
ເນື່ອງໃນໂອກາດທີ່ຄະນະຜູ້ແທນ ກະຊວງ ພາຍໃນ ແຫ່ງຣາຊະອານາຈັກ ກຳປູເຈຍ ເດີນທາງມາເຂົ້າຮ່ວມກອງປະຊຸມຮ່ວມມືສອງຝ່າຍ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊະອານາຈັກ ກຳປູ ເຈຍ, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 17-20 ມີນາ 2023 ທີ່ກະຊວງປ້ອງກັນຄວາມສະຫງົບລາວ ເປັນເຈົ້າພາບ.

ໃນວັນທີ 18 ມີນາ 2023, ພົນຈັດຕະວາ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ນຳພາ ພົນເອກ ງີ ຈັນພອນ ຮອງລັດຖະມົນຕີ ກະຊວງພາຍໃນ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນ ຢ້ຽມຊົມຫໍພິພິທະພັນປ້ອງກັນຄວາມສະຫງົບ, ພະທາດຫຼວງວຽງຈັນ, ປະຕູໄຊ ແລະ ວັດຫໍພະແກ້ວ.



ການຢ້ຽມຊົມຫໍພິພິທີພັນປ້ອງກັນຄວາມສະຫງົບ, ຄະນະຜູ້ແທນ ກະຊວງ ພາຍໃນ ແຫ່ງຣາຊະອານາຈັກ ກຳປູເຈຍ ໄດ້ທ່ຽວຊົມວັດຖຸພັນຕ່າງໆທີ່ກ່ຽວຂ້ອງກັບກຳລັງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມທັງໄດ້ຮັບຟັງການບັນຍາຍໂດຍຫຍໍ້ກ່ຽວ ກັບການກຳເນີດ ແລະ ປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ການຈັດຕັ້ງວຽກງານວິຊາສະເພາະໃນແຕ່ລະໄລຍະຂອງກຳລັງປ້ອງກັນຄວາມສະຫງົບປະຊາ ຊົນ ສປປ ລາວ ໃຫ້ຄະນະຜູ້ແທນກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ໄດ້ຮັບຮູ້.

ພາບ-ຂ່າວ: ສິລິພອນ