
ກອງສິລະປະກອນປ້ອງກັນຄວາມສະຫງົບ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ ໄດ້ຈັດການສະແດງສິລະປະ-ວັດທະນະທໍາ ເພື່ອເປັນການສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ ( 5 ເມສາ 1961-5 ເມສາ 2023 ) ຢູ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃນຄ່ຳຄືນຂອງວັນທີ 27 ມີນາ 2023 ໂດຍມີ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ, ພົຈວ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ມີຮອງຫົວໜ້າກົມໃຫຍ່, ຄະນະພັກ-ຄະນະກອງບັນຊາການ, ຫ້ອງ, ກອງພັນ, ຄ້າຍຄຸມຂັງ, ກອງບັນຊາ ການ 9 ຕົວເມືອງ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມຮັບຊົມ.




ພັອ ວັນນະສັກ ທອງອຸໄລ ຮອງຫົວໜ້າກົມໂຄສະນາອົບຮົມ ໃຫ້ສໍາພາດວ່າ: ການສະແດງສິລະປະ-ວັດທະນະທຳສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄັ້ງນີ້ ເພື່ອເປັນການໂຄສະນາເຜີຍແຜ່ທາດແທ້ມູນເຊື້ອອັນສະຫງ່າອົງອາດ, ນໍ້າໃຈເສຍສະຫຼະອັນສູງສົ່ງ ແລະ ຜົນງານໄຊຊະນະອັນໃຫຍ່ຫຼວງ ທີ່ກໍາລັງປ້ອງ ກັນຄວາມສະຫງົບຍາດມາໄດ້ໃນ ຕະຫຼອດໄລຍະ 62 ປີ ທີ່ຜ່ານມາ, ແນໃສ່ເຮັດໃຫ້ ນາຍ ແລະ ພົນ ຕຳຫຼວດ ເຂົ້າໃຈແຈ້ງ ແລະ ເຊື່ອມຊຶມຢ່າງເລິກເຊິ່ງຕໍ່ຜົນງານອັນຍິ່ງໃຫຍ່ຂອງກຳລັງປ້ອງກັນຄວາມສະຫງົບ ໂດຍພາຍໃຕ້ການນຳພາທີ່ປີຊາສາມາດ, ສະຫຼາດສ່ອງໃສ ແລະ ເດັດຂາດ, ໂດຍກົງ, ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ຕໍ່ກຳລັງປ້ອງກັນຄວາມສະຫງົບ; ເຊິ່ງຍາມໃດກໍໄດ້ເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງຕົນ, ກຽມພ້ອມປະຕິບັດໜ້າທີ່ອັນມີກຽດສະຫງ່າ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍ ໃຫ້ມີຜົນສໍາເລັດເປັນຢ່າງດີ. ໂດຍນໍາສະເໜີຜ່ານບົດເພງ, ກອນລຳ, ບົດຟ້ອນ, ບົດດົນຕຼີຂອງກອງສິລະປະກອນປ້ອງກັນຄວາມສະຫງົບ.ພ້ອມນັ້ນ, ກໍເພື່ອເປັນການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ໃຫ້ຄຽງຄູ່ກັບຊາດລາວ ຄົນລາວ ຕະຫຼອດໄປ.

ສໍາລັບລາຍການສະແດງມີ: ບົດຟ້ອນປະສານຮ້ອງ: ຈົດຈຳມູນເຊື້ອວິລະກຳ, ນັກຮົບສັນຕິລາດ, ງາມແດນຈຳປາ, ມ່ວນຊື່ນ ໃນສຽງກະໂປະ, ເພື່ອການສັນຈອນ, ດ່ຽວແຄນ ແລະ ບົດຟ້ອນບົນເສັ້ນທາງເດີນ. ສຳລັບບົດເພງ ມີ: ໃຕ້ຮົ່ມທຸງສີແດງ, ປ້ອງກັນຄວາມສະຫງົບ ປະຊາຊົນ, 5 ເມສາ ໝັ້ນຍືນ, ຮ່ວມໃຈຕ້ານຢາເສບຕິດ, ປ້ອງກັນຄວາມສະຫງົບ ເພື່ອປະຊາຊົນ, ຮ່ວມໃຈສ້າງພະລາທິການກັບທີ່, ຈົ່ງຄິດເຫັນອະນາຄົດ, ເຄື່ອນທີ່ໄວ, ບົນເສັ້ນທາງເດີນ ແລະ ລໍາສີພັນດອນ.
