Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ອົງຄະນະພັກກອງບັນຊາການ ປກສ ສາລະວັນ ສຳເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີ V

ອົງຄະນະພັກກອງບັນຊາການ ປກສ ສາລະວັນ ສຳເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີ V

ກົມສື່ມວນຊົນ 12/02/2025
479498077_609612221965108_4895015296234699990_n copy

ໃນວັນທີ 11 ກຸມພາ 2025, ອົງຄະນພັກ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ສາລະວັນ ສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ພາຍຫຼັງດຳເນີນເປັນ 1 ວັນ, ໂດຍການເປັນປະທານຂອງ ສະຫາຍ ພົຈວ ສີເສີດ ສອນດາລາ ກຳມະການພັກແຂວງ ເລຂາອົງຄະນະພັກ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ເປັນກຽດເຂົ້າ ຮ່ວມໂດຍ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກ-ເຈົ້າແຂວງສາລະວັນ ປະທານປ້ອງກັນຄວາມສະຫງົບຂັ້ນແຂວງ, ສະຫາຍ ແຫວນເພັດ ລັດດາວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ພົຕ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີບັນດາສະຫາຍຄະນະປະຈໍາພັກ-ຄະນະພັກກອງບັນຊາການ ປກສ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ພົຈວ ສີເສີດ ສອນດາລາ ໄດ້ກ່າວໄຂກອງປະຊຸມ ພ້ອມທັງຜ່ານຮ່າງລາຍງານການເມືອງທັງສອງພາກ ໂດຍໄດ້ຕີລາຄາຜົນຂອງການຈັດຕັ້ງປະຕິບັດວຽກງານ ຂອງອົງຄະນະພັກກອງບັນຊາການ ປກສ ແຂວງ ໃນໄລຍະຜ່ານມາ, ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະບໍລິ ຫານພັກກະຊວງ ປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງຄະນະບໍລິ ຫານງານພັກແຂວງ ແລະ ມະຕິກອງ ປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກກອງບັນຊາ ການ ປກສ ແຂວງ ໄດ້ຮັບຜົນຫຼາຍດ້ານເປັນຕົ້ນ: ໄດ້ປະຕິບັດ 4 ຄາດໝາຍ 4 ແຜນງານໃຫຍ່ ແລະ 41 ໂຄງການທີ່ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບວາງອອກ. ພ້ອມທັງ ຍົກໃຫ້ເຫັນບັນດາຜົນສຳເລັດ ທີ່ຄະນະພັກຍາດມາໄດ້ ໂດຍສະເພາະໄດ້ປັບປຸງກົງຈັກການຈັດຕັ້ງ, ບຸກຄະລະກອນ ສ້າງ ແລະ ປັບປຸງບັນດານິຕິກຳ, ປັບປຸງຕາໜ່າງກໍາລັງປິດລັບ, ຈັດຕັ້ງປະຕິບັດບັນດາໂຄງການ, ກິດຈະກຳທີ່ ກ່ຽວຂ້ອງເຖີງວຽກງານວິຊາສະເພາະຂອງບັນດາເຫຼົ່າວິຊາສະເພາະ, ຄຸ້ມຄອງ ແລະ ນໍາໃຊ້ບັນດາເຕັກນິກວິຊາ ສະເພາະເຂົ້າໃນວຽກງານສືບຄົ້ນຫາ, ເພື່ອຕ້ານ ແລະ ສະກັດກັ້ນບັນດາກົນອຸບາຍ ແລະ ການເຄື່ອນ ໄຫວຂອງບັນດາ ອິດທິກຳລັງປໍລະປັກ, ກຸ່ມຄົນບໍ່ຫວັງດີຢູ່ພາຍໃນ ແລະ ຕ່າງປະເທດ.

