
————————————————————————-
ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ແຫ່ຣາຊະອານາຈັກກຳປູເຈຍ ນໍາໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນຄ່ຳຂອງວັນທີ 24 ມີນາ 2025 ໂດຍການຕ້ອນຮັບຂອງທ່ານ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ພ້ອມດ້ວຍຄະນະ.


ການເດີນທາງມາ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນກຳປູເຈຍ ໃນຄັ້ງນີ້ ເພື່ອປະຕິບັດຕາມຄຳເຊື່ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໃນການເຂົ້າຮ່ວມກອງປະຊຸມລັດຖະ ມົນຕີ ວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາ ຊະອານາຈັກກຳປູເຈຍ ປະຈຳປີ 2025 ເຊິ່ງຈະໄດ້ຈັດຂຶ້ນໃນມໍ່ໆນີ້.

ໂອກາດນີ້, ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະຜູ້ແທນຂັ້ນສູງກະຊວງພາຍໃນກຳປູເຈຍ ທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວຄັ້ງນີ້ ເຊີ່ງເປັນຂີດໝາຍສຳຄັນໃນການສືບສານພົວພັນຮ່ວມມືກັນລະຫວ່າງສອງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງພາຍໃນກຳປູເຈຍໃຫ້ນັບມື້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

