
ຄະນະນໍາກະຊວງ ປກສ ນໍາໂດຍ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ລົງກວດກາຄວາມຄືບໜ້າໃນການຫຼ່ໍຮູບປັ້ນ ປະທານ ໄກສອນ ພົມວິຫານ ຢູ່ໂຮງປັ້ນຫຼ່ໍປະຕິມະກຳລ້ານຊ້າງ ບ້ານໂນນແກ້ວ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 27 ມີນາ 2023; ເຊິ່ງມາຮອດປັດຈຸບັນແມ່ນມີຄວາມຄືບໜ້າພໍສົມຄວນ ແລະ ຈະມີການປັບປຸງບາງສ່ວນເປັນ ຕົ້ນແມ່ນໃບໜ້າ, ຫູ, ມື, ເສື້ອ, ໂສ້ງແຂນ, ຂາ ແລະ ປຶ້ມ.

ເປັນກຽດເຂົ້າຮ່ວມລົງກວດກາໃນຄັ້ງນີ້ ໂດຍທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນສະໜອງ ສີຫາລາດ ຮອງຜູ້ອຳນວຍການໂຮງປັ້ນຫຼ່ໍປະຕິມະກຳລ້ານຊ້າງ ທັງເປັນຜູ້ຮັບຜິດຊອບຫຼ່ໍຮູບປັ້ນ ປະທານ ໄກສອນ ພົມວິ ຫານ ກ່າວວ່າ: ການຫຼ່ໍຮູບປັ້ນປະທານ ໄກສອນ ພົມວິຫານ ແມ່ນເລີ່ມມາແຕ່ວັນ ທີ 12 ມີນາ 2023 ແລະ ຈະໃຫ້ສໍາເລັດໃນ ວັນທີ 30 ມິຖຸນາ 2023, ສໍາລັບຂະໜາດຄວາມສູງ ຮູບປັ້ນປະທານ ໄກສອນ ພົມວິຫານ ແມ່ນສູງ 7,50 ແມັດ; ຜະລິດດ້ວຍທອງສໍາລິດ, ຄວາມກວ້າງໜ້າເອິກແມ່ນ ປະມານ 1,98 ແມັດ, ຄວາມກວ້າງດ້ານຂ້າງ 1,44 ແມັດ, ຖານຮອງພື້ນເປັນຫຼ່ຽມສູງ 25 ເຊັນ, ແທ່ນຕັ້ງຮູບຫຼ່ໍດ້ວຍຊີມັງສູງ 4 ແມັດ ລວມມູນຄ່າການກໍ່ສ້າງ ແມ່ນ 3.500.000.000 ກີບ.

ພາຍຫຼັງທີ່ປັ້ນຫຼ່ໍຮູບປັ້ນປະທານ ໄກສອນ ພົມວິຫານ ສໍາເລັດແລ້ວແມ່ນຈະນໍາໄປສະຖິດໄວ້ວິທະຍາຄານການເມືອງ ປກສ.