Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ການນຳພັກ – ລັດຮ່ວມກັບຊາວພຸດທັງຫຼາຍທໍາບຸນໃສ່ບາດໃນງານບຸນນະມັດສະການຜາສາດຫີນວັດພູ

ການນຳພັກ – ລັດຮ່ວມກັບຊາວພຸດທັງຫຼາຍທໍາບຸນໃສ່ບາດໃນງານບຸນນະມັດສະການຜາສາດຫີນວັດພູ

ກົມສື່ມວນຊົນ 12/02/2025
479493572_609593915300272_2802006320080683655_n copy

ຕອນເຊົ້າວັນທີ 12 ກຸມພາ 2025 ກົງກັບວັນພຸດ ຂຶ້ນ 15 ຄໍ່າເດືອນ 3 (ວັນບຸນມາຄະບູຊາ) ພສ 2566, ທ່ານ ພົນ​ເອກ​ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ​ ສປປ​ ລາວ​ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ປ້ານາລີ ສີສຸລິດ ພັນລະຍາ ເລຂາທິການໃຫຍ່ ປະທານປະເທດ​ ແຫ່ງ​ ສປປ​ ລາວ​,​ ທ່ານ​ ນາງ​ ສວນສະຫວັນ​ ວິຍະເກດ ກໍາມະການ​ສູນກາງ​ພັກ​ ລັດຖະມົນຕີ​ກະຊວງ​ຖະແຫຼງຂ່າວ,​ວັດທະນະທຳ​ ແລະ​ ທ່ອງທ່ຽວ,ທ່ານ​ ອາລຸນໄຊ ສູນນະລາດ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍພັນລະຍາ ແລະ​ ການນໍາຈາກສູນກາງ,​ ການນໍາແຂວງ, ການນໍາເມືອງຈໍາປາສັກ ໄດ້ຮ່ວມກັບ ຊາວພຸດພາຍໃນແຂວງຈໍາປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ທີ່ເຫຼື້ອມໃສໃນພຸດທະສາສະໜາ ມາຮ່ວມກັນທຳບຸນຕັກບາດຖວາຍເຄື່ອງໄຊຍະທານຕ່າງໆທີ່ສະຖານບູຮານວັດພູຈຳປາສັກ ມໍລະລົກໂລກ ແຫ່ງທີສອງຂອງລາວ.

ໃຫ້ຄວາມເມດຕາເຂົ້າຮ່ວມ​ ເປັນປະທານຝ່າຍສົງຂອງ ພຣະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ ປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ແຂວງຈໍາປາສັກ​ ພ້ອມດ້ວຍ​ ຄະນະ​ ອພສ​ ຈາກສູນກາງ,​ ຄະນະ​ ອພສ ແຂວງ, ຄະນະ​ ອພສ​ ນະຄອນປາກເຊ,​ ຄະນະ​ ອພສ​ ບັນດາເມືອງ, ພຣະເຖລານຸເຖລະ.

ຝ່າຍຄາລະວາດ ໃຫ້ກຽດເຂົ້າຮ່ວມໂດຍມທ່ານ ພົນ​ເອກ​ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີແຫ່ງ​ ສປປ​ ລາວ​, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ເລຂາທິການໃຫຍ່ ປະ ທານປະເທດ​ ແຫ່ງ​ ສປປ​ ລາວ​,​ ທ່ານ​ ນາງ​ ສວນສະຫວັນ​ ວິຍະເກດ ລັດຖະມົນຕີ​ກະຊວງ​ຖະແຫຼງຂ່າວ,​ວັດທະນະທຳ​ ແລະ​ ທ່ອງທ່ຽວ,ທ່ານ​ ອາລຸນໄຊ ສູນນະລາດ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍພັນລະຍາ, ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ສະຫວາດ ແກ້ວບັນດິດ ເຈົ້າເມືອງຈຳປາສັກ, ບັນດາທ່ານການນຳຂອງແຂວງ, ເມຶອງ, ພະແນກການກົມກອງອ້ອມຂ້າງແຂວງ, ອອກຕົນຍາດໂຍມຊາວພຸດ ແລະ ນັກທ່ອງທ່ຽວເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ, ທ່ານ ພົນ​ເອກ​ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີແຫ່ງ​ ສປປ​ ລາວ​ ໃຫ້ ກຽດຂຶ້ນໄຕ້ທຽນໄຊ ໄຫວ້ພະລັດຕະນະໄຕ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ລັ່ນຄ້ອງ 9 ບາດ. ຈາກນັ້ນ, ພຣະອາຈານໄດ້ນຳພາຄະນະສົງຈຳນວນ 390 ກ່ວາອົງ ແລະ ອອກຕົນຍາດໂຍມທັງຫຼາຍດຳເນີນພິທີທາງສາສະໜາ ໄຫວ້ພຣະຣັດຕະນະໄຕ, ກ່າວຄຳຖວາຍປັດໄຈ, ລາດທະນາສິນ,ຢາດນໍ້າໃຫ້ພອນແກ່ອອກຕົນຍາດຍົມ,ຈາກນີ້ ອອກຕົນຍາດໂຍມກໍໄດ້ໃສ່ບາດຖວາຍປັດໄຈທານ ແດ່ພະສົງ, ຂື້ນຂາບໄຫວ້ຂໍພອນຈາກສິ່ງສັກສິດ ທີ່ສະຖານບູຮານວັດພູບາສີສູ່ຂັວນຕາມຄວາມເຊື່ອ ຕາມຈິດໃຈໃສສັດທາຂອງຕົນ.

ການທຳບຸນຕັກບາດທີ່ສະຖານບູຮານວັດພູຈຳປາສັກ ນອກຈາກເປັນການສືບທອດຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ ທີ່ຊາວເມືອງ ກໍຄືແຂວງ ຈຳປາສັກສືບທອດມາແຕ່ບູຮານນະການໃຫ້ຄຽງຄູຢູ່ກັບຄົນລາວຕະຫຼອດໄປແລ້ວ ຍັງເປັນການສະເຫຼີມສະຫຼອງເປີດປີທ່ອງທ່ຽວລາວ. ພ້ອມນັ້ນ, ຍັງເປັນການອຸທິດສ່ວນບຸນກຸສົນ ເພື່ອເປັນສີລິມົງຄຸນໃຫ້ແກ່ບັນພະບູລຸດ, ຜູ້ມີພະຄຸນ ຕະຫຼອດສັບພະສັດທັງຫຼາຍ ແລະ ຍັງເປັນການເຜີຍແຜ່ວັດ ທະນະທຳ ແລະ ດຶງດູດນັກທ່ອງທ່ຽວໃຫ້ສົນໃຈເຂົ້າມາທ່ອງທ່ຽວຊົມວັດພູມໍລະດົກໂລກແຫ່ງທີ 2 ຂອງລາວໃຫ້ນັບມື້ຫຼາຍຂຶ້ນ.

ໃນພິທີດັ່ງກ່າວ, ພຣະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ ໄດ້ເທສະໜາແດ່ອອກຕົນຍາດໂຍມໃນໂອກາດບຸນວັດພູ ແລະ ບຸນມາຄະບູຊາປີນີ້ໃຫ້ຍຶດໜັ້ນໃນການທຳຄວາມດີ, ພ້ອມກັນຮັກສາສິນ ແລະ ຈະເລີນເດີນຕາມຄຳສັ່ງສອນຂອງອົງສຳມາສຳພຸດທະເຈົ້າ ທັງເປັນເຈົ້າການປົກປັກຮັກສາຮີດຄອງປະເພນີ ວັດທະນະທຳອັນດີງາມຂອງຊາດ ນີ້ໄວ້ຕະຫຼອດໄປ.

Continue Reading

Previous: ນັກຮຽນ ປກສ ຊັ້ນຕົ້ນ ຂະແໜງສື່ສານ-ກົດລັບ ຮຸ່ນທີ IV ສຳເລັດການສຶກສາ
Next: ອົງຄະນະພັກກອງບັນຊາການ ປກສ ສາລະວັນ ສຳເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີ V

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.