Skip to content

ເມນູລັດ

  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວ ປກສ, ປກຊ
  • ຂ່າວການເຄື່ອນໄຫວວິຊາສະເພາະ ວິທະຍຸ ປກສ
  • ຂ່າວເດັ່ນ
  • ນິຕິກຳ
  • ບົດຄວາມ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
  • ໂທລະພາບ ປກສ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ກົມໃຫຍ່ການເມືອງ
      • ວິທະຍຸ ປກສ
        • ຂ່າວ ປກສ, ປກຊ
        • ບົດຄວາມ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ພະລາທິການ
    • ກົມກວດກາ-ກວດການ
    • ກົມສື່ສານ
      • ກົງຈັການຈັດຕັ້ງ
        • ຫ້ອງການກົມ
        • ພະແນກການເມືອງ
        • ພະແນກພະລາ
        • ພະແນກຄຸ້ມຄອງລະບົບຄອມພີວເຕີ
        • ພະແນກຕິດຕັ້ງ-ສ້ອມແປງ
        • ພະແນກຮັບ-ສົ່ງຂ່າວສານ
        • ພະແນກເຕັກນິກ
        • ພະແນກໂທລະສັບ
        • ພະແນກໂທລະເລກ
      • ພາລະບົດບາດ
      • ມູນເຊື້ອ
      • ກອງປະຊຸມ
      • ນິຕິກຳ
      • ພົວພັນ
      • ການເຄື່ອນໄຫວວິຊາສະເພາະ
    • ກົມ504
    • ກົມຄຸ້ມຄອງສຳມະໂນຄົວ
    • ກົມຄົ້ນຄວ້າ ວທສ-ປວສ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
    • ການເຄື່ອນໄຫວວຽກງານການນຳ
    • ການເມືອງ-ສັງຄົມ
    • ຂ່າວ ປກສ
    • ປະກົດການຫຍໍ້ທໍ້
    • ໂທລະພາບ ປກສ
  • ແຈ້ງການ
ວິທະຍຸ ປກສ, LIVE
  • Home
  • ກອງປະຊຸມຄະນະເຈົ້າໜ້າທີ່ອາວຸໂສ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງພາຍໃນ ກຳປູເຈຍ
  • ການເຄື່ອນໄຫວວຽກງານຂອງການນຳ
  • ຂ່າວ ປກສ

ກອງປະຊຸມຄະນະເຈົ້າໜ້າທີ່ອາວຸໂສ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງພາຍໃນ ກຳປູເຈຍ

ກົມສື່ມວນຊົນ 19/03/2023

ກອງປະຊຸມລະຫວ່າງຄະນະເຈົ້າໜ້າທີ່ອາວຸໂສຂອງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ບັນດາຄະນະເຈົ້າໜ້າທີ່ອາວຸໂສຈາກກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ ເພື່ອກະກຽມຄວາມພ້ອມທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມລະດັບລັດຖະມົນຕີ ຫຼື ກອງປະ ຊຸມວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳ ປູເຈຍ ປະຈໍາປີ 2023, ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 18 ມີນາ ນີ້, ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍການເປັນປະ ທານ ຮ່ວມຂອງ ທ່ານ ພົນໂທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ງິ ຈັນພອນ ຮອງລັດຖະມົນຕີ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ກະຊວງພາຍໃນແຫ່ງຣາຊະອານາຈັກກຳປູເຈຍ, ພ້ອມດ້ວຍບັນດາຄະນະເຈົ້າໜ້າທີ່ອາວຸໂສຂອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຮ່ວມກັນລະຫວ່າງບັນດາຄະນະເຈົ້າໜ້າທີ່ອາວຸໂສຂອງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງພາຍໃນກຳປູເຈຍ ໃນຄັ້ງນີ້ ແມ່ນໄດ້ຮ່ວມກັນປຶກ ສາຫາລື, ຄົ້ນຄວ້າ, ທົບທວນຄືນບັນດາຄວາມພ້ອມທາງດ້ານເນື້ອໃນ ແລະ ພິຈາລະ ນາຮ່າງບົດບັນທຶກ ວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2023 ເຊັ່ນ: ທົບທວນຄືນບັນດາຜົນສຳເລັດໃນການພົວພັນຮ່ວມມືລະຫວ່າງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງສອງກະ ຊວງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຂອງສອງປະເທດ ໃນການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາແຜນການຮ່ວມມືຕ່າງໆ ທີ່ຄະນະຜູ້ແທນຂັ້ນສູງຂອງສອງກະຊວງ ໄດ້ມີການຕົກລົງຮັບຮອງເອົາ ແລະ ລັດຖະ ມົນຕີຂອງທັງສອງກະຊວງ ໄດ້ລົງນາມຮ່ວມກັນເອົາໄວ້ໃນປີ 2021 ຜ່ານມາ.

