
ກອງປະຊຸມສະຫຼຸບວຽກງານຕໍາຫຼວດ ປະຈໍາປີ 2024 ແລະ ວາງທິດທາງແຜນການຈຸດສຸມປີ 2025 ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2025 ເປັນປະທານໂດຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ມີຄະນະພັກ-ຄະນະກົມໃຫຍ່, ຫ້ອງວ່າການ, ກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ກົມວິຊາສະເພາະອ້ອມຂ້າງກົມໃຫຍ່ຕໍາຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າຫ້ອງການກົມໃຫຍ່ຕໍາຫຼວດ ກ່າວວ່າ: ໃນໄລຍະ 1 ປີຜ່ານມາ,, ອາຊະຍາກຳເກີດຂຶ້ນທັງໝົດ 8.083 ເລື່ອງ. ໃນນີ້, (ບໍ່ນັບອຸບັດຕິເຫດ ແລະ ອັກຄີ ໄພ), ສາມາດມ້າງໄດ້ 7.143 ເລື່ອງ, ຜູ້ຖືກຫາ 10.702 ຄົນ ຍິງ 1.410 ຄົນ, ຕ່າງປະເທດ 378 ຄົນ ຍິງ 34 ຄົນ, ພົ້ນເດັ່ນແມ່ນບັນຫາຢາເສບຕິດ 4.185 ເລື່ອງ, ການກະທໍາຜິດທາງເສດຖະກິດ 760 ລາຍ, ການຄ້າມະນຸດ 46 ລາຍ, ການກະທຳຜິດທາງອາຍາທົ່ວໄປ 3.119 ລາຍ. ໃນນີ້, ມີລົດຈັກເສຍ 1.401 ຄັນ (ນະຄອນຫຼວງວຽງຈັນ 1.167 ຄັນ), ລົດໃຫຍ່ເສຍ 19 ຄັນ (ຕ່າງແຂວງ 11 ຄັນ), ຄາດຕະກຳ 100 ເລື່ອງ, ລັກພາຕົວ 18 ເລື່ອງ, ທໍາຮ້າຍຮ່າງກາຍ 146 ເລື່ອງ, ລັກຊັບພົນລະເມືອງ 2.186 ເລື່ອງ, ຊີງຊັບພົນລະເມືອງ 76 ລາຍ, ປຸ້ນຊັບພົນລະເມືອງ 64 ເລື່ອງ ແລະ ຄະດີປະເພດອື່ນໆ ອີກຈໍານວນໜຶ່ງ.


ນອກນີ້, ໃນປີ 2024 ຜ່ານມາ ທົ່ວປະເທດສາມາດມ້າງຄະດີຢາເສບຕິດໄດ້ 4.158 ເລື່ອງ, ຈັບຜູ້ຖືກຫາໄດ້ 6.297 ຄົນ ຍິງ 608 ຄົນ, ຕ່າງປະເທດ 232 ຍິງ 24 ຄົນ. ຍຶດຂອງກາງຢາເສບຕິດປະເພດຕ່າງໆໄດ້: ເຮໂຣອິນ 391,58 ກິໂລກຼາມ, ຢາບ້າ 91.509.571 ເມັດ, ຢາຝິ່ນ 88,75 ກິໂລກຼາມ, ໂຄເຄນ 1 ກິໂລກຼາມ, ເຄຕາມິນ 279,35 ກິໂລກຼາມ, ກັນຊາ 3,274,28 ກິໂລກຼາມ, ຢາອີ 2.725 ເມັດ ກັບ 61,44 ກິໂລກຼາມ, ແປ້ງຝຸ່ນ 10,453,84 ກິໂລກຼາມ, ນໍ້າຢາສານເຄມີ 101 ຖັງ ແລະ ກວດພົບເຄື່ອງຂອງກາງໃນການນໍາໃຊ້ເຄື່ອນ ໄຫວກໍ່ການກະທໍາຜິດ ເຊັ່ນ: ພາຫະນະ, ອາວຸດ, ອຸປະກອນປະເພດຕ່າງໆຄື: ລົດໃຫຍ່ 101 ຄັນ, ລົດຈັກ 662 ຄັນ, ອາວຸດປືນ 38 ກະບອກ, ລູກປືນ 2.273 ລູກ, ໝາກແຕກ 5 ໜ່ວຍ, ເງິນກີບ 1.040.683.000 ກີບ, ເງິນບາດ 2.442.244 ບາດ, ເງິນໂດລາ 2.300 ໂດລາ, ເງິນຢວນ 5.167.325 ຢວນ, ເງິນເຢັນ 50.000 ເຢັນ ແລະ ເຄື່ອງຂອງກາງອື່ນໆອີກຫຼາຍລາຍການ.

ທິດທາງແຜນການຈຸດສຸມປີ 2025, ສືບຕໍ່ສຸມໃສ່ຈັດຕັ້ງຜັນຂະຫຍາຍແຜນການວຽກງານໃນປີ 2024 ຂອງກະຊວງ ປກສ ວາງອອກຫັນມາເປັນແຜນການວຽກງານຈຸດສຸມອັນລະ ອຽດ ໃນປີ 2024 ຂອງກົມໃຫຍ່ຕໍາຫຼວດ ໂດຍສະເພາະ ຕິດພັນກັບ 1 ແຜນງານ, 4 ໂຄງ ການ ແລະ 16 ວຽກຈຸດສຸມ ຂອງກົມໃຫຍ່ຕໍາຫຼວດ, ສືບຕໍ່ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນກຳລັງຢ່າງເຂັ້ມງວດເດັດຂາດ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄໍາສັ່ງເລກທີ 27/ນຍ ຂອງນາຍົກລັດຖະມົນຕີ, ຄໍາສັ່ງເລກທີ 22/ຄລສພ ຂອງຄະນະເລຂາທິການສູນກາງພັກ ແລະ ຄໍາສັ່ງເລກທີ1470/ປກສ ຂອງລັດຖະມົນຕີກະຊວງ ປກສ ໃຫ້ມີຜົນສໍາເລັດຫຼາຍຂຶ້ນ, ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ (2023-2025) ຕາມຄໍາສັ່ງເລກທີ 02/ກມສພ, ຄໍາສັ່ງເລກທີ 19/ນຍ, ມະຕິເລກທີ 04/ສພຊ ແລະ ແຜນການຈັດຕັ້ງປະຕິບັດແຕ່ລະໄລຍະ.

ກົມໃຫຍ່ຕຳຫຼວດ ຕ້ອງເປັນເຈົ້າການໃນການນໍາພາສຸມໃສ່ກຳແໜ້ນສະພາບການ, ເລ່ລ່ຽມການເຄື່ອນໄຫວ, ກຳເປົ້າໝາຍ, ກຸ່ມແກ້ງການຜະ ລິດ-ຂົນສົ່ງ, ຄ້າ-ຂາຍຢາເສບຕິດ ເພື່ອຮັບ ປະກັນການແກ້ໄຂຢາເສບຕິດດໍາເນີນໄປຢ່າງຖືກຕ້ອງ, ເປັນລະບົບ ແລະ ໄດ້ຮັບການເຂົ້າ ຮ່ວມສະໜັບສະໜູນຢ່າງກວ້າງຂວາງຄົບຊຸດຈາກສັງຄົມໂດຍປະຕິບັດຕາມ 3 ຫຼັກການ, 2 ຍຶດໝັ້ນ, 2 ມາດຕະການ ແລະ 3 ຕ້ານ ໃຫ້ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນສູງ.
