຂະບວນການນາຍໜ້າຄົນລາວ ແລະ ຄົນຕ່າງປະເທດ, ດໍາເນີນການ ດ້ວຍການໂຄສະນາ, ສະເໜີຄ່າດອງ ສູງ, ໄປເອົາຜົວແລ້ວຊີວິດຈະສຸກສະບາຍ, ມີເງິນ ຄໍາຝາກໃຫ້ຄອບຄົວໃຊ້ ແລະອື່ນໆ; ບັນຫາການແຕ່ງດອງແອບແຝງນີ້ມີລັກສະນະຮຸນແຮງ ຂຶ້ນກ່ວາເກົ່າ ແລະ ຄ່າດອງກໍສູງຂຶ້ນກວ່າແຕ່ກ່ອນ.
ສອງ: ການຖ່າຍຮູບພາບ, ສະແດງ, ເຜີຍແຜ່ສິ່ງລາມົກອະນາຈານ ເຊິ່ງພວກນາຍໜ້າຈະລົງ ຊອກຫາຍິງສາວລາວຢູ່ຕາມບ້ານທີ່ຢູ່ເຂດຫ່າງໄກ, ບ່ອນທີ່ສິ່ງອໍານວຍຄວາມສະດວກ ຍັງເຂົ້າບໍ່ເຖິງ ດ້ວຍການຕີສະໜິດ, ເຮັດໃຫ້ຮູ້ຈັກຮັກແພງ, ໃກ້ຊິດຕິດແທດ; ຈາກນັ້ນ, ກໍສະເໜີເງິນໃຫ້, ຊື້ ວັດຖຸມີຄ່າໃຫ້ ແລະ ຕົວະຍົວະມາສະແດງຖ່າຍທຳຮູບພາບ, ວິດີໂອລາມົກອະນາຈານ ແລ້ວເຜີຍແຜ່ຜ່ານສື່ສັງຄົມອອນລາຍດ້ວຍຮູບແບບຕ່າງໆ.
ສາມ: ການຄ້າປະເວນີຂອງຜູ້ອື່ນ ແລະ ການ ບັງຄັບໃຫ້ເປັນໂສເພນີ ວິທີການຂອງພວກນາຍໜ້າ ແມ່ນຊັກຊວນ, ຕິດຕໍ່ເອົາຍິງສາວຢູ່ ເຂດ ຫ່າງໄກໄປຄ້າປະເວນີຢູ່ພາຍໃນປະເທດ ແລະ ຂາຍສົ່ງໄປຕ່າງປະເທດ ທັງໝົດ 38 ເລື່ອງ.
ສີ່: ການໃຫ້ຖືພາແທນ ວິທີການແມ່ນມີການເປີດໂຮງໝໍ ຫຼື ຄີຼນິກໃນການປົວພະຍາດຍິງ ແລະ ເດັກນ້ອຍ ແຕ່ເບື້ອງຫຼັງແມ່ນມີການແອບແຝງ, ມີການປະສົມພັນທຽມ, ເຮັດເດັກຫຼອດແກ້ວ, ຜະລິດໂຕອ່ອນ, ເຊິ່ງຜິດຕໍ່ກົດໝາຍແຫ່ງ ສປປ ລາວ; ວິທີການແມ່ນເອົານໍ້າເຊື້ອຂອງພໍ່ ແລະ ໄຂ່ຂອງແມ່ທີ່ຢູ່ຕ່າງປະເທດມາປະສົມທຽມ ແລ້ວນໍາຕົວອ່ອນຈາກຂະບວນການດັ່ງກ່າວມາສີດເຂົ້າອະໄວຍະວະສືບພັນຂອງເພດຍິງຄົນອື່ນ; ເມື່ອເດັກເກີດອອກມາແລ້ວກໍນໍາສົ່ງອອກຕ່າງປະເທດ.
ຫ້າ: ການຂູດຮີດແຮງງານ ໂດຍມີການໂຄສະນາຕົວະຍົວະຜ່ານສື່ສັງຄົມອອນລາຍ, ບາງຄົນກໍເຕັມໃຈໄປ, ບາງຄົນກໍຖືກຕົວະຍົວະຫຼອກລວງ, ມາເຮັດວຽກຫຼາຍປະເພດຢູ່ບາງບໍລິສັດ, ໂຮງງານ ແລ້ວຖືກບັງຄັບໃຫ້ເຮັດວຽກເກີນເວລາ, ຖືກກັງຂັງບໍ່ມີອິດສະລະ ແລະອື່ນໆ ເຊິ່ງເປັນໄພຂົ່ມຂູ່ ແລະ ມີຄວາມສ່ຽງທີ່ຈະເກີດໃຫ້ມີບັນຫາການຄ້າມະນຸດໃນອານາຄົດ; ຕໍ່ກັບບັນຫາດັ່ງກ່າວ ມັນໄດ້ເຮັດໃຫ້ໄວໜຸ່ມ, ຊາວໜຸ່ມລາວ ລວມທັງຄົນຕ່າງປະເທດຈໍານວນບໍ່ໜ້ອຍຕົກເປັນກຸ່ມສ່ຽງ ແລະ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນໄລ ຍະຜ່ານມາ.