ພ້ອມທັງຮ່ວມກັນພິຈາລະນາກ່ຽວກັບເນື້ອໃນຂອງແຜນການຕ່າງໆທີ່ທັງສອງກະ ຊວງ ຈະສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດໃນປີ 2023; ເປັນຕົ້ນແມ່ນການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ການຮ່ວມມືໃນການກວດກາ ແລະ ຄວບຄຸມຢາເສບຕິດ, ການຮ່ວມມືດ້ານການຕ້ານການຄ້າມະນຸດ, ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍຕາມບໍລິເວນຊາຍແດນ ແລະ ການຂ້າມຊາຍແດນ, ການຮ່ວມມືໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາທາງໂທລະຄົມ ແລະ ຄອມພິວເຕີ, ການຮ່ວມມືແລກ ປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ, ການຮ່ວມມືດ້ານການກໍ່ສ້າງກໍາລັງ ແລະ ການຮ່ວມມືດ້ານອື່ນໆ ເພື່ອໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ກັບແນວທາງການຕ່າງປະເທດຂອງສອງປະເທດ ແລະ ເຮັດໃຫ້ຫມາກຜົນຂອງການພົວພັນຮ່ວມມືລະຫວ່າງສອງກະຊວງໃນຕໍ່ໜ້ານີ້ ສາມາດຮັບປະກັນເຮັດໃຫ້ສອງປະເທດ ຄືລາວ ແລະ ກຳປູເຈຍ ມີຄວາມສະຫງົບ, ປອດໄພ ແລະ ສາມາດສ້າງເງື່ອນໄຂທີ່ເອື້ອອຳ ນວຍໃຫ້ແກ່ການສ້າງສາພັດທະນາໃຫ້ແກ່ທັງສອງປະເທດ.

ແຕ່ລະບັນຫາທີ່ຄະນະເຈົ້າໜ້າທີ່ອາວຸໂສຂອງທັງສອງກະຊວງ ໄດ້ຄົ້ນຄວ້າ ແລະ ມີຄວາມເຫັນດີເປັນເອກະພາບກັນໃນກອງປະຊຸມຄັ້ງນີ້ ຈະໄດ້ນຳເອົາເຂົ້າໄປໃຫ້ຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບລາວ, ກະຊວງພາຍໃນກຳປູເຈຍ ແລະ ບັນດາຄະນະຜູ້ແທນປ້ອງກັນຄວາມສະຫງົບແຂວງທີ່ມີຊາຍແດນຮ່ວມກັນຂອງສອງປະເທດ ພິຈາລະນາຮັບຮອງເອົາຢ່າງເປັນທາງການ ຢູ່ໃນກອງປະຊຸມລະດັບລັດຖະມົນຕີ ຫຼື ກອງປະຊຸມວ່າດ້ວຍການຮ່ວມມືສອງຝ່າຍ ທີ່ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນໃນວັນທີ 19 ມີນາ 2023.

ພາບ-ຂ່າວ: ບຸນເຫຼືອ

Continue Reading

Previous: ຄະນະຜູ້ແທນ ກະຊວງ ພາຍໃນກຳປູເຈຍ ຢ້ຽມຊົມຫໍພິພິທະພັນປ້ອງກັນຄວາມສະ ຫງົບ ແລະ ສະຖານທີ່ສຳຄັນໃນນະຄອນຫຼວງວຽງຈັນ
Next: ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ເດີນທາງເຖິງນະຄອນຫຼວງວຽງຈັນ

ຂ່າວທີ່ຄ້າຍຄືກັນ

ແມ່ຍິງ ກະຊວງ ປກສ ສະຫຼຸບວຽກງານເງິນທ້ອນ-ເງິນຊ່ວຍເຫຼືອເຊິ່ງກັນແລະກັນ
  • ຂ່າວ ປກສ

ແມ່ຍິງ ກະຊວງ ປກສ ສະຫຼຸບວຽກງານເງິນທ້ອນ-ເງິນຊ່ວຍເຫຼືອເຊິ່ງກັນແລະກັນ

29/03/2023
ການສະແດງສິລະປະສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ
  • ຂ່າວ ປກສ

ການສະແດງສິລະປະສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ

29/03/2023
ກວດກາຄວາມຄືບໜ້າການຫຼໍ່ຮູບປັ້ນ ປະທານ ໄກສອນ ພົມວິຫານ
  • ການເຄື່ອນໄຫວວຽກງານຂອງການນຳ
  • ຂ່າວ ປກສ

ກວດກາຄວາມຄືບໜ້າການຫຼໍ່ຮູບປັ້ນ ປະທານ ໄກສອນ ພົມວິຫານ

29/03/2023

ຄົ້ນຫາ

ອ່ານຂ່າວຍ້ອນຫຼັງ

  • ເດືອນມີນາ 2023
  • ເດືອນກຸມພາ 2023
  • ເດືອນມັງກອນ 2023
  • ເດືອນທັນວາ 2022
  • ເດືອນພະຈິກ 2022
  • ເດືອນຕຸລາ 2022
  • ເດືອນກັນຍາ 2022
  • ເດືອນສິງຫາ 2022
  • ເດືອນກໍລະກົດ 2022
  • ເດືອນມີນາ 2022
  • ເດືອນພຶດສະພາ 2022
  • ເດືອນເມສາ 2022
  • ເດືອນມີນາ 2022
  • ເດືອນກຸມພາ 2022
  • ເດືອນທັນວາ 2021
  • ເດືອນມີນາ 201

ການເມືອງ-ສັງຄົມ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

27/01/2023
ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

26/01/2023
ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

01/12/2022
ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

29/11/2022
ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

27/10/2022
ທ່ານ ພົນໂທ ກົງທອງ ພົງວິຈິດ ເຂົ້າຮ່ວມ ກອງປະຊຸມໂຕະມົນ “ຫຼຽນຢູນກາງ“

ທ່ານ ພົນໂທ ກົງທອງ ພົງວິຈິດ ເຂົ້າຮ່ວມ ກອງປະຊຸມໂຕະມົນ “ຫຼຽນຢູນກາງ“

02/09/2022
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
  • ແຈ້ງການ
ສະຫງວນລິຂະສິດ: © 2014 ກະຊວງປ້ອງກັນຄວາມສະຫງົບ