
ໃນວັນທີ 27 ມີນາ 2023, ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍການນໍາຂັ້ນສູງຂອງກະຊວງປ້ອງ ກັນຄວາມສະຫງົບໄດ້ລົງເຄື່ອນໄຫວຢ້ຽມຢາມຄະນະພັກ-ຄະນະບັນຊາ, ພະນັກງານ, ແພດ-ໝໍ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ທີ່ເຈັບນອນປິ່ນປົວຢູ່ໂຮງໝໍ 5 ເມ ສາ, ໃຫ້ການຕ້ອນຮັບໂດຍ ພັອ ດຣ ນາງ ພຸດມາລາ ພັນທະມິດ ຫົວໜ້າອໍານວຍການໂຮງໝໍ 5 ເມສາ ກົມໃຫຍ່ພະລາ ທິການ ກະ ຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ ແລະ ແພດ-ໝໍພາຍໃນໂຮງໝໍ 5 ເມສາ ເຂົ້າ ຮ່ວມ.


ໂອກາດນີ້, ພັອ ດຣ ນາງ ພຸດມາລາ ພັນທະມິດ ໄດ້ລາຍງານ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 1 ປີ ຜ່ານມາ, ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາກົມໃຫຍ່ພະລາທິການ ແລະ ໂຮງໝໍ 5 ເມສາ ໄດ້ລົງເລິກຊີ້ນຳຢ່າງໃກ້ຊິດໃຫ້, ແພດ-ໝໍ ບໍລິການປິ່ນປົວຄົນເຈັບ ມີຄຸນນະພາບ, ຖືກຕ້ອງຕາມຫຼັກການວິຊາສະເພາະຢ່າງແທ້ຈິງ, ເຊິ່ງມີຜົນງານຕົວຈິງ ສະແດງອອກຄື: ກວດພະຍາດ ຄົນເຈັບເຂດນອກ 13.865 ຄົນ; ໃນນັ້ນ, ມີຕໍາຫຼວດ 5.869 ຄົນ, ປົກຄອງ 696 ຄົນ, ພະ ນັກງານບຳ ນານ 1.101 ຄົນ, ປະຊາຊົນ 3.944 ຄົນ, ນັກຮຽນ 1.322 ຄົນ, ເດັກ ນ້ອຍ 670 ຄົນ, ກຳມະກອນ 231 ຄົນ, ນັກບວດ 32 ອົງ, ແກ້ໄຂສຸກເສີນ 9.338 ຄົນ, ຜູ້ຖືກຫາ -ນັກໂທດ 1.244 ຄົນ, ກວດຫູ-ດັງ-ຄໍ 850 ຄົນ, ລ້າງບາດ 1.152 ຄົນ, ສັນນະສູດຊາກສົບຄົນຕາຍ 88 ສົບ, ເກີດລູກ 187 ຄົນ, ລູລູກ 28 ຄົນ, ວາງແຜນລູກຫ່າງ 89 ຄົນ, ກວດຢັ້ງຢືນສິດທິແມ່ຍິງ ແລະ ເດັກນ້ອຍ 16 ຄົນ, ກວດທ້ອງ ແມ່ມານ 1.913 ຄົນ, ກວດພະ ຍາດຍິງ 638 ຄົນ, ກວດຢັ້ງຢືນ ສຸຂະພາບ 3.425 ຄົນ, ປິ່ນປົວກາ ຍະບຳບັດ 2.093 ຄົນ, ປິ່ນປົວແລ້ວ 947 ຄົນ, ແທກກະແສຫົວໃຈ 2.169 ຄົນ, ສ່ອງລັງສີ 1.858 ຄົນ, ເອໂກ 4.123 ຄົນ, ສັກຢາວັກແຊັງເດັກ ນ້ອຍ 1.110 ຄົນ, ສັກຢາກັນວໍ້ 222 ຄົນ, ສັກຢາວັກແຊັງປ້ອງກັນ COVID-19 ຈຳ ນວນ 4.961 ຄົນ, ກວດເລືອດລວມ ໄດ້ທັງໝົດ 42.461 ຄົນ, ກວດຊອກຫາເຊື້ອ HIV ຈຳນວນ 375 ຄົນ, ກວດຊອກຫາເຊື້ອພະຍາດ COVID-19 ຈຳນວນ 2.669 ຄົນ, ກວດສານເສບຕິດ 639 ຄົນ, ກວດຊອກເຊື້ອວັນນະໂລກ 979 ຄົນ, ສົ່ງເລືອດໃຫ້ຄົນເຈັບ 450 ຄົນ, ຜ່າຕັດທັງໝົດ 547 ຄົນ, ບໍລິການສະມາຊິກປະກັນສັງຄົມ 28.407 ຄົນ, ຈ່າຍຢາ ທັງໝົດ 60.518 ບິນ, ກວດສຸຂະພາບ ການນຳ ປະຈຳປີ 2022 ໄດ້ 1.792 ທ່ານ, ຮັບຄົນເຈັບເຂົ້ານອນໂຮງໝໍ ທັງໝົດ 1.530 ຄົນ, ປິ່ນປົວດີກັບ ຄືນກົມກອງ 1.502 ຄົນ.