ນອກນີ້, ຍັງໄດ້ໄດ້ສຸມໃສ່ວຽກງານແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນວຽກ ງານສືບຂ່າວອາຍາກຳສະພາບການ, ດໍາເນີນການສືບຄົ້ນຫາ, ວຽກງານຊັນນະສູດລະແວງສົງໃສ, ວຽກງານກໍ່ສ້າງ ແລະ ນຳໃຊ້ຕາໜ່າງປິດລັບ ກຳນົດຟື້ນທີ່, ເປົ້າໝາຍຄຸ້ມຄອງຕິດ ຕາມປະເພດຕ່າງໆ ໃນຂອບເຂດທົ່ວແຂວງ. ໃນໄລຍະ 05 ປີຜ່ານມາ, ມີຄະດີເກີດຂຶ້ນທັງໝົດ 300 ເລື່ອງ, ສາມາດແກ້ໄຂໄດ້ 151 ເລື່ອງ; ວຽກງານຕໍຳຫຼວດຈາລະຈອນໄດ້ປະຕິບັດແຜນການຫຼຸດຜ່ອນອຸປະຕິເຫດ, ແກ້ໄຂສະພາບຈະລາຈອນແອອັດ ດ້ວຍການລົງໂຄສະນາປ້ອງກັນ ອຸປະຕິເຫດ 158 ຄັ້ງ, ມີຜູ້ເຂົ້າຮ່ວມ 4.831.212 ເທື່ອຄົນ, ຄະດີອຸປະຕິເຫດເກີດຂຶ້ນທັງໝົດ 802 ລາຍ, ພາຫະນະເປເພ 1.803 ຄັນ, ຄົນໄດ້ຮັບບາດເຈັບ 1.306 ຄົນ, ເສຍຊີວິດ 137 ຄົນ, ມູນຄ່າເສຍຫາຍ 20.375.865.000 ກີບ. ນອກນີ້, ຍັງໄດ້ເອົາໃຈໃສ່ໂຄສະນາວຽກງານຕ້ານອັກຄີໄພ 25 ຄັ້ງ, ຜູ້ເຂົ້າຮ່ວມ 876 ຄົນ. ຜ່ານມາ, ມີອັກຄີໄພເກີດຂຶ້ນທັງໝົດ 56 ຄັ້ງ, ມູນຄ່າເສຍຫາຍທັງໝົດ 47.361.085.000 ກີບ. ພິ ເສດແມ່ນໄດ້ແກ້ໄຂຂໍ້ຂັດແຍ່ງກັນກ່ຽວກັບບັນຫາທີ່ດິນລະຫວ່າງປະຊາຊົນ ກັບຜູ້ສໍາປະ ທານຢູ່ບ້ານໜອງບົວນ້ອຍ ແລະ ການສຳປະທານສວນກ້ວຍຈີນ ຢູ່ບ້ານຫາງພູວຽງຄໍາ ເມືອງສາລະວັນ ເຫັນວ່າມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍດີ.

ໃນກອງປະຊຸມ, ຍັງໄດ້ຜ່ານບົດສຳຫຼວດການນຳພາລວມຂອງຄະນະພັກກອງບັນຊາການ ປກສ ແຂວງຊຸດເກົ່າ, ຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄະນະພັກຊຸດໃໝ່, ເຊີ່ງມີຜູ້ສະໝັກທັງໝົດ 13 ສະຫາຍ, ເລືອກເອົາ 11 ສະຫາຍ, ຜ່ານການດຳເນີນການປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີຄັດ ເລືອກເອົາ ສະຫາຍ ພົຈວ ສີເສີດ ສອນດາລາ ເປັນເລຂາຄະນະພັກ, ສະຫາຍ ພັອ ແພງສີ ໄຊຍະເພັດ ເປັນຮອງເລຂາຄະນະພັກ, ສະຫາຍ ພັອ ເອກະລາດ ແທ່ງສົມບັດ ເປັນປະທານກວດກາ ແລະ ອີກ 8 ສະຫາຍ ເປັນຄະນະພັກ. ສ່ວນຜູ້ແທນສົມບູນທີ່ໄດ້ເຂົ້າຮ່ວມ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຄັ້ງທີ X ມີທັງໝົດ 15 ສະຫາຍ ແລະ ຜູ້ແທນສຳຮອງ 3 ສະຫາຍ.

Continue Reading

Previous: ການນຳພັກ – ລັດຮ່ວມກັບຊາວພຸດທັງຫຼາຍທໍາບຸນໃສ່ບາດໃນງານບຸນນະມັດສະການຜາສາດຫີນວັດພູ
Next: ສະຫຼຸບວຽກງານຫ້ອງການເມືອງ ຂອງ ປກສ ແຂວງຜົ້ງສາລີ ປະຈໍາປີ 2024

ຂ່າວອື່ນໆທີ່ກ່ຽວຂ້ອງ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ

ກົມສື່ມວນຊົນ 08/07/2025
ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ຊົມເຊີຍນັກສືກສາປະລິນຍາຕີ ວສປ 168 ສະຫາຍ ສຳເລັດການສືກສາ ພ້ອມຮັບໃຊ້ຊາດຢ່າງເຕັມທີ

ກົມສື່ມວນຊົນ 07/07/2025
ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ປາຖະກາຖາ 2 ວັນປະຫວັດສາດ

ກົມສື່ມວນຊົນ 07/07/2025
ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ຮອງ ລມຕ ປກສ ຕ້ອນຮັບເຂົ້າຢ້ຽມອຳລາໜ້າທີ່ຂອງ ຫົວໜ້າອົງການຜູ້ຕ່າງໜ້າ ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 07/07/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.