ຍ້ອນເຫັນໄດ້ຄວາມເປັນອັນຕະລາຍຂອງ ການຄ້າມະນຸດ; ໃນປີຜ່ານມາ, ລັດຖະບານ ໄດ້ນຳພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດຢ່າງຈິງຈັງ ເປັນຕົ້ນແມ່ນການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການ ຕ້ານການຄ້າມະນຸດ ໄລຍະ 3 (2021-2025) ຢ່າງເປັນຮູບປະທໍາ ເຊິ່ງໃນປີ 2025 ນີ້ ເປັນປີສຸດທ້າຍຂອງໄລຍະການຈັດຕັ້ງປະຕິບັດແຜນງານ; ໂດຍຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ສະຫຼຸບການຈັດຕັ້ງປະຕິບັດແຜນງານດັ່ງກ່າວພ້ອມທັງກະກຽມສ້າງແຜນງານແຫ່ງ ຊາດວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 4 ( ແຕ່ປີ 2026-2030 ) ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດສືບຕໍ່ຢ່າງ ເປັນປົກກະຕິ ແລະ ໄດ້ຮັບປະສິດທິພາບສູງກ່າວເກົ່າ ແມ່ນໄດ້ເອົາໃຈໃສ່ວຽກໂຄສະນາເຜີຍແຜ່ບັນດາວຽກງານຕ້ານການຄ້າມະນຸດ, ຜົນຮ້າຍຂອງການຄ້າມະນຸດ ຜ່ານຫຼາຍຊ່ອງທາງເປັນຕົ້ນ: ຜ່ານສື່ສັງຄົມອອນລາຍ, ວິທະຍຸ, ໂທລະພາບ, ໜັງສືພິມ, ລົງໂຄສະນາຕາມສະຖານທີ່ມີຄວາມສ່ຽງ ເຊັ່ນ: ບ້ານເປົ້າໝາຍ, ສະຖານີລົດໄຟ, ດ່ານ ສາກົນເຂົ້າ-ອອກເມືອງ ແລະອື່ນໆ; ຈຸດປະສົງ ກໍເພື່ອສະໜອງຂໍ້ມູນທີ່ໜ້າສົນໃຈໃຫ້ພໍ່-ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈເຖິງຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະນຸດ, ທັງນໍາ ເອົາບັນດາຂໍ້ມູນໄປຕັກເຕືອນລູກຫຼານຂອງຕົນ ໃຫ້ມີສະຕິລະວັງຕົວ ບໍ່ໃຫ້ຕົກເປັນຜູ້ຖືກເຄາະ ຮ້າຍຈາກການຄ້າມະນຸດ.
ໄປພ້ອມກັນນີ້, ກໍຍັງເອົາໃຈໃສ່ໃນການປະຕິບັດມາດຕະການທາງດ້ານກົດໝາຍຕິດຕາມເປົ້າໝາຍ ແລະ ນຳຈັບຕົວຜູ້ກະທຳຜິດມາດໍາເນີນຄະດີຕາມລະບຽບກົດໝາຍຂອງ ສປປ ລາວຢ່າງ ເຂັ້ມງວດ, ທັງເປັນຕົວຢ່າງໃຫ້ກຸ່ມຄົນທີ່ພະຍາຍາມກໍ່ການກະທຳຜິດ ຫຼື ກຳລັງກະທຳຜິດໄດ້ ຮັບຮູ້ເຖິງໂທດທີ່ແທ້ຈິງໃນສະຖານຄ້າມະນຸດ; ໃຫ້ພວກກ່ຽວຢຸດເຊົາຄວາມພະຍາຍາມ ແລະ ການກະທໍາຂອງຕົນ.
ເຊິ່ງສະແດງອອກໃນສະຖິຕິໃນປີຜ່ານມາ ເຈົ້າໜ້າທີ່ຕຳຫຼວດ ໄດ້ສຸມໃສ່ດໍາເນີນຄະດີຄ້າມະນຸດທັງໝົດ 46 ເລື່ອງ, ຜູ້ຖືກຫາ 95 ຄົນ ຍິງ 39 ຄົນ; ຜູ້ຖືກເຄາະຮ້າຍ 85 ຄົນ ຍິງ 77 ຄົນ, ອາຍຸຕໍ່າກວ່າ 18 ປີ ມີ 43 ຄົນ ຍິງ 40 ຄົນ ແລະ ໃນປີຜ່ານມາ ສານໄດ້ຕັດສິນຄະດີຄ້າມະນຸດ ມີ ຈຳເລີຍ 40 ຄົນ ຍິງ 18 ຄົນ; ຜູ້ຖືກເຄາະຮ້າຍ 774 ຄົນ, ໂທດສູງສຸດ 18 ປີ ແລະ ປັບໃໝສູງ ສຸດສາມຮ້ອຍລ້ານກີບ.
