ວັນທີ 5 ສິງຫາ 2025, ສະຫາຍ ພົຈວ ແກ່ນຈັນ ພົມມະຈັກ ຄະນະພັກກະຊວງ ເລຂາຄະນະພັກກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ວ່າ: ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຮັບໜ້າທີ່ໃນການພັດທະນາແຜນທີ່ດີຈິຕ໋ອນພົນລະເມືອງ ເຊິ່ງເປັນເຕັກໂນໂລຊີທີ່ທັນສະໄໝ ເພື່ອຊ່ວຍໃນການຄຸ້ມຄອງພົນລະເມືອງລາວ, ລະບົບດັ່ງກ່າວຈະເປັນຕົວເຊື່ອມຕໍ່ລະຫວ່າງພົນລະເມືອງໃນຖານຂໍ້ມູນ ແລະ ການຄວບຄຸມຂໍ້ມູນທີ່ທັນສະໄໝ, ປະກອບສ່ວນຄຸ້ມຄອງພົນລະເມືອງຕາມທິດດິຈີຕ໋ອນ, ເປັນເຈົ້າຕົນເອງ ແລະ ມີປະສິດທິຜົນ.

ໃນໄລຍະຜ່ານມາ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ສຸມໃສ່ຢ່າງຕັ້ງໜ້າ ໃນການຄຸ້ມຄອງພົນລະເມືອງດ້ວຍຄວາມຮັບຜິດຊອບສູງ, ແຕ່ຖ້າທຽບໃສ່ກັບຄວາມຮຽກຮ້ອງຕ້ອງການໃນຍຸກປັດຈຸບັນ ເຫັນວ່າຍັງບໍ່ໄດ້ດີເທົ່າທີ່ຄວນ ຍ້ອນລະບົບດັ່ງກ່າວບໍ່ສາມາດເຊື່ອມຕໍ່ ແລະ ບໍ່ສາມາດແບ່ງປັນຂໍ້ມູນກັບບັນດາກະຊວງ, ຂະແໜງການອື່ນໆ; ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບໝາຍໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ກໍຄືກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໃຫ້ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນເຈົ້າການຈັດຕັ້ງປະຕິບັດໃຫ້ເຂົ້າສູ່ວຽກງານຕົວຈິງ ເຊິ່ງສາມາດເຮັດສຳເລັດ ດັ່ງນີ້: ໄດ້ສ້າງນິຕິກຳສໍາເລັດຂັ້ນພື້ນຖານແລ້ວ 24 ສະບັບ ເຊິ່ງໄດ້ຮັບອະນຸມັດຈາກ ລັດຖະບານ ແລະ ກະຊວງປ້ອງກັນຄວາມສະຫງົບແລ້ວ 15 ສະບັບ; ໄດ້ສັງລວມຂໍ້ມູນພົນລະເມືອງຈາກລະບົບລາວພິມ, ຈາກການໂອນຖ່າຍສໍາມະໂນຄົວເປັນເອກະສານເອເລັກໂຕນິກ, ຂໍ້ມູນພົນລະເມືອງຈາກກະຊວງພາຍໃນ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສໍາເລັດແລ້ວ 80%, ໃນນີ້ ພົນລະເມືອງທີ່ຄົບເງື່ອນໄຂອອກລະຫັດບຸກຄົນ ຫຼື ຫັນເປັນດີຈິຕ໋ອນ ກວມເອົາ 76,34%.

ການຄຸ້ມຄອງພົນລະເມືອງ ຕາມທິດຫັນເປັນດີຈິຕ້ອນ ເຕັມໄປດ້ວຍສິ່ງທ້າທາຍທົດສອບຫຼາຍຢ່າງ ແຕ່ການນໍາກະຊວງປ້ອງກັນຄວາມສະຫງົບ ກໍບໍ່ໄດ້ລົດລະຄວາມພະຍາມໃນການນໍາພາ-ຊີ້ນໍາ ການຄຸ້ມຄອງພົນລະເມືອງເຂົ້າສູ່ຍຸກດີຈິຕ໋ອນໃຫ້ສໍາເລັດຕາມໂຄງການໄດ້ກຳນົດ ເພາະໂຄງການ ດັ່ງກ່າວ ຈະນໍາເອົາຜົນປະໂຫຍດສູງສຸດມາສູ່ປະເທດເຮົາ ເປັນຕົ້ນ:

1) ເປັນຜົນປະໂຫຍດ ພື້ນຖານໃຫ້ແກ່ການສ້າງແຜນຍຸດທະສາດ, ກຳນົດແຜນການ, ແຜນການພັດທະນາ ເສດຖະກິດ-ສັງຄົມໃນປະເທດເຮົາ ເປັນແຕ່ລະໄລຍະ;
2) ເປັນວິທີການນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ, ທັນສະໄໝ, ຄົບຊຸດ, ຮັກສາຄວາມລັບສູງ, ປະຢັດ ງົບປະມານ, ປະຍັດເວລາ, ເຊື່ອມໂຍງ, ແບ່ງປັນຂໍ້ມູນທີ່ຢູ່ອາໃສ ແລະ ບັດປະຈຳຕົວ, ຜະລິດບັດໃນ ລະບົບ ແລະ ການຄຸ້ມຄອງລວມສູນເປັນເອກະພາບ;
3) ຈະຊ່ວຍບັນດາອົງການບໍລິຫານລັດ ແກ້ໄຂເອກະສານບໍລິຫານໃຫ້ປະຊາຊົນ, ຈະປະຢັດຄ່າໃຊ້ຈ່າຍ ໃນວຽກງານບໍລິຫານ, ຫຼຸດຜ່ອນຂັ້ນຕອນ, ຫຼຸດຜ່ອນຄວາມສ່ຽງໃນວຽກງານຢັ້ງຢືນຕົວຕົນຂອງປະ ຊາຊົນ, ສ້າງຄວາມສະດວກໃຫ້ອົງການບໍລິຫານລັດ, ປະຢັດຄ່າໃຊ້ຈ່າຍໃນການບໍລິຫານ ແລະ ຫຼຸດ ຜ່ອນຄວາມສ່ຽງໃນວຽກງານສະໜອງບໍລິການໃຫ້ແກ່ປະຊາຊົນ;
4) ຮັບປະກັນໃຫ້ແກ່ວຽກງານວິຊາສະເພາະຂອງກໍາລັງປ້ອງກັນຄວາມສະຫງົບ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ປະຊາຊົນ, ຮອງຮັບໃຫ້ກັບການຂະຫຍາຍຕົວຂອງພົນລະເມືອງໃນຕໍ່ໜ້າ.