ພົອ ວິໄລ ຫຼ້າຄໍາຟອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະຜ່ານມາ, ພ້ອມທັງໄດ້ໃຫ້ທິດຊີ້ນຳສຸມໃສ່ສ້າງພະນັກງານ, ແພດ-ໝໍ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງ ທາງດ້ານການຈັດ ຕັ້ງ, ປັບປຸງລະບອບແບບແຜນນຳພາ, ແບບ ແຜນວິທີເຮັດວຽກ, ມີປະສິດທິພາບ, ສ້າງພະນັກງານໃຫ້ມີຄວາມສຳນິຊໍານານ, ກາຍເປັນຊ່ຽວ ຊານແຕ່ລະດ້ານໃຫ້ຫຼາຍຂຶ້ນ ແລະ ໃຫ້ຕິດພັນການສ້າງພະນັກງານສືບທອດ-ປ່ຽນແທນໃຫ້ເປັນລະບົບຕໍ່ເນື່ອງ; ພ້ອມທັງເຊີດຊູຈິດໃຈບຸກບືນຫ້າວຫັນ, ນ້ຳໃຈເສຍສະລະ, ສຸມທຸກຄວາມສາມາດ ແລະ ປະສົບການເຂົ້າໃນການປິ່ນປົວຜູ້ບາດ ເຈັບ, ຜູ້ເຈັບປ່ວຍທັງຮັກສາຈັນຍາບັນຂອງແພດໃຫ້ ສົມກັບນາມມະຍົດແພດປະຕິວັດ, ແພດຂອງປະຊາຊົນ.

ຈາກນັ້ນ, ພົອ ວິໄລ ຫຼ້າຄໍາຟອງ ກໍໄດ້ໄປຢ້ຽມຢາມປະຊາຊົນ ພ້ອມ ດ້ວຍນາຍ ແລະ ພົນຕຳຫຼວດ ທີ່ເຈັບນອນປິ່ນປົວຢູ່ໂຮງໝໍ 5 ເມສາ ດ້ວຍຄວາມເປັນຫ່ວງເປັນໄຍ ພ້ອມທັງໄດ້ອວຍພອນ ແລະ ໃຫ້ກໍາລັງໃຈຕໍ່ຜູ້ເຈັບປ່ວຍທີ່ນອນປິ່ນປົວຮັກສາສຸຂະ ພາບຢູ່ໂຮງໝໍໃຫ້ມີສຸຂະພາບແຂງ ແຮງ ແລະ ໃຫ້ຫາຍດີຂຶ້ນ ເພື່ອກັບໄປປະຕິບັດໜ້າທີ່ໃຫ້ມີຜົນສຳເລັດຍິ່ງໃຫຍ່ຂຶ້ນກວ່າເກົ່າ.

ພາບ-ຂ່າວ: ບຸນເຫຼືອ