ຄຽງຄູ່ກັບການດໍາເນີນຄະດີ ເອົາຜູ້ກະທໍາ ຜິດມາລົງໂທດນັ້ນ, ຍັງໄດ້ເຮັດວຽການປົກປ້ອງ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ກຸ່ມສ່ຽງຈາກການ ຄ້າມະນຸດທັງພາຍໃນ ແລະ ມາຈາກຕ່າງ ປະເທດ ຕາມລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ; ເຊິ່ງໃນປີຜ່ານມາ ມີຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງ ຈາກການຄ້າມະນຸດທີ່ໄດ້ເຂົ້າມາພັກເຊົາຊົ່ວຄາວ ຢູ່ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກ ນ້ອຍ ຈໍານວນ 127 ຄົນ ຍິງ 116 ຄົນ; ໃນນີ້ ສະເພາະຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ມີ 119 ຄົນ ຍິງ 112 ຄົນ.
ໄປພ້ອມກັນນັ້ນ ພວກເຮົາກໍໄດ້ມີການພົວພັນຮ່ວມມືຢ່າງໃກ້ຊິດກັບບັນດາປະເທດເພື່ອນມິດ, ປະເທດບ້ານໃກ້ເຮືອນຄຽງທັງພາກພື້ນ ແລະ ສາກົນ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຕະຫຼອດມາ.
ໃນໂອກາດນີ້, ຕາງໜ້າລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າ ພະເຈົ້າ ຂໍຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການ ຕ້ານຄ້າມະນຸດລະດັບຊາດ, ແຂວງ, ນະຄອນຫຼວງ, ເມືອງ, ນະຄອນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດທີ່ໄດ້ຕັ້ງໜ້າເຂົ້າຮ່ວມໃນວຽກງານຕ້ານການຄ້າມະນຸດຢ່າງຈິງຈັງ.
ພ້ອມນີ້ ຂໍສະແດງຄວາມຂອບໃຈມາຍັງບັນດາປະເທດໃນພາກພື້ນ ແລະ ສາກົນ, ບັນດາອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ບັນດາຜູ້ປະກອບການທັງພາຍໃນ ແລະ ຕ່າງ ປະເທດທີ່ໄດ້ໃຫ້ການສະໜັບສະໜູນລັດຖະ ບານ ແລະ ປະຊາຊົນ ເຂົ້າໃນວຽກງານຕ້ານການ ຄ້າມະນຸດໄດ້ຮັບຜົນດີຕະຫຼອດມາ.
– ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!.
ການຄ້າມະນຸດ ເປັນບັນຫາລວມຂອງຊາດ ແລະ ຂອງສາກົນ; ເຖິງວ່າລັດຖະບານ ເວົ້າລວມ, ເວົ້າສະເພາະຂະແໜງການຕ່າງໆ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ເຮັດວຽກງານດັ່ງ ກ່າວ ຫຼາຍປານໃດກໍຕາມ; ແຕ່ ສປປ ລາວ ກໍຍັງເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກບັນ ຫາສະພາບການຄ້າມະນຸດທັງທາງກົງ ແລະ ທາງອ້ອມ: ດັ່ງນັ້ນ, ອີກເທື່ອໜຶ່ງເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດວັນທີ 30 ກໍລະກົດ 2025 ນີ້; ໃນນາມລັດຖະບານ, ຂ້າ ພະເຈົ້າຂໍຮຽກຮ້ອງມາຍັງບັນດາອົງການຈັດຕັ້ງ ຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງ ມາຫາຊົນ ແລະ ຫົວໜ່ວຍທຸລະກິດທັງພາກລັດ, ເອກະຊົນ, ປະຊາຊົນລາວບັນດາເຜົ່າ ຈົ່ງຍົກສູງ ຄວາມຮັບຜິດຊອບຂອງຕົນ ແລະ ອອກແຮງຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ, ພ້ອມ ທັງເອົາໃຈໃສ່ເຮັດວຽກໂຄສະນາ ເພື່ອປະຊາຊົນ ລາວບັນດາເຜົ່າ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຮັບຮູ້ ແລະ ເຂົ້າໃຈຜົນຮ້າຍຂອງການຄ້າມະນຸດ, ມີສະ ຕິປ້ອງກັນຕົວເອງ, ເປັນຫູເປັນຕາຊ່ວຍເຈົ້າ ໜ້າທີ່ໃນການສະກັດກັ້ນການຄ້າມະນຸດໃຫ້ຫຼາຍ ຂຶ້ນ.
ຂ້າພະເຈົ້າ, ຫວັງຢ່າງຍິ່ງວ່າບັນດາອົງການຈັດຕັ້ງພັກ, ລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ສື່ມວນຊົນ ຈາກທຸກພາກສ່ວນ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຈະສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມືຊ່ວຍເຫຼືອເຂົ້າໃນວຽກງານແກ້ໄຂ ບັນຫາການຄ້າມະນຸດໃຫ້ຫຼຸດລົງ ແລະ ໝົດສິ້ນໄປຈາກ ສປປ ລາວ ກໍຄືພາກພື້ນ ແລະ ສາກົນ.
(ຂໍຂອບໃຈ)
