
ໃນວັນທີ່ 13 ກຸມພາ 2025, ຫ້ອງການເມືອງ ປກສ ແຂວງຜົ້ງສາລີ ໄດ້ເປີດກອງປະຊຸມສະຫຼຸບວຽກງານປະຈໍາ 2024 ແລະ ວາງທິດທາງຈຸດສຸມປະຈໍາປີ 2025 ຂຶ້ນຢູ່ທີ່ສະໂມສອນກອງບັນຊາການ ປກສ ແຂວງ. ໂດຍການເປັນປະທານ ພັທ ນາງ ວຽງຄໍາ ຄຸນສົມເຮືອງ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ເປັນກຽດເຂົ້າຮ່ວມຂອງ ພົຈວ ຄໍາຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະຫ້ອງ, ຄະນະພະແນກ, ແຂກຖືກເຊີນ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດຫ້ອງການເມືອງ ເຂົ້ມຮ່ວມ.

ພັທ ສານແສງ ເສົາສຸລິພົມ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ລາຍງານຕໍ່ກອງປະຊຸມວ່າ: ປີ 2024 ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ຢ່າງເປັນປົກກະຕິດ ແລະ ທົ່ວເຖິງ ເພື່ອໃຫ້ນາຍ ແລະ ພົນຕຳຫຼວດ ມີຄວາມເປັນເອກະພາບຕໍ່ແນວທາງແຜນນະໂຍບາຍຂອງພັກ-ລັດ, ມີຄວາມອົດທົນເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການທີ່ຜັນແປຕ່າງໆ, ຕິດຕາມ, ກວດກາຊຸກຍູ້ບັນດານາຍ ແລະ ພົນຕໍາຫຼວດພາຍໃນຫ້ອງການເມືອງ ປກສ ແຂວງໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ຫ້າວຫັນຊື່ສັດບໍລິສຸດຕໍ່ການຈັດຕັ້ງ ແລະ ສາມາດເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້.

ໃນນີ້, ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງພັກ-ຂອງຊາດ, ເຊື່ອມຊຶມເອກະສານສໍາຄັນ, ປະກາດເລື່ອນຊັ້ນ ແລະ ມອບເງິນນະໂຍບາຍຕ່າງໆມີ 25 ຄັ້ງ, ໄດ້ປະກາດເລື່ອນຊັ້ນ ແລະ ດັດແປງຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດມີ 261 ສະຫາຍ ຍິງ 46 ສະຫາຍ, ຊັບຊ້ອນນາຍ ແລະ ພົນຕໍາຫຼວດທີ່ສໍາເລັດການສຶກສາຈາກໂຮງຮຽນແຫ່ງຕ່າງໆປະຈໍາປີ 2024 ໃຫ້ບັນດາຫ້ອງ, ກອງ, ປກສ ເມືອງມີ 49 ສະຫາຍ ຍິງ 07 ສະຫາຍ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນພັກ, ຈໍານວນ 16 ສະຫາຍ ຍິງ 03 ສະຫາຍ, ຮຽນກົດລະບຽບພັກ ຈຳນວນ 10 ສະຫາຍ ຍິງ 02 ສະຫາຍ, ຂະຫຍາຍເຂົ້າພັກສຳຮອງ ຈໍານວນ 21 ສະຫາຍ ຍິງ 06 ສະຫາຍ, ເລື່ອນເປັນສະມາຊິກພັກສົມບູນ ຈຳນວນ 22 ສະຫາຍ ຍິງ 07 ສະຫາຍ, ແກ້ໄຂລາພັກປະຈໍາປີມີ 401 ສະຫາຍ ຍິງ 96 ສະຫາຍ, ມອບໃບຍ້ອງຍໍຜົນງານປະຈໍາປີ 2023 ໃຫ້ນາຍ ແລະ ພົນຕໍາຫຼວດຈໍານວນ 459 ສະຫາຍ ຍິງ 46 ສະຫາຍ ແລະ ວຽກງານອື່ນໆກໍ່ໄດ້ຮັບຜົນສໍາເລັດ.

ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ຕິດຕາມ, ກວດກາເກັບກຳສະພາບການເຄື່ອນໄຫວຂອງນາຍ ແລະ ພົນຕຳຫຼວດ ໃນການປະຕິບັດກົດໝາຍ, ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບວາງອອກຢ່າງເຂັ້ມງວດ, ສືບຕໍ່ເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ເດັດຂາດໃນການແກ້ໄຂບັນຫາໃຫ້ທັນການ, ສ້າງໃຫ້ນາຍ ແລະ ພົນຕໍາຫຼວດພາຍຫ້ອງການເມືອງມີຄຸນທາດການເມືອງ, ມີຄຸນສົມບັດ, ສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ, ລະດັບວິຊາສະເພາະທີ່ແນ່ນອນ, ສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະເປັນຕົ້ນ ວຽກງານການຄົ້ນຄວ້າສັງລວມ, ວຽກງານຄຸ້ມຄອງເອກະສານ ແລະ ຂາເຂົ້າ-ຂາອອກ, ວຽກງານບໍລິຫານ-ຈັດຕັ້ງ ແລະ ວຽກງານອື່ນໆ ທີ່ຍັງຄົງຄ້າງ ໃຫ້ສຳເລັດຕາມຄາດ ໝາຍທີ່ວາງໄວ້.
