ໃນຕອນເຊົ້າວັນທີ 3 ເມສາ 2025, ນະຄອນ ໄກສອນ ພົມວິຫານ ໄດ້ຈັດພິທີເອົາທຸງຊາດລົງເຄິ່ງເສົາ ເພື່ອສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມອາໄລຮັກຢ່າງສຸດຊຶ້ງ ເຖິງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສ ຂອງພັກປະຊາຊົນ ປະຕິວັດລາວ, ນຳພາໂດຍ ທ່ານ ປະສົງສິນ ຈະເລີນສຸກ ກຳມະ ການປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນ ເຈົ້ານະຄອນ ໄກສອນ ພົມວິຫານ,ພ້ອມດ້ວຍຄະນະ ພັກ ແລະ ສະມາຊິກພັກ,ພະນັກງານຫລັກແຫລ່ງພາຍໃນນະຄອນເຂົ້າຮ່ວມ.
ການໄວ້ອາໄລໃນຄັ້ງນີ້,ຖືເປັນການໄວ້ອາໄລລະດັບຊາດ ເພື່ອສະແດງຄວາມໂສກເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ຄຳໄຕ ສີພັນດອນ ໂດຍຈະໄວ້ອາໄລ ເປັນເວລາ 5 ວັນ ລະຫວ່າງວັນທີ 3 – 7 ເມສາ 2025.
ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນການນຳຮຸ່ນທຳອິດ ຂອງພັກເຮົາ ທີ່ໄດ້ເປັນຫຼັກແຫຼ່ງ ແລະ ແກນນຳ ຂອງສູນກາງພັກ ນຳພາ – ຊີ້ນຳ ການປະຕິວັດຊາດ – ປະຊາທິປະໄຕໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ເປັນຜູ້ນໍາໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກເຮົາ, ສະຫາຍແມ່ນນັກຮັກຊາດ, ແມ່ນນັກປະຕິວັດ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດເຮົາ, ຕະຫຼອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດ ຂອງພັກເຮົາ ເພື່ອການພັດທະນາປະ ເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ.