
ສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະ ຫ້ອງການ ກົມໃຫຍ່ການເມືອງ ກະຊວງປ້ອງ ກັນຄວາມສະຫງົບ ໄດ້ ຈັດພິທີປິດຊຸດຮຽນ ປກສ ຊັ້ນຄົ້ນ ຮຸ່ນທີ IV ຂະແໜງສື່ສານ-ກົດລັບ ສົກປີ 2024-2025 ໃນວັນທີ 11 ກຸມພາ 2025, ເຂົ້າຮ່ວມໂດຍ ພົຈວ ຄອນສະ ຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີຫົວໜ້າຫ້ອງການກົມໃຫຍ່, ຫົວໜ້າສູນ, ແຂກຮັບເຊີນຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ສົມພາວັນ ຫຼວງລາດ ຫົວໜ້າສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະ ກ່າວວ່າ: ນັກຮຽນເຂົ້າຮຽນຢູ່ສູນທັງໝົດ ຈໍານວນ 141 ສະຫາຍ ຍິງ 34 ສະຫາຍ, ໃນນັ້ນ ຂະແໜງກົດລັບ ຈໍານວນ 69 ສະຫາຍ ຍິງ 4 ສະຫາຍ, ສື່ສານ ຈໍານວນ 72 ສະຫາຍ ຍິງ 30 ສະ ຫາຍ; ກໍານົດເວລາຮຽນ 1 ປີ ມີ 3 ໝວດ ວິຊາຄື: ໝວດວິຊາຄວາມຮູ້ທົ່ວໄປ ມີ 4 ວິຊາ, ໝວດ ວິຊາພື້ນຖານວິຊາສະເພາະ ມີ 11 ວິຊາ, ໝວດ ວິຊາສະເພາະກົດລັບ ມີ 4 ວິຊາ, ໝວດ ວິຊາສະເພາະສື່ສານ ມີ 3 ວິຊາ, ພາຍຫຼັງຈົບຫຼັກສູດ ກໍໄດ້ທວນຄົນ ແລະ ໄດ້ສອບເສັງຈົບຊຸດຮຽນ ມີ 3 ວິຊາຄື: ວິຊາການເມືອງ, ວິຊາກົດໝາຍ, ວິຊາ ສະເພາະປ້ອງກັນຄວາມສະຫງົບ.

ຜົນການສອບເສັງໄດ້ 100% ແລະ ໄດ້ຮັບການປະດັບຊັ້ນ ສິບໂທ ຈໍານວນ 141 ສະຫາຍ ຍິງ 34 ສະຫາຍ, ມີນັກຮຽນດີເດັ່ນ ໄດ້ຮັບການຍ້ອງຍໍຂັ້ນກົມໃຫຍ່ການເມືອງ ປກສ 41 ສະຫາຍ ຍິງ 10 ສະຫາຍ, ຍ້ອງຍໍຊາວໜຸ່ມກະຊວງ ປກສ 129 ສະຫາຍ ຍິງ 32 ສະຫາຍ.

ໂອກາດດັ່ງກ່າວ, ພົຈວ ຄອນສະຫວັນ ສົມພາໄຊ ໄດ້ເປັນກຽດປະດັບ ແລະ ມອບໃບປະ ກາສະນີຍະບັດ ໃຫ້ນັກຮຽນທີ່ສໍາເລັດການຮຽນຄັ້ງນີ້ ພ້ອມທັງໄດ້ ເນັ້ນໜ້ກໃຫ້ໃຫ້ນ້ອງນັກຮຽນທຸກສະຫາຍຈົ່ງພ້ອມກັນນໍາເອົາບົດຮຽນທີ່ໄດ້ຄົ້ນຄ້ວາຮໍ່າຮຽນມານໍາໄປໜູນໃຊ້ເຂົ້າໃນວຽກງານວິຊາສະເພາະຢູ່ກົມກອງຂອງຕົນເວົ້າລວມ ເວົ້າສະເພາະເພື່ອປະກອບສ່ວນເຂົ້າໃນວຽກງານວິຊາສະເພາະ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ.
