ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງວັນທີ 5 ສິງຫາ 2025, ສະຫາຍ ພົຈວ ໜູຈອນ ກ້ອນທອງດຳ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ປະກອບຄຳເຫັນໃນຂົງເຂດວຽກງານພະລາທິການ ໃນຫົວຂໍ້ ” ການຜະລິດ-ທຸລະກິດສ້າງແຫຼ່ງລາຍຮັບໃນກຳລັງປ້ອງກັນຄວາມສະຫງົບ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວຽກງານຮັບປະກັນພະລາທິການໃນກຳລັງປ້ອງກັນຄວາມສະຫງົບ ” ເຊິ່ງໄດ້ຖືເອົາການນຳພາຂະບວນການສ້າງເສດຖະກິດລວມໝູ່ຕາມເງື່ອນໄຂ ແລະ ຄວາມສາມາດຂອງແຕ່ລະກົມກອງ ໃນການເຮັດສຳເລັດວຽກງານພະລາທິການ ປກສ.

ສະຫາຍ ໜູຈອນ ກ້ອນທອງດຳ ໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະຜ່ານມາ, ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກກະຊວງ ປກສ, ຄະນະພັກກົມໃຫຍ່ພະລາທິການ ປກສ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳວຽກງານຕາມຂົງເຂດຄວາມຮັບຜິດຊອບມີຜົນ ສຳເລັດ ໂດຍສະເພາະແມ່ນຂົງເຂດການຜະລິດ-ທຸລະກິດ ແລະ ສ້າງລາຍຮັບ ໃຫ້ກໍາລັງປ້ອງ ກັນຄວາມສະຫງົບ ໂດຍໄດ້ນໍາພາຂະບວນການສ້າງເສດຖະກິດລວມໝູ່ ຕາມເງື່ອນໄຂ ແລະ ຄວາມສາມາດ ຂອງແຕ່ລະກົມກອງ-ທ້ອງຖິ່ນ, ຕິດພັນກັບການປຸກລະດົມນໍ້າໃຈປະ ຢັດມັດທະຍັດ ແກ້ໄຂຊີວິດການເປັນຢູ່ ຂອງນາຍ ແລະ ພົນຕຳຫຼວດ. ປັດຈຸບັນ ຫຼາຍກົມກອງ-ທ້ອງຖິ່ນ ໄດ້ລິເລີ່ມມີການປູກ, ການລ້ຽງ ແລະ ການບໍລິການ ເປັນຮູບ ເປັນຮ່າງ ດີຂຶ້ນກວ່າເກົ່າ ສາມາດສ້າງລາຍຮັບເຂົ້າກົມກອງ ແລະ ຫຼຸດຜ່ອນຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ຕາມທິດສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ ໃນກໍາລັງປ້ອງກັນຄວາມສະຫງົບ ໄດ້ໂດຍພື້ນຖານ.

ໃນ 5 ປີຜ່ານມາ, ໄດ້ສຸມໃສ່ສ້າງລາຍຮັບໃຫ້ກະຊວງ ປກສ ດ້ວຍການຮ່ວມມືກັບນັກລົງທຶນ ພາຍໃນ ແລະ ຕ່າງປະເທດ ດໍາເນີນທຸລະກິດຮ່ວມ ກັບ ຕ່າງຝ່າຍຕ່າງມີຜົນປະ ໂຫຍດ ຖືກຕ້ອງຕາມລະບຽບກົດໝາຍ, ຫົວໜ່ວຍການຜະລິດ-ທຸລະກິດ ທີ່ກະຊວງປ້ອງກັນຄວາມສະຫງົບຄຸ້ມຄອງ ສາມາດສ້າງລາຍຮັບ ແລະ ມອບພັນທະໃຫ້ລັດ ແລະ ກະຊວງ ຫຼາຍຕື້ກີບ.
ໃນ 5 ປີຜ່ານມາ, ໄດ້ຈັດຊື້ພາຫະນະ ຈໍານວນ 63 ຄັນ, ໄດ້ຮັບການຊ່ວຍເຫຼືອພາຫະນະ ຈາກຕ່າງປະເທດ ຈໍານວນ 378 ຄັນ. ໃນນັ້ນ, ຈາກ ສສ ຫວຽດນາມ ຈໍານວນ 354 ຄັນ, ສປ ຈີນ 19 ຄັນ, ຍີ່ປຸ່ນ 5 ຄັນ ແລະ ໄດ້ປະກອບພາຫະນະ ໃຫ້ບັນດາກົມກອງອ້ອມຂ້າງກະຊວງ ແລະ ປກສ ແຂວງ-ນະຄອນຫຼວງ ຈໍານວນ 160 ຄັນ; ໄດ້ຈັດຊື້ອາວຸດຍຸດໂທ ປະກອນ ຈໍານວນ 37 ລາຍການ, ໄດ້ຮັບ ການຊ່ວຍເຄື່ອງຍຸດໂທປະກອນ ຈາກ ສສ ຫວຽດນາມ ຈໍານວນ 22 ລາຍການ.

