
ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ແຫ່ງ ຣາ ຊະອານາຈັກກຳປູເຈຍ ນໍາໂດຍ ສົມ ເດັດ ກຼໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍບັນດາຄະ ນະຜູ້ແທນຂັ້ນສູງ, ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນທີ 18-20 ມີນາ 2023; ພ້ອມທັງເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2023 ລະຫວ່າງ ກະຊວງປ້ອງກັນຄວາມສະ ຫງົບລາວ ແລະ ກະຊວງພາຍໃນກໍາປູເຈຍ ຢ່າງເປັນທາງການໃນວັນທີ 19 ມີນາ 2023; ເຊິ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢູ່ທີ່ກະຊວງປ້ອງກັນຄວາມສະຫງົບ ໂດຍການຕ້ອນຮັບຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.

ຈາກນັ້ນ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ແລະ ສົມເດັດ ກຼໍລາໂຮມ ຊໍ ເຄັງ ກໍໄດ້ເຂົ້າຮ່ວມເປັນປະທານກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍ ປະຈໍາປີ 2023; ໂດຍມີບັນດາຄະນະຜູ້ແທນຂັ້ນສູງຈາກກະຊວງປ້ອງກັນຄວາມສະຫງົບລາວ, ບັນດາຄະນະຜູ້ແທນຂັ້ນສູງ ຈາກກະຊວງພາຍໃນກຳປູເຈຍ; ພ້ອມດ້ວຍການນຳຈາກແຂວງທີ່ມີຊາຍຕິດຈອດກັນຂອງສອງປະເທດ ເຊັ່ນ: ແຂວງຈໍາປາສັກ ແລະ ແຂວງອັດຕະປື ຂອງ ສປປ ລາວ ແລະ ແຂວງສະຕຶງແຕຣງ, ແຂວງຣັດຕະນະຄີລີ ແລະ ແຂວງພະວິຫານ ຂອງຣາຊະອານາຈັກກໍາປູເຈຍ ເຂົ້າຮ່ວມ.

ກອງປະຊຸມວ່າດ້ວຍການຮ່ວມມືສອງຝ່າຍໃນຄັ້ງນີ້, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບລາວ ແລະ ຄະນະຜູ້ແທນຂັ້ນສູງກະ ຊວງພາຍໃນກຳປູເຈຍ ໄດ້ພ້ອມກັນທົບທວນຄືນ ແລະ ຕີລາຄາສະພາບ ແລະ ຜົນສໍາເລັດການພົວພັນຮ່ວມມືລະຫວ່າງສອງຝ່າຍ ໃນການຈັດ ຕັ້ງປະຕິບັດແຜນການຮ່ວມມື ຕາມບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍ ທີ່ລັດຖະມົນຕີຂອງທັງສອງກະຊວງໄດ້ລົງນາມຮ່ວມກັນໃນປີ 2021 ຜ່ານມາ; ພ້ອມທັງ ຮ່ວມກັນປຶກສາຫາລື ແລະ ຮັບຮອງເອົາແຜນການຮ່ວມມືລະຫວ່າງສອງກະຊວງ ໃນປີ 2023.

