
ກອງປະຊຸມສະຫຼຸບວຽກງານເງິນທ້ອນ-ເງິນຊ່ວຍເຫຼືອເຊິ່ງກັນແລະກັນ ຂອງສະຫະພັນແມ່ຍິງ ກະຊວງ ປກສ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ໄດ້ຈັດຂຶ້ນໃນວັນທີ 28 ມີນາ 2023 ໂດຍມີ ພັອ ນາງ ຄຳຢາດ ວິໄລວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ປກສ ພ້ອມດ້ວຍບັນດາຄະນະສະຫະພັນແມ່ຍິງກະຊວງ, ຄະນະຮັບຜິດຊອບກຸ່ມທ້ອນເງິນ ແລະ ສະມາຊິກກຸ່ມທ້ອນເງິນອ້ອມຂ້າງເຂົ້າຮ່ວມ.
ພັທ ນາງ ຈັນຖະໜອມ ວົງຊົມພູ ຮອງປະທານສະຫະພັນແມ່ຍິງ ກະຊວງ ປກສ ກ່າວວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະຮັບຜິດຊອບກຸ່ມທ້ອນເງິນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ, ມີການປຶກສາຫາລືເປັນໝູ່ຄະນະ, ຄົ້ນຄວ້າແກ້ໄຂໃຫ້ສະມາຊິກກຸ່ມທ້ອນເງິນກູ້ຢືມເງິນຢ່າງຖືກຕ້ອງ ແລະ ເໝາະສົມກັບຄວາມເປັນຈິງເພື່ອແກ້ໄຂຊີວິດການເປັນຢູ່ທາງດ້ານການເງິນ, ແກ້ໄຂຄວາມທຸກຍາກ ແລະ ຄວາມຈຳເປັນໃນຄອບຄົວ.

ກຸ່ມທ້ອນເງິນຊ່ວຍເຫຼືອເຊິ່ງກັນແລະກັນຂອງສະຫະພັນແມ່ຍິງກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບການສ້າງຕັ້ງຂຶ້ນໃນຄັ້ງວັນທີ 23 ກັນຍາ 2003 ແລະ ດຳເນີນມາຮອດປັດຈຸບັນເປັນເວລາ 19 ປີ; ເຊິ່ງປະກອບມີ 12 ກຸ່ມທ້ອນເງິນ, ມີຄະນະຮັບຜິດຊອບ 95 ທ່ານ, ມີສະມາຊິກກຸ່ມທ້ອນເງິນ 4.528 ຄົນ; ປີ 2022 ເງິນຝາກຂອງສະມາຊິກ ມີທັງໝົດ 26 ຕື້ 995 ລ້ານກວ່າກີບ, ມີຄົນມາກູ້ຢືມທັງໝົດ 2.294 ຄົນ ລວມເປັນເງິນທັງໝົດ 29 ຕື້ 298 ລ້ານກວ່າກີບ ກູ້ຢືມຕ່ຳສຸດແມ່ນ 2 ລ້ານກີບ, ສູງສຸດ 100 ລ້ານກີບ ໃນອັດຕາດອກເບ້ຍ 2% ຕໍ່ເດືອນ 24% ຕໍ່ປີ, ປີ2022,ໄດ້ຮັບເງິນທ້ອນທັງໝົດ 4 ຕື້ 437 ລ້ານກວ່າກີບ; ໃນນີ້, 70% ແມ່ນແບ່ງໃຫ້ສະມາຊິກຜູ້ຝາກເງິນ 30% ແມ່ນຫັກໄວ້ບໍລິ ຫານຕ່າງໆ.
ໃນຕໍ່ໜ້າ, ຄະນະສະຫະພັນ ແມ່ຍິງກະຊວງ ປກສ ຈະສືບຕໍ່ເອົາໃຈໃສ່ຄຸ້ມຄອງນໍາພາ, ຕິດຕາມການເຄື່ອນໄຫວຂອງກຸ່ມທ້ອນເງິນ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກໃຫ້ດີ, ປຸກລະດົມຂົນຂວາຍ, ຂະຫຍາຍສະມາຊິກໃຫ້ມີຈຳນວນເພີ່ມຂຶ້ນ, ສ້າງໃຫ້ກຸ່ມ ທ້ອນເງິນມີຄວາມເຂັ້ມແຂງໝັ້ນທ່ຽງຄົ້ນຄວ້າ-ປັບປຸງບາງມາດຕາຂອງກົດລະບຽບໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.
ພາບ-ຂ່າວ: ສົມສະໄຫວ