ເຖິງແມ່ນວ່າໃນປີ 2022 ຜ່ານມາ, ທັງສອງຝ່າຍຈະບໍ່ໄດ້ມີການຈັດຕັ້ງປະຕິດບັດທຸກກິດຈະກຳ ທີ່ໄດ້ກໍານົດໄວ້ຢູ່ໃນບົດບັນທຶກການຮ່ວມມື ລະ ຫວ່າງສອງກະຊວງ ທີ່ສອງລັດຖະມົນຕີໄດ້ລົງນາມໃນເດືອນພະຈິກ 2021 ຜ່ານລະບົບກອງປະຊຸມທາງໄກ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ຄະນະຜູ້ແທນຂັ້ນສູງທັງ ສອງຝ່າຍ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເນື້ອໃນຈິດໃຈ ແລະ ການຮ່ວມມືທີ່ດີ ລະຫວ່າງເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນທຸກລະດັບ ໂດຍສະເພາະແມ່ນບັນດາແຂວງຊາຍ ແດນຂອງສອງປະເທດ; ການຮ່ວມມືໃນການຮັກສາຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍ ແລະ ການແກ້ໄຂບັນຫາຕ່າງໆ ດ້ວຍຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ປະກອບສ່ວນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນແບບບ້ານໃກ້ເຮືອນຄຽງ.
ກອງປະຊຸມໄດ້ຕີລາຄາສະພາບການຮ່ວມມືທີ່ຍັງປະຕິບັດບໍ່ທັນໄດ້ ແລະ ເຫັນວ່າ ທັງ ສອງຝ່າຍຍັງຕ້ອງໄດ້ເພີ່ມມະວີໃນການປະຕິບັດໃຫ້ເປັນຮູບປະທໍາຫຼາຍຂຶ້ນ ເຊັ່ນ: ການຢ້ຽມຢາມແລກປ່ຽນປະສົບການຂອງກົມກອງວິຊາສະເພາະ, ການປະຊຸມພົບປະລະຫວ່າງທ້ອງຖິ່ນ, ການຝຶກອົບຮົມບຸກຄະລາກອນ, ການສຶກສາອົບຮົມປະຊາຊົນທີ່ດໍາລົງຊີວິດຢູ່ລຽບຕາມຊາຍແດນຂອງສອງປະເທດໃຫ້ຮ່ວມກັນຈັດຕັ້ງປະຕິບັດກົດ ໝາຍກໍຄືລະບຽບການເຂົ້າ-ອອກເມືອງຂອງສອງປະເທດ.

ພ້ອມດຽວກັນນີ້, ຄະນະຜູ້ແທນຂັ້ນສູງທັງສອງຝ່າຍ ຍັງໄດ້ຮ່ວມກັນພິຈາລະນາ ແລະ ຕົກລົງເປັນເອກະພາບກັນຮັບຮອງເອົາແຜນການຕ່າງໆ ທີ່ທັງສອງກະຊວງຈະສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບຮອບດ້ານ ໃນປີ 2023 ເປັນຕົ້ນແມ່ນການຮ່ວມມືຮັກ ສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ການຮ່ວມມືໃນການກວດກາ ແລະ ຄວບຄຸມຢາເສບຕິດ, ການຮ່ວມມືດ້ານການຕ້ານການຄ້າມະນຸດ, ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ການຂ້າມຊາຍແດນ, ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາທາງໂທລະຄົມ ແລະ ຄອມພິວເຕີ, ການຮ່ວມມືແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ, ການຮ່ວມມືດ້ານການກໍ່ສ້າງກໍາລັງ ແລະ ການຮ່ວມມືດ້ານອື່ນໆ ເພື່ອໃຫ້ມີຄວາມຖືກຕ້ອງ, ສອດ ຄ່ອງກັບແນວທາງການຕ່າງປະເທດຂອງສອງປະເທດ ແລະ ເຮັດໃຫ້ໝາກຜົນຂອງການພົວພັນຮ່ວມມືລະຫວ່າງສອງກະຊວງໃນຕໍ່ໜ້ານີ້ ສາມາດຮັບປະກັນໃຫ້ສອງປະເທດ ຄືລາວ ແລະ ກຳປູເຈຍ ມີຄວາມສະຫງົບ, ປອດໄພ ແລະ ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາທັງສອງປະເທດ.

ໃນໂອກາດດຽວກັນນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ສົມເດັດ ກຼໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງພາຍໃນ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ກໍໄດ້ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ປະຈໍາປີ 2023 ເພື່ອເປັນບ່ອນອີງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງກະຊວງ ຮ່ວມມືກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມຄາດໝາຍ.
ພາບ-ຂ່າວ: ບຸນເຫຼືອ